spot_img
Homeຂ່າວພາຍ​ໃນທຸລະກິດມີລາຍຮັບ 400 ລ້ານກີບຂຶ້ນໄປ ຕ້ອງເຂົ້າຢູ່ໃນລະບົບອາກອນມູນຄ່າເພີ່ມ

ທຸລະກິດມີລາຍຮັບ 400 ລ້ານກີບຂຶ້ນໄປ ຕ້ອງເຂົ້າຢູ່ໃນລະບົບອາກອນມູນຄ່າເພີ່ມ

Published on

ກ່ຽວກັບວິທີການໃນການຂະຫຍາຍພື້ນຖານວິສາຫະກິດ ເຂົ້າໃນລະບົບອາກອນມູນຄ່າເພີ່ມ ໂດຍການນຳໃຊ້ລະບົບຄຸ້ມຄອງແບບເອເລັກໂຕຣນິກຂອງລັດຖະບານ ໃນປັດຈຸບັນ ໄດ້ຖືກຍົກຂຶ້ນມາຊີ້ແຈ້ງ ເພື່ອສ້າງຄວາມເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງຖືກຕ້ອງ ເປັນເອກະພາບຂອບເຂດທົ່ວປະເທດ ເຊິ່ງບັນດາຫົວໜ່ວຍວິສາຫະກິດ ຫຼື ຜູ້ປະກອບການທີ່ເຂົ້າເງື່ອນໄຂຕາມກົດໝາຍ ແລະ ມີລາຍຮັບຕໍ່ປີເກີນ 400 ລ້ານ ຕ້ອງໄດ້ເຂົ້າຢູ່ໃນລະບົບອາກອນມູນຄ່າເພີ່ມຢ່າງເຂັ້ມງວດ.

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 27 ຕຸລາ 2016 ເຊິ່ງເປັນມື້ທີ 4 ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ດຳເນີນໄປດ້ວຍບັນຍາກາດຟົດຟື້ນ ໂດຍສະມາຊິກສະພາແຫ່ງຊາດ (ສສຊ) ຫຼາຍທ່ານ ໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາ ແລະ ຮັດກຸມ ເຊິ່ງໃນຕອນເຊົ້າກອງປະຊຸມໄດ້ຮັບຟັງການຊີ້ແຈງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງກະຊວງການເງິນ ໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ເຊິ່ງຕໍ່ກັບຄຳຖາມເຈາະຈີ້ມຂອງບັນດາ ສສຊ ທ່ານລັດຖະມົນຕີໄດ້ຕອບຂໍ້ຂ້ອງໃຈ ບາງຕອນສຳຄັນວ່າ: ຕໍ່ກັບວິທີການເພື່ອປັບປຸງການເກັບສະຖິຕິຖານລາຍຮັບໃຫ້ຖືກຕ້ອງ ແລະ ຮັບປະກັນ ໃຫ້ວິສາຫະກິດເຂົ້າສູ່ລະບົບອາກອນມູນຄ່າເພີ່ມຢ່າງທົ່ວເຖິງ ລັດຖະບານໄດ້ມີຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເກັບກຳ ແລະ ສຳຫຼວດຖານລາຍຮັບງົບປະມານຄືນໃໝ່ໃນທົ່ວປະເທດ ເຊິ່ງກະຊວງການເງິນ ໄດ້ເອົາໃຈໃສ່ປະຕິບັດຢ່າງຕັ້ງໜ້າ ໂດຍການປະສານສົມທົບກັບພາກສ່ວນກ່ຽວຂ້ອງທັງສູນກາງ-ທ້ອງຖິ່ນ ເພື່ອປຶກສາຫາລືວິທີການຈັດຕັ້ງປະຕິບັດຢ່າງຈະແຈ້ງ ແລະ ສອດຄ່ອງກັບສະພາບການຕົວຈິງ ຂະແໜງການເງິນ ໄດ້ມີກົນໄກການຕິດຕາມ ແລະ ກວດກາ ເປັນໄລຍະເພີ່ມທະວີການປະສານສົມທົບກັບຂະແໜງການກ່ຽວຂ້ອງເກັບຂໍ້ມູນ ໃນການອອກອະນຸຍາດທະບຽນວິສາຫະກິດ ທະບຽນສຳປະທານ ໃຫ້ວ່ອງໄວກວ່າເກົ່າ ຕໍ່ກັບການຂະຫຍາຍພື້ນຖານວິສາຫະກິດເຂົ້າໃນລະບົບອາກອນມູນຄ່າເພີ່ມ ໂດຍການໃຊ້ລະບົບຄຸ້ມຄອງແບບເອເລັກໂຕຣນິກ ກະຊວງການເງິນ ໄດ້ມີການປະເມີນລາຍຮັບທຸລະກິດຂອງບັນດາທຸລະກິດທົ່ວປະເທດ ເພື່ອຊຸກຍູ້ໃຫ້ເຂົາເຈົ້າເຂົ້າສູ່ລະບົບ ຄຽງຄູ່ກັບການໂຄສະນາເຜີຍແຜ່ໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບລະບຽບກົດໝາຍ ວ່າດ້ວຍອາກອນມູນຄ່າເພີ່ມ ກ່ຽວກັບບັນຫາການຈັດຕັ້ງປະຕິບັດມາດຕະການປະຢັດລາຍຈ່າຍງົບປະມານຂອງລັດໃຫ້ເປັນຮູບປະທຳ ໄລຍະຜ່ານມາ ລັດຖະບານ ໄດ້ມີດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍໃນປີ 2015 ຜ່ານການປະຕິບັດຕົວຈິງເຫັນວ່າທັງສູນກາງ ແລະ ທ້ອງຖິ່ນ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ສະນັ້ນ ກະຊວງການເງິນ ໄດ້ຄົ້ນຄວ້າ ແລະ ນຳສະເໜີທິດທາງໃນການຜັນຂະຫຍາຍດຳລັດດັ່ງກ່າວ ຕໍ່ກອງປະຊຸມລັດຖະບານ ປະຈຳເດືອນຕຸລາ 2016 ເພື່ອພິຈາລະນາອອກເປັນຄຳສັ່ງຂອງນາຍົກ ວ່າດ້ວຍການຕ້ານການຟຸມເຟືອຍ ກ່ຽວກັບວິທີການ ແລະ ມາດຕະການ ເພື່ອແກ້ໄຂການລະເມີດວິໄນການເງິນຂອງບຸກຄົນ ແລະ ຫົວໜ່ວຍງົບປະມານທີ່ມີລັກສະນະຊຳເຮື້ອ ແນໃສ່ຮັບປະກັນບໍ່ໃຫ້ມີການຮົ່ວໄຫຼຂອງງົບປະມານ ແຕ່ລະປີ ລັດຖະບານ ກໍ່ຄືກະຊວງການເງິນ ພວມພະຍາຍາມ ແລະ ປະຕິບັດມາດຕະການຄຸ້ມຄອງການອະນຸມັດລາຍຈ່າຍຢ່າງຮັດກຸມ ສະແດງອອກໃນບົດສະຫຼຸບຂາດຕົວຂອງສົກປີ 2014-2015 ສາມາດປະຢັດລາຍຈ່າຍໄດ້ 580 ຕື້ກີບ ພ້ອມນັ້ນ ຂະແໜງການເງິນຍັງໄດ້ຊີ້ແຈງກ່ຽວກັບມາດຕະການຄວບຄຸມລາຄາສິນຄ້າໃນຕະຫຼາດ ເພື່ອບໍ່ໃຫ້ຄ່າຄອງຊີບສູງຂຶ້ນ ພາຍຫຼັງທີ່ດັດສະນີເງິນເດືອນມີການດັດປັບສູງຂຶ້ນເປັນ 500 ກີບຕໍ່ດັດສະນີ ໂດຍການປັບຄັ້ງນີ້ ສະເລ່ຍໄດ້ວ່າ ພະນັກງານລັດຖະກອນ ຈະມີເງິນເດືອນເພີ່ມຂຶ້ນປະມານ 1 ແສນກວ່າກີບເທົ່ານັ້ນຕໍ່ກັບບັນຫາດັ່ງກ່າວ ຖືເປັນບັນຫາທີ່ພໍ່ແມ່ປະຊາຊົນມີຄວາມກັງວົນໃຈ ຢ້ານສິນຄ້າຕາມຕະຫຼາດຖີບໂຕຂຶ້ນສູງ ດັ່ງນັ້ນ ກະຊວງການເງິນໄດ້ປະສານສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າຢ່າງຈິງຈັງ ເພື່ອຕິດຕາມກວດກາລາຄາສິນຄ້າຢ່າງໃກ້ຊິດ ແລະ ເຄັ່ງຄັດ ໃນການດຳເນີນຄະດີຕໍ່ຜູ້ທີ່ສວຍໃຊ້ໂອກາດຂຶ້ນລາຄາສິນຄ້າ ໂດຍບໍ່ຈຳເປັນ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...