spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕໍາຫລວດຄໍາມ່ວນຈັບຜູ້ຄ້າກັນຊາລາຍໃຫຍ່

ຕໍາຫລວດຄໍາມ່ວນຈັບຜູ້ຄ້າກັນຊາລາຍໃຫຍ່

Published on

ປກສ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກໍາລັງເຈົ້າໜ້າທີ່ຂອງຕົນສາມາດຈັບຕົວຜູ້ຄ້າກັນຊາລາຍໃຫຍ່ໄດ້ຢູ່ເສັ້ນທາງເລກ 8 ເມືອງຄູນຄໍາ, ແຂວງຄໍາມ່ວນ, ຊື່ທ້າວ ຄຳອຽວ ອາຍຸ 44 ປີຢູ່ບ້ານວຽງຄຳ, ເມືອງປາກກະດິງ, ແຂວງບໍລິຄຳໄຊ, ພ້ອມຂອງກາງກັນຊາຈໍານວນ 30 ກິໂລ, ຢາບ້າບົດມຸ່ນໜຶ່ງຖົງນ້ອຍທີ່ຊຸກເຊື່ອງໃນລົດຕູ້ສະຕາແລັກໝາຍເລກທະບຽນ ກກ 5243 ຄຳມ່ວນ, ຈຶ່ງຢຶດໄວ້ເປັນຫລັກ ຖານໃນການດໍາເນີນຄະດີ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວຮັບສາລະພາບວ່າ: ກັນຊາດັ່ງກ່າວແມ່ນຂອງຄົນຮູ້ຈັກໃຫ້ຕົນເອງເອົາໄປສົ່ງຢູ່ເສັ້ນທາງ 13 ໃຕ້ໂດຍໄດ້ຮັບຄ່າຈ້າງຈໍານວນ 3 ພັນບາດ (ສະກຸນເງິນໄທ), ແຕ່ຂັບລົດມາຮອດເຂດບ້ານ ດັ່ງກ່າວກໍຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ການຈັບຕົວຜູ້ຄ້າຢາເສບຕິດລາຍນີ້, ແມ່ນໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະມີການຂົນສົ່ງຢາເສບຕິດຈໍານວນຫລາຍຜ່ານເມືອງຄູນຄໍາ, ແຂວງຄໍາມ່ວນ ຈຶ່ງໄດ້ຈັດກໍາລັງລົງຕິດຕາມກວດກາ ແລະ ສາມາດຈັບ ເປົ້າໝາຍໄດ້ໃນທີ່ສຸດ ແລະ ສືບຕໍ່ຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອຈັບຕົວມາດໍາເນີນຄະດີໃຫ້ໄດ້ໂດຍໄວ.

ພາບ-ຂ່າວ : ຫນັງສືພິມ ປກສ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...