Homeຂ່າວພາຍ​ໃນທ່ານ ພັນຄໍາ ວິພາວັນ ຊີ້ນຳຄະນະຮັບຜິດຊອບສະຖານີລົດໄຟຫຼວງພະບາງ

ທ່ານ ພັນຄໍາ ວິພາວັນ ຊີ້ນຳຄະນະຮັບຜິດຊອບສະຖານີລົດໄຟຫຼວງພະບາງ

Published on

ວັນທີ 7 ສີງຫາ 2022 ນີ້ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຢູ່ສະຖານີ ລົດໄຟລາວ-ຈີນ ບ້ານ ຊຽງລ້ອມ ນະຄອນ ຫຼວງພະບາງ.

อาจเป็นรูปภาพของ 6 คน และ ผู้คนกำลังยืน

ສະຖານີຫຼວງພະບາງ ເປັນສະຖານີລະດັບສອງ ຂອງແລວທາງລົດໄຟລາວ-ຈີນ ຮອງຈາກສະຖານີນະຄອນຫຼວງວຽງຈັນ, ມີເນື້ອທີ່ຫຼາຍກວ່າ 7.000 ຕາແມັດ, ໃນອາຄານສາມາດຮອງຮັບຜູ້ໂດຍສານໄດ້ 1.200 ຄົນ, ໂດຍຜ່ານການອອກແບບໃຫ້ມີຮູບຊົງທີ່ເປັນເອກະລັກ ສອດຄ່ອງກັບມໍລະດົກໂລກຫຼວງພະບາງ, ມີພະນັກງານທັງໝົດ ເກືອບ 100 ຄົນ ,ໃນນັ້ນ ເປັນຄົນລາວສ່ວນໃຫຍ່ ແລະພະນັກງານຄົນລາວທີ່ຜ່ານການຝຶກອົບຮົມ ກ່ຽວກັບວຽກງານທາງລົດໄຟຫຼາຍກວ່າ 30 ຄົນ, ປັດຈຸບັນພວມສືບຕໍ່ໃນການປັບປຸງສີ່ງອຳນວຍຄວາມສະດວກ, ເປັນຕົ້ນ ຈຸດຂາຍປີ້ລົດໄຟ, ຈຸດລໍຖ້າຂື້ນລົດໄຟ ແລະອື່ນໆ, ນັບແຕ່ເປີດບໍລິການມາຮອດປັດຈຸບັນ ໄດ້ຈຳໜ່າຍປີ້ລົດໄຟແລ້ວເກືອບ 200.000ປີ້, ສະເພາະເດືອນກໍລະກົດ ເປັນໄລຍະທີ່ມີການໃຊ້ບໍລິການຫຼາຍກວ່າໝູ່, ເຊີ່ງມີຜູ້ໂດຍສານຂາອອກທັງໝົດ 53.436 ຄົນ, ສ່ວນສະຖານີຂົນສົ່ງສີນຄ້າ ແມ່ນມີ 2 ຊ່ອງທາງສຳລັງຄ່ຽນຖ່າຍສີນຄ້າ, ແຕ່ລະຊ່ອງທາງສາມາດບັນຈຸສີນຄ້າໄດ້ 32 ຕູ້, ມີພື້ນທີ່ສຳລັບຮອງຮັບຕູ້ບັນຈຸສີນຄ້າປະມານ 10.000 ຕາແມັດ ສາມາດຮອງຮັບຕູ້ສີນຄ້າໄດ້ 924 ຕູ້, ສະເລ່ຍບໍລິມາດການຂົນສົ່ງປະມານ 1 ລ້ານໂຕ່ນຕໍ່ປີ, ປັດຈຸບັນມີສີນຄ້າສົ່ງອອກປະເພດແຮ່ເຫຼັກ, ແປ້ງມັນຕົ້ນ ແລະຢາງພາລາ, ສ່ວນສີນຄ້ານຳເຂົ້າປະກອບມີປະເພດປຸຍ ແລະເຫຼັກຈຳນວນໜື່ງ, ນັບແຕ່ເປີດບໍລິການໃນທ້າຍເດືອນກຸມພາຜ່ານມາ ໄດ້ມີສີນຄ້າສົ່ງອອກ 3.519 ຕູ້, ນ້ຳໜັກ 146.662ໂຕ່ນ.

อาจเป็นรูปภาพของ 8 คน, ผู้คนกำลังนั่ง, ผู้คนกำลังยืน และ สถานที่ในร่ม

ພ້ອມດຽວກັນນີ້ ທ່ານ ພັນຄໍາ ວິພາວັນ ເນັ້ນໃຫ້ຄະນະຮັບຜິດຊອບ ຢູ່ສະຖານີລົດໄຟຫຼວງພະບາງ ພ້ອມກັນຄົ້ນຄວ້າ,ປັບປຸງຂອດບໍລິການ ຢູ່ສະຖານີ ຫຼວງພະບາງ ເປັນຕົ້ນ ແມ່ນລະບົບການຂາຍປີ້ຂຶ້ນລົດໄຟ ທີ່ທັນສະໄໝ ແລະສະດວກສະບາຍກວ່າເກົ່າ,ການໃຫ້ບໍລິການປິ່ນອ້ອມສະຖານີ້, ຈຸດບໍລິການຜ່ານທາງໂດຍສານ, ຮ້ານອາຫານ, ຈຸດກວດກາຄົນເຂົ້າອອກ, ດ່ານພາສີ ແລະ ອື່ນໆ.

ໂອກາດການຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫຼວງພະບາງ ຄັ້ງນີ້ ນອກຈາກເຮັດວຽກຮ່ວມກັບຄະນະຮັບຜິດຊອບສະຖານີລົດໄຟຫຼວງພະບາງແລ້ວ ວັນທີ 8 ສີງຫາ 2022 ທ່ານນາຍົກລັດຖະມົນຕີ ໄດ້ເຮັດວຽກຮ່ວມກັບການນຳຂອງແຂວງຫຼວງພະບາງ ພ້ອມທັງໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງຕື່ມອີກ.

ແຫຼ່ງຂ່າວຈາກ Media Laos

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...