Home​ຂ່າວທ່ອງທ່ຽວທຸລະກິດໂຮງແຮມ ແລະ ທ່ອງທ່ຽວໃນລາວມີວິທີປັບຕົວ ແລະ ຮັບມືແນວໃດໃນຊ່ວງໂຄວິດ-19?

ທຸລະກິດໂຮງແຮມ ແລະ ທ່ອງທ່ຽວໃນລາວມີວິທີປັບຕົວ ແລະ ຮັບມືແນວໃດໃນຊ່ວງໂຄວິດ-19?

Published on

ຫຼັງຈາກໄວຣັສສາຍພັນໃໝ່ ໂຄວິດ-19 ເຂົ້າມາໃນລາວ ເຮັດໃຫ້ການໃຊ້ຊີວິດຂອງທຸກຄົນປ່ຽນແປງໄປໃນຮູບແບບໃໝ່ ຫຼື ທີ່ເອີ້ນກັນວ່າ ກ້າວເຂົ້າສູ່ຍຸກ New normal ນັ້ນເອງ.

ເມື່ອເວົ້າເຖິງທຸລະກິດໂຮງແຮມ ແລະ ທ່ອງທ່ຽວໃນລາວໃນຊ່ວງທີ່ຜ່ານມາ ສະທ້ອນໃຫ້ເຫັນເຖິງຄວາມເຂັ້ມແຂງຂອງວຽກການໂຮງແຮມ ແລະ ການທ່ອງທ່ຽວ ທີ່ມີຕໍ່ສະຖານະການໂຄວິດ-19 ທີ່ຕ້ອງຮັບມື ແລະ ຜ່ານພົ້ນມັນໄປໃຫ້ໄດ້ ເພາະຈັງຫວະນີ້ມັນເປັນໂອກາດທີ່ທຸລະກິດໂຮງແຮມ ແລະ ທ່ອງທ່ຽວຈະໄດ້ຂະຫຍາຍມາໂປຣໂມດທຸລະກິດຂອງຕົນເອງກັບກຸ່ມລູກຄ້າພາຍໃນປະເທດຫຼາຍຂຶ້ນ, ພ້ອມກັນນັ້ນໃນສ່ວນຂອງຜູ້ປະກອບການກໍໄດ້ຮ່ວມມືກັນເພື່ອກະຕຸ້ນໃຫ້ຄົນເຂົ້າມາໃນພື້ນທີ່ຫຼາຍຂຶ້ນ ໂດຍບໍ່ຕ້ອງແຂ່ງຂັນກັນເອງ ຕົວຢ່າງວ່າ ນັກທ່ອງທ່ຽວມາທ່ຽວຫຼວງພະບາງ ແລ້ວຢາກລົງມາທ່ຽວຈຳປາສັກຕໍ່ ເຮົາກໍຈະໄດ້ມີການແນະນຳໂຮງແຮມຢູ່ຈຳປາສັກໃຫ້ລູກຄ້າໄດ້ ເປັນຕົ້ນ.

ນອກຈາກຍຸດທະສາດການຕະຫຼາດ ແລະ ວິທີປັບຕົວຂອງທຸລະກິດແລ້ວ ຜູ້ປະກອບການກໍຍັງໃຫ້ຄວາມສຳຄັນກັບພະນັກງານ ເຊັ່ນ ຈັດເຝິກອົບຮົມ (Trainning) ພະນັກງານ, ຈັດກິດຈະກຳເພື່ອຄວາມມ່ວນຊື່ນ ແລະ ຜ່ອນຄາຍ ເພາະເມື່ອສະຖານະການກັບມາປົກກະຕິດີແລ້ວ ໂຮງແຮມກໍຈະໄດ້ມີພະນັກງານທີ່ມີຄຸນນະພາບມາເຮັດວຽກນຳນັ້ນເອງ.

ເຖິງຢ່ງໃດກໍຕາມ, ປັດຈຸບັນນີ້ ເພິ່ນກໍໄດ້ມີໂຄງການລາວທ່ຽວລາວ ເຊິ່ງເປັນໂຄງການເພື່ອຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວໃນລາວ, ພ້ອມກັນນັ້ນ ທາງໂຮງແຮມຫຼາຍໆແຫ່ງກໍໄດ້ມີກົນລະຍຸດ ແລະ ການປັບຕົວຕ່າງໆ ໃນການດຳເນີນທຸລະກິດໃນຊ່ວງນີ້ໃຫ້ສາມາດໃຫ້ບໍລິການໄປຕໍ່ໄດ້ເຊັ່ນ:

1. ຫຼຸດຄ່າຫ້ອງພັກ, ຈັດໂປຣໂມຊັ່ນຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວໃນປະເທດ.
2. ຫຼຸດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນເຊັ່ນ ປິດພື້ນທີ່ໃຫ້ບໍລິການບາງສ່ວນເພື່ອຫຼຸດຕົ້ນທຶນໃນສ່ວນທີ່ບໍ່ໄດ້ໃຊ້ງານ.
3. ເຮັດການຕະຫຼາດຜ່ານທາງສື່ອອນລາຍ (Social media) ເຊັ່ນ: Facebook, Instagram, website ຫຼື Platfrom ອື່ນໆໃຫ້ຫຼາຍຂຶ້ນ, ຈັດມຸມຖ່າຍຮູບທີ່ສວຍງາມເຊັ່ນ: ອາຫານ, ຫ້ອງພັກ ແລະ ມຸມຖ່າຍຮູບຕ່າງໆ ເພື່ອດຶງດູດໃຫ້ຄົນມາພັກເຊົ່າ.
4. ສ້າງລາຍໄດ້ຈາກການບໍລິການອື່ນໆພາຍໃນໂຮງແຮມ ເຊັ່ນ: ບໍລິການອາຫານແບບເດລີເວີລີ (Delivery) ຫຼື ບໍລິການຈັດຫາອາຫານໃຫ້ງານລ້ຽງ, ສັງສັນຕ່າງໆ.

ເຊິ່ງໃນປັດຈຸບັນນີ້ ປະເທດລາວເຮົາກໍກຳລັງມີການລ໋ອກດາວໃນຫຼາຍພື້ນທີ່ເພື່ອຫຼຸດຜ່ອນການແຜ່ລະບາດຂອງເຊື້ອໄວຣັສ ໂຄວິດ-19 ເຮັດໃຫ້ບໍ່ສາມາດອອກໄປຂ້າງນອກໄດ້ ສຳລັບທຸລະກິດການໂຮງແຮມ ແລະ ການທ່ອງທ່ຽວໃນລາວ ກໍໄດ້ຫັນໃຊ້ວິກິດນີ້ໃຫ້ເປັນໂອກາດ ພ້ອມທັງເປັນຊ່ວງເວລາໃນການກຽມຕົວ ແລະ ປັບປຸງທຸລະກິດໃຫ້ຮັບມືກັບວິກິດຕ່າງໆໃນອະນາຄົດໄດ້ດີຂຶ້ນອີກດ້ວຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...