spot_img
Homeຂ່າວພາຍ​ໃນທ່ານນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີການຕ່າງປະເທດອົດສະຕຣາລີ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີການຕ່າງປະເທດອົດສະຕຣາລີ

Published on

ທ່ານນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີການຕ່າງປະເທດອົດສະຕຣາລີ

 

ວັນທີ 20 ກຸມພາ 2013 ທີ່ຫ້ອງວ່າການລັດຖະບານ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່າ
ນັບຂອງທ່ານ ບ໋ອບ ຄາ ສະມາຊິກສະພາສູງ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ອົດສະຕຣາລີ ພ້ອມຄະນະ ໃນໂອ
ກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 18-20 ກຸມພານີ້.
ໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ
ຂອງທ່ານລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ອົດສະຕຣາລີ ຄັ້ງນີ້ ຈະເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການ
ເພີ່ມທະວີຮັດແໜ້ນການພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ປະເທດອົດສະຕຣາລີ ໂດຍສະ
ເພາະ ລະຫວ່າງສອງຂະແໜງການຕ່າງປະເທດ ທີ່ມີມາແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ ທ່ານນາຍົກລັດຖະມົນຕີ ຍັງໄດ້ຖືໂອ
ກາດນີ້ສະແດງຄວາມຂອບອົກຂອບໃຈມາຍັງລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ
ສປປ ລາວ ໂດຍຕະຫຼອດມາ ແລະ ການຊ່ວຍເຫຼືອດັ່ງກ່າວ ມັນໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ
ລາວ ຊຶ່ງການຊ່ວຍເຫຼືອສ່ວນຫຼາຍ ແມ່ນໄດ້ສຸມໃສ່ຂະແໜງສາທາລະນະສຸກ ໃນການສົ່ງເສີມດ້ານສຸຂະພາບ ເພື່ອເຮັດໃຫ້ປະຊາ
ຊົນເຂດຫ່າງໄກສອກຫຼີກ ໄດ້ສາມາດເຂົ້າເຖິງການບໍລິການຮັກສາສຸຂະພາບ ແນໃສ່ເຮັດໃຫ້ອັດຕາຜູ້ທີ່ເປັນພະຍາດຕາບອດຢູ່ລາວ
ຫຼຸດລົງ ແລະ ໃຫ້ທຶນການສຶກສາແກ່ນັກສຶກສາລາວ ເພື່ອໄປຍົກລະດັບດ້ານວິຊາການຢູ່ປະເທດອົດສະຕຣາລີ ແລະ ອື່ນໆ ທັງໝົດ
ນີ້ມັນສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງລັດຖະບານອົດສະຕຣາລີ ທີ່ມີຕໍ່ປະເທດດ້ອຍພັດທະນາ ສປປ ລາວ.
ທ່ານ ບ໋ອບ ຄາ ກໍໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານນາຍົກລັດຖະມົນຕີ ພ້ອມທັງແຈ້ງໃຫ້
ຊາບກ່ຽວກັບຈຸດປະສົງ ກໍຄືຜົນສຳເລັດຂອງການຢູ່ຢ້ຽມຢາມ ສປປ ລາວ.
ຂ່າວແຈ້ງຕື່ມວ່າ: ເວລາຕໍ່ມາຂອງວັນດຽວກັນນີ້ທ່ານ ບ໋ອບ ຄາ ສະມາຊິກສະພາສູງ ລັດຖະມົນຕີວ່າການ ກະຊວງການຕ່າງປະ
ເທດອົດສະຕຣາລີ ພ້ອມຄະນະ ຍັງໄດ້ເຂົ້າພົບປະກັບທ່ານ ສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງ
ທຶນ ທີ່ກະຊວງແຜນການ ແລະ ການລົງທຶນ ເພື່ອພົບປະປຶກສາຫາລືກັນກ່ຽວກັບການຮ່ວມມືດ້ານການຄ້າ ແລະ ການລົງທຶນຂອງ
ສອງປະເທດໃນຕໍ່ໜ້າ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...