spot_img
Homeນານາສາລະນອນຫຼັບພາຍໃນ 2 ນາທີ ວິທີງ່າຍໆພຽງແຕ່ 2 ຂັ້ນຕອນເທົ່ານັ້ນ

ນອນຫຼັບພາຍໃນ 2 ນາທີ ວິທີງ່າຍໆພຽງແຕ່ 2 ຂັ້ນຕອນເທົ່ານັ້ນ

Published on

ອາການຂອງການນອນບໍ່ຫຼັບ ມີຕົ້ນຕໍມາຈາກຫຼາກຫຼາຍສາເຫດ ບໍ່ວ່າຈະເກີດຈາກຄວາມຄຽດ, ການເລືອກກິນອາຫານ ແລະ ພຶດຕິກໍາການໃຊ້ຊີວິດຕ່າງໆ ເຊິ່ງອາດຈະສົ່ງຜົນກະທົບທາງດ້ານລົບໃຫ້ກັບສະພາບຈິດໃຈໄດ້ໃນໄລຍະຍາວໄດ້. ສໍາລັບໃຜທີ່ກໍາລັງຜະເຊີນກັບບັນຫານອນຫຼັບຍາກແບບນີ້ ມາລອງວິທີນີ້ທີ່ຈະພາທ່ານນອນຫຼັບພາຍໃນ 2 ນາທີ ໂດຍຖືກຄິດຄົ້ນມາຈາກທະຫານອາກາດໃນຊ່ວງສົງຄາມໂລກຄັ້ງທີ 2 ຈະໄດ້ຜົນ ຫຼື ບໍ່ ນັ້ນຖ້າຢາກຮູ້ ລອງເຮັດຕາມຂັ້ນຕອນດັ່ງຕໍ່ໄປນີ້:

  1. ເລີ່ມຈາກການຜ່ອນຄາຍຮ່າງກາຍ

Relax And Win ໜັງສືກ່ຽວກັບໂປຣແກມພັດທະນາດັ່ງກ່າວ ຂຽນເຖິງຂັ້ນຕອນການຜ່ອນຄາຍຮ່າງກາຍເຊັ່ນ: ຂັ້ນເລີ່ມຕົ້ນໃຫ້ນັ່ງເທິງຕັ່ງ ຫຼື ຕຽງໃນທ່າທີ່ຜ່ອນຄາຍ, ຊອກບ່ອນວາງຕີນໃຫ້ສະບາຍ, ແຍກຫົວເຂົ່າອອກເລັກໜ້ອຍ, ວາງມືທັງສອງໄວ້ດ້ານໃນຂອງຂາທັງສອງຂ້າງ ຈາກນັ້ນໃຫ້ຜ່ອນຄາຍກ້າມເນື້ອໂດຍໄລ່ຈາກເທິງຫາລຸ່ມລົງມາທີ່ກາມ, ລີ້ນ ແລະ ປາກ. ເຮັດທຸກສ່ວນໃຫ້ຜ່ອນຄາຍທີ່ສຸດໄປພ້ອມກັບການຫາຍໃຈເຂົ້າອອກຊ້າໆ.

ຈາກນັ້ນລົງມາທີ່ສ່ວນຮ່າງກາຍ ເລີ່ມຈາກບ່າໄຫຼ່, ປ່ອຍບ່າໃຫ້ຕົກ ຫຼື ແນບລົງກັບດ້ານຂ້າງຂອງລໍາໂຕ ແລ້ວຫາຍໃຈເຂົ້າເລິກໆຄ້າງໄວ້ປະມານ 3 ວິນາທີ ກ່ອນຈະປ່ອຍລົມຫາຍໃຈອອກມາເປັນການຜ່ອນຄາຍໜ້າເອິກ, ເຮັດຊ້າໆເລື້ອຍໆ ຫຼັງຈາກນັ້ນຫາຍໃຈເຂົ້າອອກໃຫ້ເປັນຈັງຫວະ. ວິທີນີ້ ຈະຊ່ວຍໃຫ້ຮ່າງກາຍເຮົາຫຼຸດຜ່ອນຄວາມຕຶງຄຽດ ພ້ອມເຂົ້າສູ່ພາວະການນອນຫຼັບຢ່າງມີປະສິດທິພາບ ຈະດີທີ່ສຸດຖ້າເຮັດຄວບຄູ່ໄປກັບການຜ່ອນຄາຍຈິດໃຈ.

  1. ວິທີການຢຸດຄວາມຄິດ ມີທັງໝົດ 3 ຮູບແແບບ ຄວນເລືອກເຮັດຂໍ້ໃດຂໍ້ໜຶ່ງໂດຍບໍ່ຕ້ອງເຮັດໝົດທຸດຂໍ້

ຮູບແບບທີ 1: ລະຫວ່າງທີ່ນອນລົງໃຫ້ເຮົາຈິນຕະນາການວ່າ ຕົນເອງກໍາລັງນອນຢູ່ເທິງເຮືອທີ່ກໍາລັງລອຍຢູ່ເທິງໜ້ານໍ້າ ທີ່ມີອາກາດສົດຊື່ນ ພ້ອມມີກ້ອນເມກ ແລະ ທ້ອງຟ້າທີ່ສວຍງາມຢູ່ທາງໜ້າ

ຮູບແບບທີ 2: ໃຫ້ຈິນຕະນາການວ່າທ່ານກໍາລັງນອນຢູ່ຫ້ອງທີ່ມີສີດໍາຂະໜາດກວ້າງໃຫຍ່ ແລະ ທຸກຢ່າງຮອບຕົວກໍເປັນສີດໍາໝົດ

ຮູບແບບທີ 3: ບໍ່ຈິນຕະນາການຫຍັງ ແລະ ປ່ອຍໃຫ້ສະໝອງຫວ່າງທີ່ສຸດ

ແຕ່ລະຮູບແບບ ຄວນເຮັດຕໍ່ເນື່ອງເປັນເວລາ 10 ວິນາທີ.

ຜົນການວິໄຈຈາກນັກຮຽນທະຫານທີ່ແບ່ງອອກເປັນ 2 ກຸ່ມ ຈໍານວນ 96% ສາມາດນອນຫຼັບພາຍໃນ 2 ນາທີ ຫຼື ໃຊ້ເວລາໜ້ອຍກວ່ານັ້ນ ເຖິງແມ່ນວ່າກ່ອນທົດສອບຈະໃຫ້ດື່ມກາເຟ ຫຼື ເຮັດສຽງດັງເພື່ອລົບກວນກໍຕາມ.

ສໍາລັບຄົນທີ່ກໍາລັງຜະເຊີນກັບພາວະຕຶງຄຽດ ຫຼື ນອນຫຼັບຍາກ ແນ່ນອນວ່າອາດຈະບໍ່ໄດ້ສົ່ງຜົນຕັ້ງແຕ່ຄັ້ງທໍາອິດທີ່ເຮັດ ຕ້ອງອາໄສການເຝິກຝົນຢ່າງສະໝໍ່າສະເໝີ ແລ້ວຜົນຕອບຮັບມັນຈະສະແດງໃຫ້ເຮົາເຫັນເອງ. ເຊິ່ງວິທີນີ້ອາດເປັນວິທີງ່າຍໆທີ່ຈະພາທ່ານນອນຫຼັບໄດ້ງ່າຍຂຶ້ນກໍເປັນໄດ້.

ຂໍ້ມູນ: unlockmen

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...