spot_img
Homeຂ່າວຕ່າງປະເທດທຣໍ້າ - ຄິມ ເດີນທາງຮອດຮ່າໂນ້ຍແລ້ວພ້ອມປະຊຸມໃນວັນທີ 27-28 ກຸມພາ 2019 ນີ້

ທຣໍ້າ – ຄິມ ເດີນທາງຮອດຮ່າໂນ້ຍແລ້ວພ້ອມປະຊຸມໃນວັນທີ 27-28 ກຸມພາ 2019 ນີ້

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 26 ກຸມພາ 2019 ວ່າ ຂະບວນລົດໄຟພິເສດຂອງທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ແລະ ຄະນະຂອງທ່ານ ຄິມ ຍອງ ຊໍ ຮອງປະທານຄະນະກຳມະການກາງພັກຄົນງານເກົາຫຼີ ແລະ ທ່ານ ນາງ ຄິມ ໂຍ ຈອງ ນ້ອງສາວ ໄດ້ເດີນທາງມາຮອດສະຖານີລົດໄຟເມືອງ ດົ່ງດາງ ຂອງແຂວງ ຫຼັ່ງເຊິນ ຢູ່ທາງເໜືອສຸດຂອງຫວຽດນາມ ເມື່ອຕອນເຊົ້າຂອງວັນອັງຄານທີ່ຜ່ານມາ ຫຼັງຈາກໃຊ້ເວລາເດີນທາງຍາວນານເຖິງ 2 ມື້ເຄິ່ງ ໂດຍມີໄລຍະທາງໄກເຖິງ 4.000 ກິໂລແມັດ.

ທັງນີ້, ຜູ້ນຳເກົາຫຼີເໜືອໄດ້ຮັບການຕ້ອນຮັບຈາກເຈົ້າໜ້າທີ່ລະດັບສູງຂອງພັກຄອມມູນິດຫວຽດນາມ ມີຕົວແທນເຍົາວະຊົນມອບຊໍ່ດອກໄມ້ໃຫ້ ແລະ ການຍືນຕ້ອນຮັບຂອງກອງທັບກຽດຕິຍົດ ກ່ອນອອກເດີນທາງຕໍ່ດ້ວຍລົດ ເພື່ອມຸ່ງໜ້າສູ່ນະຄອນຫຼວງຮ່າໂນ້ຍ ໄລຍະທາງ 170 ກິໂລແມັດ ທ່າມກາງມາດຕະການຮັກສາຄວາມປອດໄພຢ່າງເຂັ້ມງວດຂັ້ນສູງສຸດ ໂດຍລັດຖະບານຫວຽດນາມປິດການຈາລະຈອນຖະໜົນສາຍຫຼັກຈາກແຂວງ ຫຼັ່ງເຊິນ ສູ່ນະຄອນຫຼວງຮ່າໂນ້ຍ.

https://www.facebook.com/NBCNews/videos/253302955551385/

ຂະນະທີ່ປະທານາທິບໍດີ ໂດນັລ ທຣໍ້າ ໄດ້ເດີນທາງດ້ວຍເຮືອບິນໂດຍສານປະຈຳຕຳແໜ່ງຜູ້ນຳສະຫະລັດ Air Force One ມີກຳນົດການຮອດນະຫຼວງຮ່າໂນ້ຍໃນຊ່ວງຕອນຄ່ຳຂອງວັນອັງຄານ ໂດຍຄະນະຜູ້ຕິດຕາມທຣໍ້າ ປະກອບມີທ່ານ ໄມ ປອມເປໂອ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ.

ສຳລັບການພົບປະຫາລືລະຫວ່າງຜູ້ນຳສະຫະລັດກັບຜູ້ນຳເກົາຫຼີເໜືອຈະເກີດຂຶ້ນທີ່ນະຄອນຫຼວງຮ່າໂນ້ຍໃນລະຫວ່າງວັນທີ 27-28 ກຸມພາ 2019ນີ້ ຖືເປັນການປະຊຸມຮ່ວມກັນຢ່າງເປັນທາງການຄັ້ງທີ 02 ຕໍ່ຈາກການປະຊຸມຄັ້ງທຳອິດທີ່ປະເທດສິງກະໂປ ເມື່ອວັນທີ 12 ມິຖຸນາ 2018 ທີ່ຜ່ານມາ ເຖິງຢ່າງໃດກໍ່ຕາມ ຫຼາຍຝ່າຍໃຫ້ຄວາມເຫັນໄປໃນທິດທາງດຽວກັນວ່າ ເກືອບບໍ່ມີຄວາມຄືບໜ້າເກີດຂຶ້ນ ພາຍຫຼັງການປະຊຸມທີ່ສິງກະໂປ ໂດຍສະເພາະເລື່ອງການປົດອາວຸດນິວເຄຼຍ ທີ່ສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອຕ່າງກໍ່ຍັງມີທ່າທີບໍ່ຊັດເຈນ ຕະຫຼອດຮອດການທີ່ລັດຖະບານເກົາຫຼີເໜືອຢືນຢັນຄວາມຕ້ອງການໃຫ້ສະຫະລັດອາເມຣິກາຜ່ອນຄາຍມາດຕະການຂວໍ້າບາດ ແລະ ການປົດອາວຸດນິວເຄຼຍຂອງເກົາຫຼີເໜືອຕ້ອງບໍ່ແມ່ນການດຳເນີນການແຕ່ພຽງຝ່າຍດຽວສ່ວນຄະນະຂອງທ່ານ ໂດນັລ ທຣໍ້າ ຍັງຄົງຢໍ້າເຖິງມາດຕະການຂວໍ້າບາດຈົນກວ່າຂະບວນການປົດອາວຸດນິວເຄຼຍຈະສຳເລັດສົມບູນ ແລະ ບັນຫາການຫຼຸດຈຳນວນທະຫານອາເມຣິກາໃນເກົາຫຼີໃຕ້ຈະບໍ່ລວມຢູ່ໃນຫົວຂໍ້ຂອງການປະຊຸມຄັ້ງນີ້.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...