spot_img
Homeນານາສາລະຕີນລົດແຕກໃນຂະນະແລ່ນຢູ່ ຈະເຮັດຈັ່ງໃດໃຫ້ປອດໄພ

ຕີນລົດແຕກໃນຂະນະແລ່ນຢູ່ ຈະເຮັດຈັ່ງໃດໃຫ້ປອດໄພ

Published on

ເມື່ອຢາງແຕກຄວນເຮັດຈັ່ງໃດ ມີຄົນຈຳນວນໜ້ອຍທີ່ສຸດທີ່ຮູ້ເລື່ອງນີ້ ເຖິງແມ່ນຕ້ອງຍອມຮັບວ່າການພົບກັບສະຖານະການແບບນີ້ ແລະມັກເປັນຕົ້ນເຫດຂອງອຸບັດເຫດຮ້າຍແຮງ ແຕ່ມື້ນີ້ ຖ້າທ່ານພົບຢ່າງໜ້ອຍກໍນ່າຈະຮູ້ວ່າຕ້ອງເຮັດຫຍັງກັບລົດຂອງທ່ານ

  1. ຕັ້ງສະຕິ ເມື່ອສຽງລະເບີດຂອງຢາງດັງຂຶ້ນ ກ່ອນອື່ນໃຫ້ຕັ້ງສະຕິທີ່ແຕກໄປກັບສຽງລະເບີດກັບມາກ່ອນ.
  2. ຈັບພວງມະໄລທັງສອງມືໃຫ້ໝັ້ນ ຢ່າຫັກລ້ຽວພວງມະໄລກະທັນຫັນ ຍ້ອນຄວາມຕົກໃຈ ເມື່ອຢາງແຕກໂດຍສ່ວນຫຼາຍ ລົດຈະມີອາການແກວ່ງ ສ່ວນຈະໜ້ອຍຫຼືຫຼາຍນັ້ນ ຂຶ້ນຢູ່ກັບແຮງລະເບີດແລະຄວາມໄວທີ່ໃຊ້… ຢ່າຕົກໃຈ ປະຄອງລົດໃຫ້ໄດ້.
  3. ເມື່ອຄຸມທິດທາງໄດ້ ໃຫ້ຜ່ອນຄັນເລັ່ງແລ້ວແຕະເບກ (ຢ່າຢຽບແຮງບາດດຽວ) ປະຄອງລົດ ຄ່ອຍໆ ແອບຂວາເຂົ້າແຄມທາງ. ຫ້າມຈອດລົດທາງເບື້ອງຊ້າຍໂດຍເດັດຂາດ ເພາະລົດຈະມາເລນຊ້າຍເປັນລົດທີ່ໃຊ້ຄວາມໄວອັນຕະລາຍຫຼາຍ. ສ່ວນໃນກໍລະນີທີ່ຢູ່ເລນກາງ ຫຼືເລນຊ້າຍ ຢ່າລືມເປີດໄຟສຸກເສີນ ແລ້ວສ່ອງເບິ່ງແວ່ນແດ່ ເພື່ອເບິ່ງເພື່ອນຮ່ວມທາງ ບໍ່ແມ່ນຈະລ້ຽວຮະຮາມເຂົ້າຂ້າງທາງຢ່າງດຽວ.
  4. ຫ້າມໃຊ້ເບກມີ… ແລະຄາດໃນທັນທີ ຫຼັງຢາງລະເບີດ ເຖິງແມ່ນຈະຄຸມລົດໄດ້ແລ້ວກໍຕາມ ເພາະຈະເຮັດໃຫ້ລົດມີໂອກາດຕີທ້າຍໄປທາງຂວາງໄດ້ ໂດຍໃຫ້ຄ່ອຍໆ ແຕະເບກໄປເລື້ອຍໆ ຈົນລົດເຂົ້າສູ່ໄລຍະຄວາມໄວຕ່ຳ ຫຼືຈົນຢຸດ ໃນກໍລະນີທີ່ລົດເປັນເກຍທຳມະດາ ເຊິ່ງຈຳເປັນຕ້ອງໄດ້ຄາດ ຈະໃຊ້ຄາດໄດ້ເມື່ອໃກ້ຈະຢອດແລ້ວເທົ່ານັ້ນ.

ເຖິງແມ່ນວ່າ 4 ຂັ້ນຕອນທີ່ວ່ານີ້ ແລະຂໍ້ຫ້າມຈະຟັງເບິ່ງງ່າຍ ແລະອາດຈະມີຄົນເວົ້າໃນເລື່ອງການຈັດການຫຼາຍກວ່ານີ້ ແຕ່ທັງໝົດ 1-2-3-4 ຂັ້ນຕອນນີ້ ທ່ານຕ້ອງເຮັດໃນເວລາບໍ່ເຖິງ 20 ວິນາທີ ຫຼັງຈາກທີ່ຢາງລົດຂອງທ່ານແຕກໄປແລ້ວ.

ແນວໃດກໍຕາມ, ມີບາງກໍລະນີທີ່ຢາງລະເບີດທີ່ບໍ່ສາມາດໃຫ້ລົດຢູ່ນການຄວບຄຸມໄດ້ ໂດຍສະເພາະໃນໄລຍະຄວາມໄວສູງ ຢາງລະເບີດອາດຈະເປັນຕົ້ນເຫດທີ່ສຳຄັນ ລະຫວ່າງລອດ ຫຼືອຸບັດເຫດ ແຕ່ທັງໝົດນັ້ນກໍຈະຍັງຢູ່ທີ່ການຮູ້ເທົ່າທັນ ສະຖານະການ ແລະສະຕິຂອງທ່ານເອງ ວ່າຈະເຮັດຈັ່ງໃດຕໍ່ສະຖານະການນັ້ນ.

ທີ່ມາຂອງບົດ: ຮັກສຸຂະພາບ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...