spot_img
Homeຂ່າວຕ່າງປະເທດທ່ານ ສຸກະ ຊະນະໂຫວດເລືອກຕັ້ງຫົວໜ້າພັກແກນນຳ ກຽມເປັນນາຍົກຄົນໃໝ່

ທ່ານ ສຸກະ ຊະນະໂຫວດເລືອກຕັ້ງຫົວໜ້າພັກແກນນຳ ກຽມເປັນນາຍົກຄົນໃໝ່

Published on

ເວັບໄຊ sanook ລາຍງານວ່າ ທ່ານ ໂຍຊິຮິເດະ ສຸກະ ໄດ້ຮັບເລືອກໃຫ້ເປັນຫົວໜ້າພັກປະຊາທິປະໄຕເສລີຄົນໃໝ່ ໃນວັນທີ 14 ກັນຍາ 2020 ເຊິ່ງພັກການເມືອງນີ້ເປັນພັກແກ່ນນຳລັດຖະບານຂອງຍີ່ປຸ່ນ ເຮັດໃຫ້ຄາດການວ່າທ່ານ ສຸກະ ຈະໄດ້ຮັບເລືອກຈາກສະມາຊິກສະພາໃຫ້ເປັນນາຍົກລັດຖະມົນຕີຄົນຕໍ່ໄປຂອງຍີ່ປຸ່ນ.

ທ່ານ ສຸກະ ໄດ້ຮັບຄະແນນໄປເຖິງ 377 ຄະແນນ ສ່ວນທ່ານ ຟຸມິໂອະ ຄິຊິດະ ອະດີດລັດຖະມົນຕີວ່າການກະຊວງການຕ່າງປະເທດໄດ້ຄະແນນໄປ 89 ຄະແນນ ແລະ ທ່ານ ຊິເລະຣຸ ອິຊິບະ ອະດີດລັດຖະມົນຕີວ່າການກະຊວງປ້ອງກັນປະເທດໄດ້ຄະແນນ 68 ຄະແນນ.

ການເຄື່ອນໄຫວດັ່ງກ່າວນີ້ ເກີດຂຶ້ນຫຼັງຈາກທ່ານ ຊິນໂຊະ ອາເບະ ປະກາດລາອອກໄປຈາກຕໍາແໜ່ງນາຍົກລັດຖະມົນຕີໄປເມືອເດືອນທີ່ຜ່ານມາ ໂດຍອ້າງວ່າເປັນເພາະມີບັນຫາສຸຂະພາບ.

ທັງນີ້, ທ່ານ ສຸກະ ໄດ້ຮັບແຮງສະໜັບສະໜຸນຈາກບັນດາຜູ້ນຳລະດັບສຸງໃນພັກ ແລະ ສະມາຊິກຄົນອື່ນໆ ຕັ້ງແຕ່ກ່ອນການເລືອກຕັ້ງຫົວໜ້າພັກຄົນໃໝ່ໃນວັນນີ້ແລ້ວ ຄາດວ່າສ່ວນໜຶ່ງເປັນເພາະທ່ານ ສຸກະ ໃຫ້ຄຳໜັ້ນວ່າຈະສານຕໍ່ນະໂຍບາຍການບໍລິຫານປະເທດຂອງທ່ານ ອາເບະ.

ສ່ວນນະໂຍບາຍຫຼັກທີ່ທ່ານ ສຸກະ ຫົວໜ້າພັກປະຊາທິປະໄຕເສລີຄົນໃໝ່ເຄີຍກ່າວໄວ້ວ່າຈະໃຫ້ຄວາມສຳຄັນໃນອັນດັບຕົ້ນໆຄື: ການຕໍ່ສູ້ກັບການແຜ່ລະບາດຂອງໂຄວິດ-19 ແລະ ການນຳພາເສດຖະກິດຂອງຍີ່ປຸ່ນໃຫ້ຜ່ານວິດກິດໂຣກລະບາດດັ່ງກ່າວໄປໃຫ້ໄດ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...