spot_img
Homeຂ່າວຕ່າງປະເທດທະນາຄານກາງຣັດເຊຍ ກວາດຊື້ຄຳມາສຳຮອງໄວ້ ຫຼັງຄວາມສຳພັນກັບສະຫະລັດຖົດຖອຍ

ທະນາຄານກາງຣັດເຊຍ ກວາດຊື້ຄຳມາສຳຮອງໄວ້ ຫຼັງຄວາມສຳພັນກັບສະຫະລັດຖົດຖອຍ

Published on

557000008786901

 

ທະນາຄານກາງຣັດເຊຍ ເພີ່ມປະລິມານຄຳສຳຮອງໃນຄອບຄອງ ດ້ວຍການກວາດຊື້ຄຳລ໋ອດໃຫຍ່ມາຖືຄອງ

ເພີ່ມຕື່ມ ໃນເດືອນມິຖຸນາ 2014 ທີ່ຜ່ານມາ ຫຼັງຄວາມສຳພັນລະຫວ່າງຣັດເຊຍ ແລະ ສະຫະລັດອາເມລິກາ

ທະວີຄວາມເຄັ່ງຕຶງຮ້າຍແຮງທີ່ສຸດ ນັບຕັ້ງແຕ່ຍຸກສົງຄາມເຢັນ.

 

ລາຍງານຂ່າວລະບຸວ່າ ທະນາຄານກາງຣັດເຊຍ ເຊິ່ງເປັນຜູ້ຖືຄອງຄຳລາຍໃຫຍ່ອັນດັບ 6 ຂອງໂລກ ໄດ້ກວາດ

ຊື້ຄຳລ໋ອດໃຫຍ່ມາຖືຄອງເພີ່ມຕື່ມ ສົ່ງຜຟົນເຮັດໃຫ້ປະລິມານຄຳສຳຮອງໃນການຄອບຄອງຂອງຣັດເຊຍໃນ

ເວລານີ້ ເພີ່ມເປັນຢ່າງໜ້ອຍ 35.197 ລ້ານອອນ ເພີ່ມຈາກລະດັບ 34.656 ລ້ານອອນ ໃນເດືອນກ່ອນໜ້າ.

 

ການກວາດຊື້ຄຳລ໋ອດໃຫຍ່ຂອງຣັດເຊຍໃນເດືອນທີ່ແລ້ວ ມີຂຶ້ນຫຼັງຈາກທີ່ຄວາມສຳພັນລະຫວ່າງຣັດເຊຍກັບ

ສະຫະລັດອາເມລິກາກ້າວເຂົ້າສູ່ພາວະຖົດຖອຍ ແລະ ຮ້າຍແຮງທີ່ສຸດນັບຕັ້ງແຕ່ຍຸກສົງຄາມເຢັນ ຈາກຜົນ

ພວງຂອງວິກິດການໃນອູແກຣນ ທີ່ສະຫະລັດ ແລະ ໂລກຕາເວັນຕົກ ຕ່າງກໍລຸມກ່າວຫາວ່າຣັດເຊຍ ພາຍໃຕ້

ການນຳຂອງປະທານາທິບໍດີປູຕິນ ຄືຜູ້ສະໜັບສະໜູນລາຍໃຫຍ່ຂອງກອງກຳລັງແບ່ງແຍກດິນແດນ ທາງ

ພາກຕາເວັນອອກຂອງອູແກຣນ.

 

ຂໍ້ມູນຂອງສະພາຄຳໂລກ (WGC) ລະບຸວ່າ ໃນຂະນະນີ້ ຣັດເຊຍມີສັດສ່ວນຄຳສຳຮອງ ຄິດເປັນ 9.3% ຂອງທຶນ

ສຳຮອງລະຫວ່າງປະເທດທັງໝົດຂອງຣັດເຊຍ ແລະ ຣັດເຊຍຖືເປັນຜູ້ກວາດຊື້ຄຳລາຍໃຫຍ່ທີ່ສຸດຂອງໂລກ

ໃນຊ່ວງໄລຍະ 2 ປີທີ່ຜ່ານມາ.

 

ເນື່ອງຈາກ ລາຄາຄຳໃນຕະຫຼາດໂລກ ໄດ້ປັບໂຕເພີ່ມຂຶ້ນຢ່າງຕໍ່ເນື່ອງ ດົນເຖິງ 12 ປີຕິດຕໍ່ກັນ ກ່ອນທີ່ຈະດິ່ງ

ຫຼຸດລົງກ່ວາ 28% ໃນປີ 2013 ທີ່ຜ່ານມາ, ເຖິງຢ່າງໃດກໍຕາມ ລາຄາຄຳໃນຕະຫຼາດໂລກ ໄດ້ປັບເພີ່ມຂຶ້ນປະ

ມານ 8.8% ໃນປີນີ້.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...