spot_img
Homeຂ່າວທ້ອງຖິ່ນທ່ານຮອງນາຍົກລັດຖະມົນຕີຢ້ຽມຢາມ ແລະ ຊຸກຍູ້ການຜະລິດເປັນສິນຄ້າຢູ່ແຂວງໄຊຍະບູລີ.

ທ່ານຮອງນາຍົກລັດຖະມົນຕີຢ້ຽມຢາມ ແລະ ຊຸກຍູ້ການຜະລິດເປັນສິນຄ້າຢູ່ແຂວງໄຊຍະບູລີ.

Published on

ໃນລະຫວ່າງ ວັນທີ 1-2 ມິຖຸນາ 2022 ນີ້ ທ່ານ ປອ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຮອງລັດຖະມົນຕີຈາກສູນກາງ ໄດ້ຢ້ຽມຢາມ ແລະ ຊຸກຍູ້ການຜະລິດເປັນສິນຄ້າ ຢູ່ແຂວງໄຊຍະບູລີ ໃຫ້ກຽດຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ພ້ອມບັນດາທ່ານຮອງລັດຖະມົນຕີໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ແລະ ການນໍາຂອງແຂວງ ຂອງເມືອງຢ່າງອົບອຸ່ນ.

ໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ແລະ ຮອງລັດຖະມົນຕີ ໄດ້ພົບປະໂອລົມຕໍ່ການນໍາຂອງແຂວງຂອງເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ, ເຊິ່ງກ່ອນອື່ນ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ໄດ້ລາຍງານສະພາບພົ້ນເດັ່ນໃນການນໍາພາຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມໃນ 5 ເດືອນຜ່ານມາ ພາຍໃຕ້ການນໍາພາຊີ້ນໍາຂອງພັກ-ລັດຖະບານ, ຄະນະພັກ, ອົງການປົກຄອງຂັ້ນຕ່າງໆພາຍໃນແຂວງ ໄດ້ພ້ອມກັນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆພ້ອມກັນຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ່ VII ຂອງອົງຄະນະພັກແຂວງ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ແຫ່ງຊາດຄັ້ງທີ່ IX ຕິດພັນກັບການຜັນຂະຫຍາຍ 2 ວາລະຫວ່າງແຫ່ງຊາດ ອັນທີ່ເປັນພື້ນຖານສໍາຄັນແມ່ນພວກເຮົາຍັງສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ເສດຖະກິດເຖິງວ່າໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ 19, ໄພທໍາມະຊາດ ແລະ ການລະບາດຂອງພະຍາດສັດ ແຕ່ບໍ່ເຖິງຂັ້ນຮ້າຍແຮງ, ບັນຍາກາດການຜະລິດສະບຽງອາຫານ, ຜະລິດສິນຄ້າຂອງປະຊາຊົນ ຍັງສືບຕໍ່ເປັນຂະບວນການຢ່າງຕໍ່ເນື່ອງດີ ຄາດຄະເນໝົດປີເສດຖະກິດຂອງແຂວງຈະເຕີບໂຕໃນລະດັບ 4,5-4,6%. ສໍາລັບປີ 2022 ແຜນລາຍຮັບງົບປະມານ ທັງໝົດ 1.125,37 ຕື້ກີບ, ໃນນີ້; ລາຍຮັບພູດສູນກາງ 890,86 ຕື້ກີບ, ພູດທ້ອງຖິ່ນ 234,51 ຕື້ກີບ; ໃນໄລຍະ 5 ເດືອນ ມາຮອດມື້ນີ້ ປະຕິບັດໄດ້ 428,84 ຕື້ກີບ, ເທົ່າກັບ 38,11% ຂອງແຜນການປີ, ພູດສູນກາງ ປະຕິບັດໄດ້ 353,76 ຕື້ກີບ, ເທົ່າກັບ 39,71% ຂອງແຜນການປີ, ພູດທ້ອງຖິ່ນ ປະຕິບັດໄດ້ 75,09 ຕື້ກີບ, ເທົ່າກັບ 32,02% ຂອງແຜນການປີ; ແຜນລາຍຈ່າຍ 518,73 ຕື້ກີບ, ປະຕິບັດໄດ້ 207,35 ຕື້ກີບ ເທົ່າກັບ 39,97% ຂອງແຜນການປີ; ໄດ້ຫັນມານໍາໃຊ້ເຄື່ອງມືທັນສະໄໝ ເຂົ້າໃນການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ ດ້ວຍລະບົບ TaxRis ສໍາເລັດແລ້ວ 6 ເມືອງ, ຍັງອີກ 5 ເມືອງ ຄາດວ່າຈະສໍາເລັດໃນທ້າຍປີ 2022. ທົ່ວແຂວງມີ 430 ບ້ານ ອັດຕາການຊົມໃຊ້ໄຟຟ້າກວມເອົາທຸກບ້ານ ໃນທົ່ວແຂວງ

ໃນນີ້; ບ້ານທີ່ໄດ້ຊົມໃຊ້ໄຟຟ້າຖາວອນໃນລະບົບ ມີ 423 ບ້ານ, ຊົມໃຊ້ໄຟຟ້າແສງຕາເວັນມີ 6 ບ້ານ ແລະ ຊົມໃຊ້ໄຟຂະໜາດນ້ອຍ 1 ບ້ານ, ອັດຕາການຊົມໃຊ້ໄຟຟ້າກວມ 98,25%; ອັດຕາການຊົມໃຊ້ນໍ້າສະອາດ 94,89% ຂອງຄອບຄົວທັງໝົດ, ມາຮອດປະຈຸບັນ ຍັງບ້ານໜື່ງທີ່ຍັງບໍ່ທັນມີເສັ້ນທາງລົດເຂົ້າເຖິງ ຍັງອາໄສການໄປ-ມາທາງເຮືອ (ຖ້າໄຟຟ້ານໍ້າຂອງຈຸດປາກລາຍເກີດ ກໍ່ຈະໄດ້ຖືກຍົກຍ້າຍບ້ານ, ຝັ່ງໄຊຍະບູລີ ມີ 3 ບ້ານ: ບ້ານຜາລຽບ, ບ້ານໜອງໄຄ້ ແລະ ບ້ານປາກຕຸງ). ອັດຕາຄວາມທຸກຍາກ ປະເມີນຕາມດໍາລັດ 348/ລບ ຄອບຄົວທຸກຍາກຍັງເຫຼືອ 3,830 ຄອບ ຄົວ ກວມ 4,52% ຂອງຈໍານວນຄອບຄົວທັງໝົດ, ບ້ານທຸກຍາກ ຍັງ 48 ບ້ານ ກວມ 11,16%, ແລະ ເມືອງທຸກຍາກ 4 ເມືອງ (ເມືອງໄຊຍະບູລີ, ໄຊສະຖານ, ຊຽງຮ່ອນ ແລະ ເມືອງຄອບ) ແຕ່ໃນຕົວຈິງແລ້ວ ຄວາມທຸກຍາກຂອງປະຊາຊົນຢູ່ຊົນນະບົດ ໄດ້ຮັບການແກ້ໄຂຫຼຸດລົງເປັນກ້າວໆ. ການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ. ມາຮອດປະຈຸບັນໄດ້ນໍາພາເຊື່ອມຊຶມສໍາເລັດຮອດຮາກຖານບ້ານແລ້ວ.

ທັງ 2 ວຽກນີ້ ການຜັນຂະຫຍາຍແມ່ນເອົາຕິດພັນກັບວຽກງານກວດກາປະເມີນ ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍຕິດພັນກັບແຜນການຂອງຄອບຄົວ, ສ້າງເປັນຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາຂອງຄອບຄົວ. ສໍາຫຼັບການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແມ່ນໄດ້ສຸມໃສ່ຊຸກຍູ້ສົ່ງເສີມການຜະລິດພາຍໃນ ໃຫ້ມີຄວາມເຂັ້ມແຂງຫຼຸດຜ່ອນການນໍາເຂົ້າ ເພີ່ມປະລິມານສິນຄ້າ ແລະ ມູນຄ່າການສົ່ງອອກ, ຂະຫຍາຍລະບົບ TaxRis ເຂົ້າໃນການຄຸ້ມຄອງຈັດເກັບລາຍຮັບ ໃຫ້ຄົບໝົົດທຸກເມືອງ ໃນປີ 2022, ກວດກາການນໍາເຂົ້າ ແລະ ແກ້ໄຂ ການນໍາໃຊ້ພາຫະນະບໍ່ຖືກຕ້ອງຈໍານວນ2,800 ຄັນ; ໃນນີ້, ປະເພດລົດໃຫຍ່ 902 ຄັນ ສາມາດຈັດເກັບລາຍຮັບໄດ້ 24,88 ຕື້ກີບ; ພ້ອມກັນນີ້ກໍ່ໄດ້ເອົາໃຈໃສ່ສຶກສາອົບໃຫ້ຮົມປະຊາຊົນ, ສັງຄົມ ຫັນມາດໍາລົງຊີວິດແບບງ່າຍດາຍ, ປະຢັດການໃຊ້ຈ່າຍ ໃນສິ່ງທີ່ບໍ່ຈໍາເປັນ.

ຈາກນັ້ນ ທ່ານ ປອ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ທີ່ຄະນະນໍາຂອງແຂວງ ຂອງເມືອງຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ຄະນະນໍາຂອງແຂວງ ຂອງເມືອງຈົ່ງໄດ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວສະມາຊິກພັກ-ພະນັກງານ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງຂອງພັກ-ລັດ ໃນສະພາບເສດຖະກິດພົບຄວາມຫຍຸ້ງຍາກຄືປະຈຸບັນນີ້, ເອົາໃຈໃສ່ສືບຕໍ່ປະຕິບັດວາລະແຫ່ງຊາດ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຢາເສບຕິດ ທຸກໆຂະແໜງການເຮັດວຽກຕ້ອງມີການປະສານສົມທົບກົມກຽວກັນ, ຕັ້ງໜ້າເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນ ໃນການປູກ-ການລ້ຽງໃຫ້ຫຼາຍກາຍເປັນສິນຄ້າ ຫັນຈາກການລ້ຽງແບບທໍາມະຊາດມາລ້ຽງເປັນກຸ່ມເປັນຟາມ ເພື່ອສ້າງລາຍຮັບເຂົ້າໃນຄອບຄົວ, ສືບຕໍ່ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19. ໃນໂອກາດທີ່ທ່ານຮອງນາຍົກລັດຖະມົນຕີ ພ້ອມພັນລະຍາ ແລະ ຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກທີ່ແຂວງໄຊຍະບູລີ ບັນດາທ່ານໄດ້ລົງຢ້ຽມຢາມພື້ນຖານການຜະລິດຂອງປະຊາຊົນ ແລະ ຟາມງົວຢູ່ບ້ານນາໂສມ ເມືອງພຽງ ເຊັ່ນ: ການຜະລິດເຂົ້າ 3 ຮອບວຽນ ຂອງກຸ່ມຜະລິດເຂົ້າບ້ານນາໂສມ, ຟາມລ້ຽງງົວ, ກຸ່ມຫັດຖະກໍາຂອງປະຊາຊົນບ້ານແສງຈະເລີນ ແລະ ຍັງໄດ້ຮ່ວມກັນກັບຄະນະນໍາຂອງແຂວງປູກຕົ້ນໄມ້ທີ່ສະໜາມກ໋ອບຊ້າງນ້ອຍຕື່ມອີກ.
ຂໍ້ມູນ: MediaLAOS

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...