spot_img
Homeຂ່າວພາຍ​ໃນທົ່ວປະເທດປັກດຳນາປີ ສຳເລັດແລ້ວປະມານ 21% ຂອງເນື້ອທີ່ແຜນການ

ທົ່ວປະເທດປັກດຳນາປີ ສຳເລັດແລ້ວປະມານ 21% ຂອງເນື້ອທີ່ແຜນການ

Published on

ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ກະສິກອນທົ່ວປະເທດ ສາມາດປັກດຳເຂົ້ານາປີຂອງຕົນ ສຳເລັດແລ້ວຫຼາຍກວ່າ 164 ພັນຮັກຕາ, ເທົ່າກັບ 21% ຂອງເນື່ອທີ່ແຜນການ 787.500 ເຮັກຕາ, ພົ້ນເດັ່ນກວ່າໝູ່ ແມ່ນບັນດາແຂວງພາກກາງ ສາມາດປັກດຳໄດ້ແລ້ວ ຫຼາຍກວ່າ 111 ພັນເຮັກຕາ, ເທົ່າກັບ 24% ຂອງແຜນການ, ພາກໃຕ້ປະຕິບັດໄດ້ແລ້ວ  36 ພັນກວ່າເຮັກຕາ, ເທົ່າກັບ 18%, ພາກເໜືອປະຕິບັດໄດ້ແລ້ວ 13 ພັນກວ່າເຮັກຕາ, ເທົ່າກັບ 12%, ຂະນະທີ່ຂະແໜງກະສິກຳ ແລະ ປ່າໄມ້ເອງ ກໍໄດ້ນຳສົ່ງພະນັກງານວິຊາການຂອງຕົນ ລົງຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນ ຢູ່ທ້ອງຖິ່ນຕ່າງໆ, ໂດຍສະເພະແມ່ນ ໄດ້ແນະນຳການນຳໃຊ້ ເຕັກນິກວິທະຍາການໃຫ້ກະສິກອນ ເພື່ອສາມາດຍົກສະມັດຕະພາບການຜະລິດ ໃຫ້ໄດ້ຕາມຄາດໝາຍວາງໄວ້. ນອກຈາກນັ້ນ ກໍຍັງມີການປູກເຂົ້າເນີນສູງ(ເຂົ້າໄຮ່) ມາຮອດປັດຈຸບັນ ທົ່ວປະເທດສາມາດປະຕິບັດໄດ້ແລ້ວ 67 ພັນກວ່າເຮັກຕາ, ເທົ່າກັບ 62% ຂອງແຜນການ 100.000 ເຮັກຕາ ແລະ ໄປຄຽງຄູ່ກັບການປູກເຂົ້າແລ້ວ ກະສິກອນທ້ອງຖິ່ນຕ່າງໆ ຍັງໄດ້ສຸມໃສ່ມືປູກພືດລະດູຝົນ ຢ່າງເປັນຂະບວນກວ້າງຂວາງ, ພົ້ນເດັ່ນກວ່າໝູ່ ແມ່ນການປູກພືດໄລຍະສັ້ນ, ປູກໄດ້ຫຼາຍຮອບວຽນ ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ອີກວ່າ: ນອກຈາກການລົງຊຸກຍູ້ການຜະລິດເຂົ້າ ແລະ ພືດລະດຸຝົນແລ້ວ ຂະແໜງການຂອງຕົນ ຍັງໄດ້ລົງຊຸກຍູ້ທ້ອງຖິ່ນຕ່າງໆ ໃຫ້ເອົາໃຈໃສ່ບົວລະບັດຮັກສາ ແລະ ປົວແປງລະບົບຊົນລະປະທານໃຫ້ດີ ຮັບປະ ກັນແກ່ການສະໜອງນ້ຳ ຮັບໃຊ້ການຜະລິດລະດູຝົນປີນີ້ ໄດ້ຢ່າງສະໝໍ່ສະເໝີ ແລະ ພຽງພໍ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...