Homeຂ່າວພາຍ​ໃນຕະລຶງ! ໜຸ່ມອົດສະຕາລີ ຟື້ນຈາກອາການໂຄມ່າ ແລ້ວເວົ້າພາສາຈີນໄດ້!

ຕະລຶງ! ໜຸ່ມອົດສະຕາລີ ຟື້ນຈາກອາການໂຄມ່າ ແລ້ວເວົ້າພາສາຈີນໄດ້!

Published on

 

ໜຸ່ມອົດສະຕາລີ ລອດຊີວິດຈາກອຸບັດເຫດທາງລົດໄດ້ຢ່າງປາຕິຫານ ແລະ ທີ່ມະຫັດສະຈັນໄປກ່ວານັ້ນ ເມື່ອເຂົາຟື້ນ

ຈາກອາການໂຄມ່າແລ້ວ ພົບວ່າໂຕເຂົາເອງສາມາດເວົ້າພາສາຈີນໄດ້ຢ່າງຄ່ອງແຄ້ວອີກ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກັນຍາ 2014 ນີ້ວ່າ ທ້າວ ເບັນຈາມິນ ແມັກມາຮອນ ຊາວອົດສະຕາລີ

ອາຍຸ 22 ປີ ຜູ້ເຊິ່ງເວົ້າພາສາອັງກິດມາໂດຍຕະຫຼອດຊີວິດ ໄດ້ປະສົບອຸບັດເຫດທາງລົດຢ່າງຮຸນແຮງ ຈົນຕົກຢູ່ໃນອາ

ການໂຄມ່າໃນປີ 2012 ແລະ ເມື່ອເຂົາກັບຟື້ນຄືນມາມີສະຕິໃນໜຶ່ງອາທິດຕໍ່ມາ ກໍພົບວ່າເຂົາສາມາດເວົ້າພາສາຈີນ

ກາງ ໄດ້ຢ່າງຄ່ອງແຄ້ວ ແຕ່ຊ້ຳພັດເວົ້າພາສາອັງກິດບໍ່ໄດ້ເລີຍ.

 

ຕາມລາຍງານຂ່າວໄດ້ລະບຸວ່າ ທ້າວ ແມັກມາຮອນ ຟື້ນຂຶ້ນມາ ແລະ ແນມເຫັນນາງພະຍາບານຄົນໜຶ່ງ ເຊິ່ງເບິ່ງ

ຄືເປັນຄົນອາຊີຢືນຢູ່ຂ້າງຕຽງຂອງເຂົາ ແລ້ວເຂົາຈິ່ງເວົ້າກັບພະຍາບານຄົນນັ້ນວ່າ ” ຂໍໂທດເດີ້ທ່ານໝໍ ຂ້ອຍຮູ້ສຶກ

ເຈັບຄໍຫຼາຍ ” ແຕ່ຄຳເວົ້າທີ່ອອກມານັ້ນກັບເປັນພາສາຈີນ, ຈາກນັ້ນເຂົາຈຶ່ງຂໍເອົາເຈ້ຍກັບປາກກາຈາກນາງພະຍາ

ບານ ແລ້ວເຂົາໄດ້ຂຽນຂໍ້ຄວາມວ່າ ” ຂ້ອຍຮັກແມ່, ຂ້ອຍຮັກພໍ່ ຂ້ອຍຈະຕ້ອງເຊົາໃຫ້ໄດ້! ” ໃນພາສາຈີນອີກເຊັ່ນກັນ.

 

ກໍລະນີທີ່ເກີດຂຶ້ນກັບ ທ້າວ ແມັກມາຮອນ ໄດ້ສ້າງຄວາມສັບສົນມຶນງົງໃຫ້ກັບໝໍ ແລະ ຄອບຄົວຂອງເຂົາເປັນຢ່າງ

ຍິ່ງ ໂດຍໃນອະດີດ ທ້າວ ແມັກມາຮອນ ເຄີຍຮຽນພາສາຈີນກາງທີ່ໂຮງຮຽນ ແຕ່ກໍບໍ່ເຄີຍເວົ້າໄດ້ຢ່າງຄ່ອງແຄ້ວແບບ

ນີ້ເລີຍ, ລາວຍັງໄດ້ກ່າວອີກວ່າ ” ຂ້ອຍບໍ່ໄດ້ຄິດໃນຕອນທີ່ຈະເວົ້າພາສາຈີນ ມັນຫາກອອກມາເອງ ແລະ ມັນເປັນທຳ

ມະຊາດທີ່ສຸດສຳລັບຂ້ອຍ ”

 

ທັງນີ້ 2-3 ມື້ຕໍ່ມາ ທ້າວ ແມັກມາຮອນ ກໍສາມາດຟື້ນຟູທັກສະການເວົ້າພາສາອັງກິດກັບຄືນມາອີກ ເຊິ່ງນັບແຕ່ນັ້ນ

ເປັນຕົ້ນມາ ຄວາມສາມາດທາງພາສາ ກໍໄດ້ເປີດໂອກາດໃໝ່ໃຫ້ກັບເຂົາຢ່າງຫຼວງຫຼາຍ ໂດຍເຂົາໄດ້ເປັນຜູ້ນຳທົວນັກ

ທ່ອງທ່ຽວຈາກຈີນ ຢູ່ໃນເມືອງເມວເບີນບ້ານເກີດຂອງເຂົາເອງ ຕະຫຼອດຮອດເປັນຜູ້ປະກາດຂ່າວພາສາຈີນກາງໃນ

ໂທລະພາບອີກດ້ວຍ.

 

NjpUs24nCQKx5e1DGULx4J7VIRYFzaAk2AGT1iRMadi

 

ປັດຈຸບັນນີ້ ທ້າວ ແມັກມາຮອນ ໄດ້ຍ້າຍໄປອາໄສຢູ່ນະຄອນຊຽງໄຮ້ ສປ ຈີນ ເພື່ອຮຽນວິຊາການຄ້າ ໃນມະຫາວິທະຍາ

ໄລແຫ່ງໜຶ່ງ ໂດຍເຂົາໄດ້ກ່າວວ່າ ເຂົາໂຊກດີທີ່ມີຊີວິດລອດ ແລະ ສາມາດເວົ້າໄດ້ 2 ພາສາ.

 

ດ້ານໜຶ່ງ ເຫດການທີ່ເກີດຂຶ້ນກັບ ທ້າວ ແມັກມາຮອນ ບໍ່ແມ່ນວ່າບໍ່ເຄີຍເກີດຂຶ້ນມາກ່ອນເລີຍ, ເມື່ອປີ 2010 ເດັກ

ຍິງຊາວໂຄຣເອເຊຍ ອາຍຸ 13 ປີ ໄດ້ຟື້ນຂຶ້ນຈາກອາການໂຄມ່າ ແລ້ວພົບວ່ານາງສາມາດເວົ້າພາສາເຢຍລະມັນໄດ້ຢ່າງ

ຄ່ອງແຄ້ວ ແທນທີ່ຈະເປັນພາສາໂຄຣເອເຊຍ ທັງທີ່ນາງຫາກໍເລີ່ມຮຽນພາສາເຢຍລະມັນໄດ້ບໍ່ດົນ ແລະ ອີກກໍລະນີ

ໜຶ່ງ ເມື່ອເດືອນກໍລະກົດປີ 2013 ນັກຮົບເກົ່າຊາວອາເມຣິກັນ ຖືກພົບເຫັນໝົດສະຕິຢູ່ພາຍໃນຫ້ອງຂອງໂຮງແຮມ

ແຫ່ງໜຶ່ງ ຈາກນັ້ນ ເຂົາຟື້ນຂຶ້ນມາໂດຍບໍ່ຈື່ວ່າຕົນເອງເປັນໃຜ ແຕ່ສາມາດເວົ້າພາສາສະວີເດັນໄດ້ຢ່າງເປັນທຳມະຊາດ.

 

ບົດຄວາມຫຼ້າສຸດ

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ປະເທດທີ່ຍິ່ງໃຫຍ່ ເກີດຈາກການນຳພາຂອງຜູ້ນຳ: 5 ຫຼັກການສຳລັບລາວ ແລະ ປະເທດອື່ນໆ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...