spot_img
Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວຕຳນານຕົ້ນໄມ້ມະນີໂຄດ ຕົ້ນໄມ້ສັກສິດຂອງເມືອງລາວ

ຕຳນານຕົ້ນໄມ້ມະນີໂຄດ ຕົ້ນໄມ້ສັກສິດຂອງເມືອງລາວ

Published on

ຕົ້ນໄມ້ມະນີໂຄດ ຫຼື ຕົ້ນແກ້ວມະນີໂຄດ ທີ່ເຊື່ອກັນວ່າເປັນຕົ້ນໄມ້ຕົ້ນດຽວໃນໂລກທີ່ເຕີບໃຫຍ່ທ່າມກາງນຳນານຫຼວງຫຼາຍຢູ່ເທິງໂງ່ນຫີນທີ່ຄ້າຍຄືເກາະນ້ອຍໆ ທີ່ກ່າວໄວ້ວ່າບໍ່ເຄີຍມີຜູໃດໄປເຖິງກາງນ້ຳຕົກຄອນພະເພັງ ເຊິ່ງຖືວ່າເປັນນ້ຳຕົກທີ່ໃຫຍ່ທີ່ສຸດໃນອາຊຽນ ແລະ ຖືຮຽນຂານວ່າເປັນໄນແອງກາຣາແຫ່ງອາຊີ ດ້ວຍຄວາມກ້ວາງກ່ວາ 1 ກິໂລແມັດ ແລະ ສູງກວ່າ  15 ແມັດ ກາງແມ່ນ້ຳຂອງ ສາວນ້ຳທີ່ຍາວທີ່ສຸດໃນອານາເຂດທາງພາກໃຕ້ຂອງລາວ ຕິດແຄມຊາຍແດນກຳປູເຈ້ຍ ມີຊາວບ້ານບາງສ່ວນເອີ້ນຕົ້ນໄມ້ມະນີໂຄດນີ້ວ່າ “ຕົ້ນຊີ້ຕາຍປາຍຊີ້ເປັນ” ຈາກຕຳນານຂອງລາວທີ່ເລົ່າຂານກັນໄວ້ວ່າ ເປັນຕົ້ນໄມ້ວິເສດ ຫາກປາຍຊີ້ໄປທາງໃດຈະມີແຕ່ຄວາມຈະເລີນ ໂດຍຕົ້ນໄມ້ມະນີໂຄດມີປາຍຢູ່ 3 ງ່າ ຄື: ງ່າທີໜຶ່ງຊີ້ໄປທາງແຜ່ນດິນກຳປູເຈ້ຍ, ງ່າທີ່ສອງຊີ້ມາທາງແຜ່ນດິນລາວ ແລະ ງ່າທີສາມງ່າທີ່ໃຫຍ່ກວ່າໝູ່ີ້ໄປທາງແຜ່ນດິນໄທ

Manee-Khote-Tree

ດ້ວຍອຸນຫະພູມທີ່ມີຄວາມຊຸ່ມ ແລະ ລະບົບນິເວດທີ່ເໝາະສົມສະເພາະ ເຮັດໃຫ້ເກີດຕົ້ນໄມ້ຊະນິດນີ້ພຽງຕົ້ນດຽວ ຕົ້ນໄມ້ມະນີໂຄດເປັນຕົ້ນໄມ້ທີ່ເກີດຢູ່ກາງນ້ຳ ເຊິ່ງໄຫລລົງມາຈາກນ້ຳຕົກ ຄອນພະເພັງ ຂຶ້ນຢູ່ທາງກາງລະຫວ່າງຕົ້ນໄມ້ 2 ຕົ້ນ ລັກສະນະຂອງງ່າ ແລະ ໃບບໍ່ດົກໜາ ແຕ່ທີ່ປະຫລາດພິສະດານທີ່ສຸດກໍ່ຄື ແທນທີ່ຕົ້ນໄມ້ມະນີໂຄດຈະຕັ້ງຢູ່ແບບທຳມະຊາດຄືກັນຕົ້ນໄມ້ທົ່ວໄປທີ່ເຕີບໃຫຍ່ຂຶ້ນ ແຕ່ກັບແຫກກົດທຳມະຊາດ ໂດຍປ່ອຍໃຫ້ຮາກແກ້ວ ຮາກຝອຍເກີດຂຶ້ນສູ່ທ້ອງຟ້າ ແນະໃຫ້ກິ່ງກ້ານສາຂາຍັ່ງລົງພື້ນນ້ຳແທນ ໂດຍຍັງຈະເລີນງອກງາມບໍ່ແຫ່ວຕາຍ

Manee-Khote-Tree-4

ມີຕຳນານເລົ້າຂານຈາກຜູ່ເຖົ້າຜູ້ແກ່ກ່າວໄວ້ວ່າ ແຕ່ເມື່ອກ່ອນຕົ້ນໄມ້ຕົ້ນນີ້ບໍ່ໄດ້ມີຄວາມພິສະດານຫຍັງເລີຍ ແຕ່ຄວາມໜຶ່ງມີຈົວນ້ອຍຜູ້ເຄັ່ງຄັດໃນພຣະທັມ ອົງໜຶ່ງໄດ້ໄປນັ່ງສະມາທິຈຳສິນບຳເພັນພາວະນນາທີ່ກ້ອງຕົ້ນໄມ້ນີ້ ເຊິ່ງເມື່ອກ່ອນຍັງມີລັກສະນະປົກກະຕິ ຮອດເຊົ້າມາກໍ່ອອກບິນທະບາດໄປຕາມປ່າເຂົາ ເຖິງແມ່ນວ່າບໍລິເວນນັ້ນຈະບໍ່ມີຜູ້ຄົນອາໃສຢູ່ເລີຍ ແຕ່ຈົວນ້ອຍກໍ່ມີອາຫານເຕັມບາດທຸກເຊົ້າ ເຊື່ອກັນວ່າຈົວນ້ອຍໄດ້ບິນທະບາດມາຈາກ ຜີບັງບົດ ເຊິ່ງເປັນຜີຊະນິດໜຶ່ງທີ່ມີຈິດໃຈໂອບເອື້ອອາລີ ຕໍ່ມາວັນໜຶ່ງຈົວນ້ອຍອົງນີ້ກໍ່ໄດ້ຍ່າງລຸຍນ້ຳເຂົ້າໄປໃນໂພ່ງກ້ອງຕົ້ນໄມ້ຫາຍເຂົ້າໄປແລ້ວບໍ່ກັບອອກມາເລີຍ ຮຸ່ງເຊົ້າວັນຕໍ່ມາຕົ້ນໄມ້ນີ້ກໍ່ມີອັນຜິດກົດທຳມະຊາດ ແລະ ຄົງຢູ່ໃນລັກນະທີ່ພວກເຮົາກັນເຫັນກັນນີ້ເອງ ແລະ ຍັງມີເລື່ອງເລົ່າອີກວ່າ ໃນສະໃໝສົງຄາມລ່າເມືອງຂຶ້ນຝຣັ່ງ ຝຣັ່ງເຄີຍຄິດຈະລະເບີດແກ້ງຄອນພະເພັງແຫ່ງນີ້ເພື່ອໃຫ້ເຮືອຜ່ານຂຶນ້ນໄປເຖິງວຽງຈັນໄດ້ ແຕ່ກໍ່ເຮັດບໍ່ສຳເລັດ ຈິ່ງໄດ້ສ້າງທາງລົດໄຟຂົນສົ່ງສິນຄ້າ ແລະ ສິ່ງຂອງຜ່ານດອນຄອນແທນ ຄວາມສັກສິດຕາມຄວາມເຊື່ອຂອງຊາວລາວຍັງມີເລື່ອງເລົ່າຂານກັນອີກວ່າ ຝຣັ່ງເຄີຍເອົາເຮືອມາລາກຕົ້ນໄມ້ມະນີໂຄດໃຫ້ລົ້ມ ເພື່ອທຳຫຼາຍພູດຜີ ແລະ ຕຳນານຄວາມເຊື່ອງຂອງຄົນລາວ ແຕ່ກໍ່ເຮັດບໍ່ສຳເລັດ ບາງຄົນເລົ່າວ່າ ທະຫານທີ່ຢ່ອນຕົວລົງມາຈາກແຮລິຄັອບເຕີ້ທັງຝຣັ່ງ ແລະ ຣັສເຊຍ ທີ່ຕ້ອງການພິສູດເລື່ອງເຫຼົ່ານີ້ ລ້ວນຕົກລົງມາຕາຍກາງນ້ຳ ບໍ່ມີໃຜສາມາດມາຢຽບເທິງເກາະຫີນນ້ອຍໆບ່ອນຢູ່ຂອງຕົ້ນໄມ້ມະນີໂຄດນີ້ໄດ້ ຮວມເຖິງແຮລິຄັອບເຕີ້ຂອງຝຣັ່ງລຳໜຶ່ງທີ່ບິນເຂົ້າມາໃກ້ ກໍ່ຕົກລົງຢ່າງບໍ່ຮູ້ສາເຫດເຊັ່ນກັນ ເລື່ອງຕົ້ນໄມ້ມະນີໂຄດນັ້ນມີການເລົ່າຂານມາຢ່າງຍາວນານ ທີ່ເປັນທີ່ຮູ້ຈັກກັນດີຂອງປວງຊົນຊາວລາວ ເມື່ອປະມານ 60-70 ປີກ່ອນ ພຣະອົງໜຶ່ງໄປທຸດົງໂພດສັດຢູ່ບໍລິເວນນີ້ ບໍ່ວ່າທ່ານຈະເດີນທາງໄປທາງໃດກໍ່ຕາມ ທ່ານມັກຈະກ່າວກັບຜູ້ທີ່ພົບເຫັນຢູ່ສະເໝີວ່າ ຜູ້ໃດໄປຮອດຫຼີຜີ ຫາກເປັນຜູ້ບໍ່ມີບຸນບາລາຢ່າຫວັງເລີຍວ່າຈະໄດ້ເຫັນຕົ້ນໄມ້ມະນີໂຄດ ຜູ້ຄົນຈິ່ງຫຼັ່ງໄຫຼພາກັນມາເບິ່ງຕົ້ນໄມ້ມະນີໂຄດໃນທີ່ສຸດ ແຕ່ກໍ່ບໍ່ມີໃຜຮູ້ວ່າຕົ້ນໄມ້ນີ້ເກີດຂຶ້ນກາງແມ່ນ້ຳໃຫຍ່ນີ້ດົນພຽງໃດແລ້ວ

Manee-Khote-Tree-6

ພາຍຫຼັງທີ່ໄດ້ຢືນຕົ້ນຕາຍມາດົນກວ່າ 3 ປີ ລັດຖະບານລາວໄດ້ພະຍາຍາມຫຼາຍຄັ້ງທີ່ຈະກອບກູ້ເອົາຕົ້ນໄມ້ມະນີໂຄດມາເກັບໄວ້ທີ່ພິພິດທະພັນເມືອງໂຄງ ແຕ່ກໍ່ບໍ່ສາມາດເຮັດໄດ້ ກ່ອນໜ້ານີ້ລັດຖະບານລາວໄດ້ໃຊ້ແຮລິຄັອບເຕີ້ຢ່ອນຄົນລົງໄປ ເພື່ອນຳເຊືອກມາມັດຕົ້ນໄມ້ໄວ້ກັບໂງ່ນຫີນເພື່ອບໍ່ໃຫ້ລອຍຫາບໄປ ແຕ່ບໍ່ສາມາດນຳຂຶ້ນມາທີ່ຝັ່ງໄດ້ ເນື່ອງຈາກຕົ້ນໄມ້ມີຂະໜາດໃຫຍ່ ແລະ ອຸປະສັກຄືກະແສນ້ຳທີ່ຮຸນແຮງ ຈົນເມື່ອວັນທີ 12 ມັງກອນ 2012 ທີ່ຜ່ານມາ ທາງລັດຖະບານລາວໄດ້ປະຕິບັດພາລະກິດນີ້ອີກຄັ້ງຈົນສຳເລັດ ໂດຍມີປະຊາຊົນໃຫ້ຄວາມສົນໃຈຢ່າງຫຼວງຫຼາຍ ໂດຍທະຫານຕ້ອງໃຊ້ເວລາໝົດມື້ຕັ້ງແຕ່ເຊົ້າຮອດ 5 ໂມງແລງ ເພື່ອປະຕິບັດພາລະກິດທີ່ສຳຄັນນີ້ ໂດຍນ້ຳແຮລິຄັອບເຕີ້ທາງທະຫານຂອງລາວ ນຳເຈົ້າໜ້າທີ່ຢ່ອນລົງໄປ 2-4 ຄົນ ເພື່ອຊ່ວຍກັນນຳເອົາຕົ້ນໄມ້ມະນີໂຄດ ຂຶ້ນມາຈົນໄດ້ ທ່າມກາງພະລັງແຮງດັນຂອງນ້ຳຢ່າງມະຫາສານ ແລະ ມວນອາກາດແປປວນໃນພື້ນທີ່ດັ່ງກ່າວ ປັດຈຸບັນຕົ້ນໄມ້ມະນີໂຄດໄດ້ຖືກນຳໄປເກັບໄວ້ໃນພິພິດທະພັນ ເມືອງໂຂງ ເພື່ອໃຫ້ປະຊາຊົນຊາກະລະບູຊາ ແລະ ສຶກສາຕໍ່ໄປ

 

ຂໍ້ມູນມາຈາກ: ສະບາຍດີ ປາກເຊ

ແປລາວໂດຍ: ແອັດມິນ ລາວໂພສຕ໌

ພາບຈາກ: ທ່ອງທ່ຽວດອກບົວ ລາວໃຕ້
ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...