spot_img
Home​ຂ່າວທ່ອງທ່ຽວຖ້ຳຕິ່ງ ຖ້ຳພະທີ່ໜ້າທ່ຽວ

ຖ້ຳຕິ່ງ ຖ້ຳພະທີ່ໜ້າທ່ຽວ

Published on

ຖ້ຳຕິ່ງ ຕັ້ງຢູ່ໃນພູໜ່ວຍໜຶ່ງທີ່ຕັ້ງສະຫງ່າ ຢູ່ແຄມແມ່ນ້ຳຂອງ ຝັ່ງກົງກັນຂ້າມກັບປາກນ້ຳອູ ເມືອງແລະແຂວງຫຼວງພະບາງ.

ສຳລັບການເດິນທາງ ຢູ່ໄກຈາກຕົວເມືອງຫຼວງພະບາງໄປປະມານ 25 ກິໂລແມັດ ໄປຕາມເສັ້ນທາງເລກທີ 13 ເໜືອ ຜ່ານບ້ານຊ່າງໄຫ ຈົນເຖິງບ້ານປາກອູ ມີເຮືອຂ້າມຟາກໃຫ້ບໍລິການ ດ້ວຍລາຄາບໍ່ແພງ ຫຼືຈະນັ່ງເຮືອທີ່່ທ່າວັດຊຽງທອງ ເປັນເຮືອເຊົ່າເໝົາລຳ ເຊິ່ງຈະໄດ້ຊົມທິວທັດສອງຟາກຝັ່ງແມ່ນ້ຳຂອງ ຖ້ານັ່ງເຮືອຈາກໃນຕົວເມືອງຈະເປັນການນັ່ງເຮືອ ແລ້ວລ່ອງຂຶ້ນ ໃຊ້ເວລາປະມານ 2 ຊົ່ວໂມງເຄິ່ງ ຂາກັບຈະລ່ອງຕາມນ້ຳໃຊ້ເວລາປະມານຊົ່ວໂມງປາຍ.

Laopost (5)

Laopost (4)

ຖ້າຕິ່ງປະກອບໄປດ້ວຍ 2 ຖ້ຳ ແຍກຂວາໄປຖ້ຳລຸ່ມ ແລະແຍກຊ້າຍໄປຖ້ຳເທິງ ຖ້າລຸ່ມນັ້ນສູງ 60 ແມັດ ຈາກພື້ນນ້ຳ ມີລັກສະນະເປັນອຸໂມງຖ້ຳຕື້ນໆ ມີຫິນງອກຫິນຍ້ອຍເລັກໜ້ອຍ ເປັນຖ້ຳທີ່ມີພະພຸດທະຮູບຈຳນວນຫຼາຍ ແລະຫຼາຍຂະໜາດ ສ່ວນຫຼາຍຈະເປັນພະຢືນ ມີທັງປາງປະທານພອນ ແລະປາງຫ້າມຍາດ ຄວາມສຳຄັນຂອງຖ້ຳຕິ່ງໃນສະໄໝ ບູຮານເປັນບ່ອນສັກກາລະ ບວງສວງດວງວິນຍານ ຜີຟ້າ ຜີແຖນ ເທວະດາຜາຕິ່ງ.

Laopost (3) Laopost (2)

ຖ້ຳຕິ່ງໃນມື້ນີ້ຍັງສະແດງເຖິງຍຸກແຫ່ງການປະຕິວັດ ຄວາມເຊື່ອຂອງປະຊາຊົນລາວໃນອະດີດ ທີ່ເຄີຍນັບຖືຜີ ພະເຈົ້າໂພທິສາລະລາດ ຊົງເລື່ອມໃສໃນ ພຸດທະສາດສະໜາ ແລະຊົງໃຊ້ຖ້ຳຕິ່ງເປັນສະຖານທີ່ສັກສິດທາງພຸດທະສາດສະໜາ ແລະມີການຄົ້ນພົບພະພຸດທະຮູບທີ່ສ້າງຂຶ້ນໃນສະຕະວັດທີ 18-19 ຫຼາຍກວ່າ 2,500 ອົງ ສ່ວນຫຼາຍສ້າງຂຶ້ນຈາກໄມ້ ເມື່ອຕອນຄົ້ນພົບໃໝ່ ມີພະພຸດທະຮູບຈຳນວນໜຶ່ງທີ່ສ້າງດ້ວຍເງິນ ແລະຄຳ ແຕ່ຖືກເຄື່ອນຍ້າຍອອກໄປໝົດ ນັບແຕ່ນັ້ນມາຖ້ຳຕິ່ງຈຶ່ງເປັນຖ້ຳທີ່ສັກສິດ ເຈົ້າມະຫາຊີວິດຫຼວງພະບາງ ຕ້ອງໄປສັກກາລະບູຊາພະພຸດທະຮູບໃນຖ້ຳ ໂດຍສະເພາະໄລຍະບຸນປີໃໝ່ລາວ ທັງເຈົ້າມະຫາຊີວິດ ພະນັກງານລັດຖະການ ພະສົງ ປະຊາຊົນທົ່ວໄປ ຈະເດິນທາງໄປຫົດສົງພະພຸດທະຮູບ ທີ່ຕ່ຳຕິ່ງເທິງແລະຖ້ຳຕິ່ງລຸ່ມ ຈາກນັ້ນຈຶ່ງໄປຫົດສົງພະພຸດທະຮູບ ທີ່ວັດປາກອູ ເຊິ່ງຢູ່ໃກ້ໆ ກັບຖ້ຳຕິ່ງ ສຳລັບຖ້ຳເທິງນັ້ນ ມີທາງແຍກໄປທາງຊ້າຍຂຶ້ນຂັ້ນໄດໄປ 218 ຂັ້ນ ສອງຂ້າງທາງຮົ່ມເຢັນດ້ວຍເງົາໄມ້ ລັກສະນະຖ້ຳຕິ່ງເທິງເປັນປາກຖ້ຳບໍ່ເລິກປານໃດ ມີພະພຸດທະຮູບຢູ່ພາຍໃນຖ້ຳ ແຕ່ບໍ່ຫຼາຍເທົ່າກັບຖ້ຳຕິ່ງລຸ່ມ ທີ່ປາກຖ້ຳມີໄຟສາຍໃຫ້ເຊົ່າສຳລັບເຂົ້າໄປ ເຍືອງເບິ່ງຄວາມສວຍງາມພາຍໃນຖ້ຳ. ບອກໄດ້ວ່າຖ້າໃຜໄດ້ໄປຫຼວງພະບາງ ແຫຼ່ງທ່ອງທ່ຽວ ແຫ່ງໜຶ່ງທີ່ບໍ່ຄວນພາດຄື ຖ້ຳຕິ່ງ.

Laopost (1)  81 copy 80 copy

ຂອບໃຈຮູບປະກອບສ່ວນໜຶ່ງຈາກ: ຮູບພາບປະເທດລາວ

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...