spot_img
Homeຂ່າວການພັດທະນາດ່ານສາກົນວັງເຕົ່າ ປັບປຸງການບໍລິການສູ່ AEC

ດ່ານສາກົນວັງເຕົ່າ ປັບປຸງການບໍລິການສູ່ AEC

Published on

 ຄະ­ນະ​ພັກŒຄະ­ນະ​ນຳ​ດ່ານສາ­ກົນ​ວັງ​ເຕົ່າ ເມືອງ​ໂພນ​ທອງ ແຂວງ​ຈຳ­ປາ​ສັກ ​ໄດ້​ເອົາ­ໃຈ­ໃສ່​ຊີ້ນຳໆ​ພາ​ການ​ບໍ­ລິ­ການ​ປະ­ຊາ­ຊົນ​ໃຫ້ມີ​ຄວາມ​ສະ­ດວກ​ຄຽງ​ຄູ່​ກັບ​ການປັບປຸງ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ໃຫ້ກວ້າງ­ຂວາງ

ເພື່ອ​ເຮັດ​ໃຫ້​ມີ​ຄວາມ ພ້ອມ​ແກ່​ການ​ເຂົ້າ​ສູ່​ປະ­ຊາ​ຄົມ​ເສດຖະ​ກິດ​ອາ​ຊຽນ ຫຼື AEC.

ທ່ານ ບຸນ​ຍະ​ເດດ ທອງ​ສະ­ຫວັນ ເລ­ຂາ​ຄະ­ນະ​ພັກ​ຮາກ​ຖານ​ຫົວ­ໜ້າດ່ານ​ສາ­ກົນ​ວັງ​ເຕົ່າ​ໄດ້​ເປີດ­ເຜີຍ ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ໃນ​ໄລ­ຍະ​ຜ່ານມາ­ຄະ​ນະ​ພັກŒຄະ­ນະ​ດ່ານ​ໄດ້​ເອົາໃຈ​ໃສ່​ຊີ້​ນຳໆ​ພາ​ຢ່າງ­ຮອບ­ດ້ານ ໂດຍ​ຖື​ເອົາ​ການ​ສຶກ​ສາ​ອົບ­ຮົມ​ການ ເມືອງ​ແນວ​ຄິດ​ເປັນ​ບັນ­ຫາ​ສຳ­ຄັນ ຕົ້ນ­ຕໍ​ໄປ​ຄຽງ​ຄູ່​ກັບ​ການ​ເສີມ​ຂະຫຍາຍ​ລະ­ບອບ​ປະ­ຊາ­ທິ­ປະ­ໄຕ ປະຊາ​ຊົນ ເພື່ອ​ເຮັດ​ໃຫ້​ສະ­ມາ­ຊິກ​ພັກ, ພະ­ນັກ­ງານ​ມີ​ທັດ­ສະ­ນະ​ຫຼັກ​ໝັ້ນ, ມີ​ຄຸນ­ສົມ­ບັດ​ສິນ​ທຳ​ປະ­ຕິ­ວັດ, ມີ​ສະຕິ​ຕໍ່​ການ­ຈັດ­ຕັ້ງ ແລະ​ເຄົາ­ລົບ​ລະບຽບ​ກົດ­ໝາຍ, ມີ​ທັດ­ສະ­ນະ​ມະ­ຫາຊົນ ແລະ​ເພື່ອ​ປະ­ຊາ­ຊົນ​ຢ່າງ​ແທ້ ຈິງ​ທັງ​ຕ້ານ​ທ່າ​ອ່ຽງ​ບັນ­ດາ​ປາ­ກົດ ການ​ຫຍໍ້­ທໍ້​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ຂອບເຂດ​ດ່ານ​ເພື່ອ​ກ້າວ​ໄປ​ສູ່ ຄວາມ​ເປັນເອ­ກະ​ພາບ​ທາງ​ດ້ານ​ແນວ​ຄິດ​ຕິດພັນ​ກັບ​ພຶດ­ຕິ​ກຳ​ຕົວ​ຈິງ​ໃນ​ການເຄື່ອນ​ໄຫວ​ໜ້າ­ທີ່​ວຽກ​ງານ​ທີ່​ຕົນຮັບ­ຜິດ­ຊອບ.

ສຳ­ລັບ​ວຽກ​ງານ​ປ້ອງ​ກັນ​ຊາດŒ ປ້ອງ​ກັນ​ຄວາມ​ສະ­ຫງົບ​ໄດ້​ມີ​ການ ຕິດ­ຕາມ​ກວດ­ກາ​ເວນ­ຍາມ​ໃນ​ບໍ​ລິເວນ​ຂອບ​ເຂດ​ສຳ­ນັກ­ງານ, ຫ້ອງການ ແລະ​ຄຸ້ມ III ວັງ​ເຕົ່າ​ເປັນ​ປະຈຳ, ນອກ​ນີ້​ຍັງ​ໄດ້​ປະ­ສານ​ສົມ­ທົບ ກັບ​ກອງ­ຮ້ອຍ​ຊາຍ​ແດນ​ເພື່ອ​ສະ­ກັດກັ້ນ​ການ​ລັກ­ລອບ​ຂ້າມ​ແດນ​ແບບ ຜິດ​ກົດ­ໝາຍ ເພື່ອ​ຮັກ­ສາ​ໄດ້​ຄວາມສະ­ຫງົບ, ຄວາມ​ເປັນ​ລະ­ບຽບ​ຮຽບຮ້ອຍ​ຕາມ​ຊາຍ​ແດນ, ສ່ວນ​ວຽກງານ​ການ​ຈັດ​ເກັບ​ລາຍ​ຮັບ​ແຜນການ​ສົກ​ປີ 2014Œ2015 ຕົວ​ເລກ ທີ່​ສະ­ພາ​ມອບ​ໃຫ້ 492 ຕື້  900 ລ້ານ​ກີບ, ຜ່ານ​ການ­ຈັດ­ຕັ້ງ​ປະຕິ​ບັດ​ໃນ 9 ເດືອນ ສາ­ມາດ​ຈັດ​ເກັບລາຍ​ຮັບ​ໄດ້ 403 ຕື້ 846 ລ້ານ ກວ່າ​ກີບ ເທົ່າ​ກັບ 82% ຂອງ​ແຜນການ, ຄາດ​ວ່າ​ໝົດ​ປີ​ຈະ​ສາ­ມາດຈັດ​ເກັບ​ລາຍ​ຮັບ​ໄດ້​ຕາມ​ແຜນ­ການ.

ເມືອງຜິດ​ກົດ­ໝາຍ, ການ​ຂາຍ​ແຮງ​ງານເຖື່ອນ ແລະ​ການ­ເຄື່ອນ­ໄຫວ​ຂອງກຸ່ມ​ຄົນ​ທີ່​ບໍ່​ຫວັງ​ດີ, ສືບ­ຕໍ່​ປັບ­ປຸງວຽກ​ງານ​ການ​ສັນ­ຈອນ​ໄປ​ມາ, ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ພາຍ ໃນ​ດ່ານ​ໃຫ້​ມີ​ຄວາມ​ສະ­ຫງົບ​ປອດໄພ, ສືບ­ຕໍ່​ປັບ­ປຸງ​ການ​ບໍ­ລິ­ການ​ພາຍໃນ​ດ່ານ​ໃຫ້​ມີ​ຄວາມ​ໂປ່ງ​ໄສ, ສະດວກ​ວ່ອງ­ໄວ ແລະ​ຜ່ານ​ປະ­ຕູ​ດຽວ ໃຫ້​ສຳ­ເລັດ 100%, ປະ­ສານ​ສົມ ທົບ​ກັບ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ໃນການ​ສືບ­ຕໍ່​ກໍ່­ສ້າງ​ອາ­ຄານ​ດ່ານ​ສາກົນ​ວັງ​ເຕົ່າ ຊຶ່ງ​ປະ­ຈຸ​ບັນ​ປະ­ຕິ­ບັດກໍ່­ສ້າງ​ແລ້ວ 75% ໃຫ້​ສຳ­ເລັດ​ຕາມ ແຜນ­ການ​ທີ່​ວາງ​ໄວ້, ທັງ​ນີ້​ກໍ​ເພື່ອ ຮອງ​ຮັບ​ແກ່​ການ​ປັບ­ປຸງ​ດ່ານ​ໄປ​ສູ່ຄຸນ​ນະ​ພາບ​ໃໝ່​ທີ່​ດີ​ກວ່າ​ເກົ່າ.

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...