spot_img
Homeຂ່າວພາຍ​ໃນຖະແຫຼງຂ່າວໂຄງການປະກວດ ມິສເຕີ ອິນເຕີເນເຊິນແນວ ລາວ 2019

ຖະແຫຼງຂ່າວໂຄງການປະກວດ ມິສເຕີ ອິນເຕີເນເຊິນແນວ ລາວ 2019

Published on

ຖະແຫຼງຂ່າວຢ່າງເປັນທາງການແລ້ວສຳລັບໂຄງການປະກວດ ມິສເຕີ ອິນເຕີເນເຊິນແນວ ລາວ (MISTER INTERNATIONAL LAOS 2019) ຊຶ່ງໄດ້ເປີດຮັບຜູ້ສະໝັກໄວໜຸ່ມລາວທີ່ມີສຸຂະພາບດີ ຮູບຮ່າງໜ້າຕາດີ ມີຄວາມຮູ້ຄວາມສາມາດ ແລະ ກ້າສະແດງອອກ ເພື່ອເປັນຕົວແທນ ສປປ ລາວ ເຂົ້າຮ່ວມປະກວດໃນເວທີລະດັບສາກົນ ແລະ ລະດັບໂລກ ພິທີດັ່ງກ່່າວຈັດຂຶ້ນເມື່ອວັນທີ 2 ມິຖຸນາ 2019 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ.

ເປັນກຽດເຂົ້າຮ່ວມໃນງານໂດຍ ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ທ່ານ ນວນທອງ ສຸວັນວິໄຊ ຫົວໜ້າຫ້ອງການສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າກົມຂະບວນການຊາວໜຸ່ມ ທ່ານ ໄຊຊະນະນໍຣະສິງ ສີສານ ປະທານບໍລິສັດ ສີສານ ອາດທິສ ເຈົ້າຂອງລິຂະສິດ MISTER INTERNATIONAL LAOS ພຽງຜູ້ດຽວໃນ ສປປ ລາວທ່ານ ວຽງສະໝອນ ຈິດຕະລາດ ຫົວໜ້າວິຊາການ ແລະ ພົວພັນຕ່າງປະເທດຂອງກອງປະກວດ MISTER INTERNATIONAL LAOS ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການປະກວດ ມິສເຕີ ອິນເຕີເນເຊິນແນວ ລາວ 2019 ຖືເປັນປາກົດການໃໝ່ຄັ້ງທຳອິດໃນ ສປປ ລາວ ໃນການພັດທະນາວົງການປະກວດຊາຍງາມລະດັບປະເທດເປັນຄັ້ງທຳອິດ ໂດຍສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຮ່ວມກັບບໍລິສັດສີສານ ອາດທິສ ເປັນຜູ້ຖືລິຂະສິດຈັດງານປະກວດ MISTER INTERNATIONAL LAOS (Smart & Healthy) ຈາກລະດັບໂລກພຽງຜູ້ດຽວໃນ ສປປ ລາວ ເພື່ອເປັນສ່ວນໜຶ່ງໃນການຄັດເລືອກເອົາ “ຊາຍໜຸ່ມໜ້າຕາດີ ສຸຂະພາບດີ ມີຄວາມສາມາດ ກ້າສະແດງອອກ ເພື່ອໄປປະກວດຕໍ່ໃນລະດັບເວທີໂລກ ພ້ອມນຳເອົາເອກະລັກ ແລະ ວັດທະນະທຳຂອງ ສປປ ລາວ ໄປເຜີຍແຜ່ສູ່ສາຍຕາຊາວໂລກ.

ສໍາລັບເງື່ອນໄຂຂອງຜູ້ທີ່ຈະມາສະໝັກຕ້ອງເປັນຊາຍສະກັນ ສະຖານະໂສດ ສັນຊາດລາວ ອາຍຸລະຫວ່າງ 18–28 ປີ ມີສ່ວນສູງ 175 ຂຶ້ນໄປ ມີຄວາມຮູ້ພື້ນຖານດ້ານພາສາອັງກິດ ຊຶ່ງຈະມີການຄັດເລືອກສອງຮອບທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ຄັດເລືອກຮອບທຳອິດແມ່ນຈະຈັດຂຶ້ນໃນວັນທີ 8 ມິຖຸນາ 2019 ເວລາ 13:00 ໂມງຫາ 17:00 ໂມງ ທີ່ໂຮງແຮມຄຣາວ ພລາຊາ ແລະ ຮອບທີສອງແມ່ນວັນທີ 6 ກໍລະກົດ 2019 ເວລາ 13:00 ໂມງຫາ 17:00 ໂມງ ທີ່ໂຮງແຮມຄຣາວ ພລາຊາ ຊຶ່ງຈະຄັດເລືອກເອົາພຽງແຕ່ 20 ຄົນເທົ່ານັ້ນເພື່ອເຂົ້າຮ່ວມເກັບຕົວ ແລະ ເຮັດກິດຈະກຳຕ່າງໆຂອງໂຄງການປະກວດ ທັງນີ້ ສຳລັບຜູ້ທີ່ຜ່ານເຂົ້າມາໃນຮອບ 20 ຄົນສຸດທ້າຍກໍຈະມີໂອກາດໄດ້ຮ່ວມງານເດີນແບບເທິງເວທີຂອງLAO FASHION WEEK 2019 ຊຶ່ງຈະຈັດຂຶ້ນລະຫວ່າງວັນທີ 2–6 ກັນຍາ 2019 ສ່ວນຮອບຊິງຊະນະເລີດແມ່ນຈະຈັດຂຶ້ນໃນວັນທີ 5 ຕຸລາ 2019 ຢູ່ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...