spot_img
Homeຂ່າວທ້ອງຖິ່ນທົ່ວປະເທດ ໄດ້ໃຊ້ໄຟຟ້າແບບຖາ ວອນແລ້ວ 95% ຂອງຈໍານວນຄອບຄົວ

ທົ່ວປະເທດ ໄດ້ໃຊ້ໄຟຟ້າແບບຖາ ວອນແລ້ວ 95% ຂອງຈໍານວນຄອບຄົວ

Published on

ຮອດປັດຈຸບັນ, ລັດວິສາຫະກິດໄຟຟ້າລາວສາມາດສະໜອງພະລັງງານໄຟຟ້າຮັບໃຊ້ທັງໝົດ 148 ເມືອງ, ຄິດເປັນ 100% ທີ່ ຢູ່ໃນທຸກເທດສະບານແຂວງ, ນະຄອນຫຼວງ, ເທດສະບານເມືອງ ແລະ ນະຄອນ ເຊິ່ງມີບ້ານທີ່ໄດ້ໃຊ້ໄຟຟ້າທັງໝົດມີ 8.449 ບ້ານ, ເທົ່າກັບ 93% ຂອງຈຳນວນບ້ານ ແລະ 95% ຂອງຈໍານວນຄອບຄົວໃນທົ່ວປະເທດ ໄດ້ໃຊ້ໄຟຟ້າແບບຖາວອນແລ້ວ.

ໜັງສືພິມວຽງຈັນທາມ ລາຍງານວ່າ ຕະຫຼອດໄລຍະ 45 ປີ ຜ່ານມາ,  ລັດວິສາຫະກິດໄຟຟ້າລາວ ໄດ້ສຸມໃສ່ການສະໜອງກະແສໄຟຟ້າຢ່າງພຽງພໍ ຢູ່ພາຍໃນ ໂດຍສະເພາະພາກທີ່ຢູ່ອາໄສ, ອຸດສາຫະກຳ, ກະສິ ກຳ, ຊົນລະປະທານ, ການລ້ຽງສັດ, ຫັດຖະກຳ, ການບໍລິການ, ການທ່ອງທ່ຽວ, ຄົມມະນາຄົມ, ຂົນສົ່ງ ແລະ ຂະແໜງການອື່ນໆ, ສາ ມາດສະໜອງໄຟຟ້າ ໃຫ້ປະຊາຊົນລາວບັນດາເຜົ່າ ກໍຄື ບ້ານ, ເມືອງ, ແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ໄດ້ຊົມໃຊ້ໄຟຟ້າຢ່າງທົ່ວເຖິງ ແລະ ພຽງພໍ.

ຜູ້ວ່າການອຳນວຍການໃຫ່ຍ ລັດວິສາຫະກິດໄຟຟ້າລາວ ທ່ານ ຈັນທະບູນ ສຸກອາລຸນ ໄດ້ແຈ້ງເມື່ອບໍ່ດົນມານີ້ວ່າ: ຕະຫລອດໄລຍະຜ່ານມາຈົນເຖິງປັດຈຸບັນ ລັດວິສາຫະກິດໄຟຟ້າລາວ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ພັດທະນາວຽກງານໄຟຟ້າ ໄປສູ່ຊົນນະບົດ, ໄດ້ມີການຄຸ້ມຄອງ ລະບົບສາຍສົ່ງແຮງສູງ 230 ກິໂລໂວນ, ຍາວທັງ ໝົດ 6.700 ກິໂລແມັດ, 115 ກິໂລໂວນ, ຍາວທັງໝົດ 2.640 ກິໂລແມັດ, ແຮງກາງ ຍາວທັງໝົດ 33.757 ກິໂລແມັດ ແລະ ແຮງຕໍ່າ ຍາວທັງໝົດ 20.158 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 68 ແຫ່ງ, ໝໍ້ແປງ 31.916 ໜ່ວຍ, ມີກຳລັງຕິດຕັ້ງ 5.301 MVA ແລະ ໝໍ້ນັບໄຟ 1.582.812 ໜ່ວຍ.

ທ່ານ ຈັນທະບູນ ໄດ້ແຈ້ງຕື່ມວ່າ: ສໍາລັບ ການຈໍາໜ່າຍພະລັງງານໄຟຟ້າ ສາມາດປະຕິບັດໄດ້ທັງໝົດ 5.201 ລ້ານກິໂລວັດໂມງ ໃນນັ້ນຈຳໜ່າຍພາຍໃນປະເທດ 4.069 ລ້ານກິໂລວັດໂມງ, ຈໍາໜ່າຍອອກຕ່າງປະເທດ (ໄທ, ກໍາປູເຈຍ, ມຽນມາ) 949,33 ລ້ານກິໂລວັດໂມງ, ຂາຍໃຫ້ລູກຄ້າລາຍໃຫ່ຍພາຍໃນປະເທດ 185 ລ້ານກິໂລວັດໂມງ. ພ້ອມນັ້ນ, ໃນກຸ່ມປະເທດອາຊຽນ ສປປ ລາວ ແມ່ນປະເທດທຳອິດ ທີ່ໄດ້ລິເລີ່ມ ສົ່ງຂາຍໄຟຟ້າແບບເຊື່ອມໂຍງໃນກຸ່ມປະເທດອາຊຽນ ປັດຈຸບັນ ໄດ້ສົ່ງອອກແລ້ວ 100 ເມັກກາວັດ ໂດຍຜ່ານປະເທດລາວ-ໄທ-ມາເລເຊຍ ໃນໂຄງການ LTM, ພ້ອມດຽວກັນນັ້ນ, ໃນປີ 2021 ຈະສົ່ງໃຫ້ໄດ້ 300 ເມັກກາວັດ, ພ້ອມຈະສືບຕໍ່ເຈລະຈາຊື້-ຂາຍ ແລະ ເຊື່ອມໂຍງໄປຮອດປະເທດສິງກະໂປ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...