spot_img
Homeມຸມຂ່າວ AECທ່ານ ທອງສິງ ທຳມະວົງ ຕ້ອນຮັບທູດກຳປູເຈຍ ເຂົ້າຢ້ຽມອຳລາ

ທ່ານ ທອງສິງ ທຳມະວົງ ຕ້ອນຮັບທູດກຳປູເຈຍ ເຂົ້າຢ້ຽມອຳລາ

Published on

ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ​ແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ອຳ​ລາ​ຂອງ​ທ່ານ Yi Dan ເອກ​ອັກຄະລາຊະທູດ​ກຳປູເຈຍ ປະຈຳ​ລາວ ໃນ​ວັນ​ທີ 23 ທັນວາ 2013 ທີ່​ຫ້ອງ​ວ່າການ​ລັດຖະບານ ໃນ​ໂອກາດ​ສຳເລັດ​ການ​ປະຕິບັດ​ໜ້າທີ່​ການ​ທູດ​ຢູ່​ລາວ.

ໂອກາດ​ນີ້ ທ່ານ​ນາຍົກລັດຖະມົນຕີ ໄດ້​ສະແດງ​ຄວາມ​ຊົມເຊີຍ ແລະ ຕີ​ລາຄາ​ສູງ​ຕໍ່​ທ່ານ​ເອກ​ອັກຄະລາຊະທູດ ທີ່​ໄດ້​ສຳເລັດ​ໜ້າທີ່​ການ​ທູດ​ຂອງ​ຕົນ ຢ່າງ​ມີ​ຜົນສຳເລັດ​ອັນ​ດີ ພ້ອມ​ທັງ​ສະແດງ​ຄວາມ​ຂອບໃຈ ຕໍ່​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ ແລະ ການ​ຮ່ວມ​ມື​ລະຫວ່າງ ​ສປປ ລາວ ແລະ ກຳປູເຈຍ ຕະຫຼອດ​ມາ ໃນ​ຕອນ​ທ້າຍ ທ່ານ​ນາຍົກລັດຖະມົນຕີ ໄດ້​ອວຍພອນ​ໃຫ້​ທ່ານ​ເອກ​ອັກຄະລາຊະທູດ​ກຳປູເຈຍ ຈົ່ງ​ເດີນທາງ​ກັບ​ຄືນ​ປະເທດ ດ້ວຍ​ຄວາມ​ສະຫວັດດີ​ພາບ ແລະ ປະສົບ​ຜົນສຳເລັດ ໃນ​ໜ້າທີ່​ການ​ງານ​ໃໝ່​ທີ່​ມີ​ກຽດ​ຂອງ​ທ່ານ.

ໃນ​ໂອກາດ​ດັ່ງກ່າວ ເອກ​ອັກຄະລາຊະທູດ​ກຳປູເຈຍ ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ພ້ອມ​ທັງ​ໄດ້​ຖື​ໂອກາດ​ນີ້ ສະແດງ​ຄວາມ​ຂອບໃຈ​ຢ່າງ​ຈິງ​ໃຈ ຜ່ານ​ທ່ານ​ນາຍົກລັດຖະມົນຕີ ໄປ​ຍັງ​ບັນດາ​ການ​ນຳ​ພັກ-ລັດ ກໍ​ຄື​ປະຊາຊົນ​ລາວ​ບັນດາເຜົ່າ ທີ່​ໄດ້​ໃຫ້ການ​ຮ່ວມ​ມື​ທີ່​ດີ ແລະ ອຳນວຍ​ຄວາມ​ສະດວກ​ທຸກ​ຢ່າງ ໃນ​ຕະຫຼອດ​ໄລຍະ​ການ​ປະຕິບັດ​ໜ້າທີ່​ຂອງ​ຕົນ​ຢູ່ ​ສປປ ລາວ ໄດ້​ຮັບ​ຜົນສຳເລັດ​ຢ່າງ​ໜ້າ​ເພິ່ງ​ພໍໃຈ.

ຂ່າວ​ແຈ້ງ​ໃຫ້​ຮູ້​ຕື່ມ​ວ່າ: ໃນ​ວັນ​ດຽວ​ກັນ​ນີ້ ທີ່​ກະຊວງ​ການ​ຕ່າງປະເທດ ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ​ແຫ່ງ ​ສປປ ລາວ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ ເຊ້ຍ ຫ່າງ​ເຊີງ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ການ​ຕ່າງປະເທດ ​ສປ.ຈີນ ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ເດີນທາງ​ມາ​ເຂົ້າ​ຮ່ວມ ພິທີ​ເປີດ​ສະຖານ​ກົງສຸນ​ໃຫຍ່ ​ສປ.ຈີນ ທີ່​ແຂວງ​ຫຼວງ​ພະ​ບາງ ​ສປປ ລາວ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...