Homeຂ່າວທ້ອງຖິ່ນດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ກຽມພ້ອມທຸກດ້ານປີທ່ອງທ່ຽວລາວ

ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ກຽມພ້ອມທຸກດ້ານປີທ່ອງທ່ຽວລາວ

Published on

ທ່ານ ທອງ​ທິບ ສີ​ວິ​ໄຊ ຮັກສາການ​ຫົວໜ້າ​ຫ້ອງການ​ຄຸ້ມ​ຄອງ ແລະ ບໍລິການ​ດ່ານ​ສາກົນ​ຂົວ​ມິດຕະ​ພາບ ລາວ-ໄທ 1 ໃຫ້​ສຳພາດວ່າ: ປັດຈຸບັນ ດ່ານ​ສາກົນ​ພວກເຮົາ​ໄດ້​ມີ​ການ​ກະກຽມ​ຄວາມພ້ອມ​ທຸກ​ດ້ານ ​ໃສ່​ເປີດ​ປີ​ທ່ອງ​ທ່ຽວລາວ 2018 ເປັນຕົ້ນ​ແມ່ນ ດ້ານຄວາມ​ສະຫງົບ ການ​ບໍລິການ ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ສິ່ງ​ອຳນວຍ​ຄວາມ​ສະ ດວກ ການປະດັບ​ປະດາ ອະນາໄມ​ຄວາມສະອາດ ແລະ ອື່ນໆ ເພື່ອ​ສ້າງຄວາມ​ສະດວກ​ໃຫ້​ແກ່​ແຂກ ແລະ ນັກ​ທ່ອງ​ທ່ຽວ​ເຂົ້າ-ອອກ​ພາຍ​ໃນດ່ານ ເຊິ່ງ​ການ​ຮັກສາ​ຄວາມ​ສະຫງົບ​ພາຍ​ໃນ​ດ່ານ​ມີ​ກຳລັງ​ປ້ອງກັນ​ຄວາມ​ສະຫງົບ 7 ພາກ ສ່ວນ ກວດກາ​ສິນຄ້າ ແລະ ຄົນ​ເຂົ້າອອກ​ຕາມ​ພາລະ​ບົດບາດ​ຂອງຕົນ ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ຜ່ານ​ມາ​ສາມາດ​ກວດ​ພົບ​ອາວຸດເສິກ​ຈຳນວນ​ໜຶ່ງ ແລະ ຄົນ​ເຂົ້າ-ອອກ​ເມືອງ​ບໍ່​ຖືກຕ້ອງ 83 ຄົນ ພ້ອມ​ນີ້ຍັງ​ສົມທົບ​ກັບ​ກຳລັງຂອງ​ມະຫາຊົນ ແລະ ໜ່ວຍ​ປ້ອງກັນ​ຕາມ​ຮ້ານ​ຄ້າ​ຕ່າງໆ ຈັດ​ຕັ້ງປ້ອງ​ກັນ​ເວນຍາມຕະຫຼອດ 24 ຊົ່ວໂມງ ກວດກາ ແກ້​ໄຂ​ການຈອດ​ລົດ ແລະ ຂາຍເຄື່ອງ​ບໍ່​ເປັນລະບຽບ​ຮຽບ​ຮ້ອຍ ເປັນຕົ້ນ​ ຈອດລົດ​ຊະຊາຍ ການ​ກຳນົດ​ຈອດລົດຈັກ ແລະ ເດືອນ​ພະຈິກ 2017 ຈະ​ໄດ້​ເປີດ​ນຳ​ໃຊ້​ເສັ້ນທາງ​ຂາ​ອອກ​ສະເພາະ​ລົດ​ບັນທຸກ​ທີ່​ບໍລິສັດ ເອັສ​ທີ​ກຣຸບ ຊ່ວຍສ້າງ​ໃຫ້ມູນ​ຄ່າ 8 ຕື້​ກີບ ເປັນເສັ້ນທາງ​ເບ​ຕົງ​ເສີມ​ເຫຼັກກວ້າງ 13 ແມັດ ແລະ ຍາວ 426 ແມັດ ເພື່ອ​ແກ້​ໄຂ​ການ​ສັນຈອນ​ອັ່ງ​ອໍຢູ່​ດ່ານ​ເບື້ອງ​ຂາ​ອອກ ໃຫ້​ບໍລິສັດ ບີ​ເອັມ ຂະຫຍາຍ​ບ່ອນ​ຈອດ​ລົດຕື່ມ ສ່ວນ​ດ່ານ​ການ​ບໍລິການ ປັດຈຸ​ບັນ​ມີ​ຜູ້​ເຂົ້າ-ອອກ​ພາຍ​ໃນ​ດ່ານ ສະເລ່ຍ 9 ພັນ​ກວ່າ​ຄົນ​ຕໍ່​ວັນ ພະນັກງານ​ຕ້ອງ​ເຮັດ​ວຽກ​ແຕ່ເຊົ້າຈົນ​ຮອດ 22:00 ໂມງ​ຈຶ່ງປິດ​ດ່ານ ແລະ ຕໍ່​ໄປ​ເພື່ອ​ຄວາມສະດວກ ​ໄດ້​ສົມທົບ​ກັບ​ທະ​ນາຄານ​ການ​ຄ້າ​ຕ່າງປະເທດ ​ເປັນ​ຜູ້ເກັບ​ເງິນ​ຄ່າ​ບໍລິການ​ຕ່າງໆ​ຢູ່​ຈຸດດຽວ ພາຍຫຼັງ​ສຳເລັດ​ແລ່ນ​ເອກະ​ສານ​ ຄາດ​ວ່າເດືອນ​ຕຸລາ​ຈະໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິບັດ ສຳລັບການ​ປະດັບ​ປະດາ​ດ່ານ ​ໄດ້​ເຊັນສັນຍາ​ກັບ​ບໍລິສັດ​ສ້ອມແປງ​ອາຄານ ແລະ ສົມທົບ​ກັບ​ພະ​ແນກ ຖວທ ນວ ຕິດ​ຕັ້ງ​ປ້າຍ​ໂຄສະນາການທ່ອງທ່ຽວ ປະດັບ​ປະດາເສົາ​ໄຟ ແລະ ອື່ນໆ ດ້ານ​ການ​ບໍລິ​ການ​ກໍ່​ໄດ້​ເນັ້ນ​ໃຫ້​ພະນັກງານ ເຮັດ​ວຽກ​ດ້ວຍ​ຄວາມ​ຮັບ​ຜິດຊອບ​ສູງ ບໍລິການ​ຄ່ອງ​ແຄ້ວ​ວ່ອງໄວ ຍິ້ມແຍ້ມ​ແຈ່ມ​ໃສ ສຸພາບ ຮຽບ​ຮ້ອຍ ແລະ ທຸລະ​ກິດ​ຫ້າງຮ້ານ​ຢູ່​ພາຍ​ໃນ​ດ່ານ ​ກໍ່​ຕ້ອງ​ປະຕິບັດ​ຕາມ​ລະບຽບ​ການຊື້-ຂາຍ ບໍ່​ໃຫ້​ຂາຍ​ຊະຊາຍ ໂດຍ​ລວມແລ້ວ​ທຸກ​ຢ່າງ​ມີ​ຄວາມ​ພ້ອມ​ທຸກດ້ານ.

ໂອກາດ​ນີ້ ທ່ານ ທອງ​ທິບ ສີ​ວິໄຊ ຍັງ​ໄດ້​ຮຽກຮ້ອງ​ມາ​ຍັງ​ພະນັກ​ງານ ກໍ່​ຄືເຈົ້າ​ໜ້າທີ່​ປະຈຳດ່ານ ຕະຫຼອດ​ຮອດ​ຜູ້​ປະ ກອບການ​ທີ່​ເຄື່ອນ​ໄຫວ​ທຸລະ​ກິດ​ຢູ່ພາຍ​ໃນ​ດ່ານ ຈົ່ງ​ພ້ອມ​ກັນ​ມີ​ສ່ວນຮ່ວມ ປະກອບສ່ວນ​ດ້ານ​ຕ່າງໆ ເພື່ອ​ສ້າງ​ໃບ​ໜ້າ​ໃບ​ຕາ​ໃຫ້​ແກ່ປະເທດ​ຊາດ ເນື່ອງ​ຈາ​ກວ່າ​ດ່ານແຫ່ງ​ນີ້ ເປັນ​ປະຕູ​ດ່ານ​ໜ້າທີ່​ຕ້ອນຮັບແຂກ ແລະ ນັກ​ທ່ອງ​ທ່ຽວຕ່າງປະເທດ​ທີ່​ເດີນທາງ​ເຂົ້າ​ມາທ່ຽວ ​ສປປ ລາວ ກໍ່​ຄືນະຄອນຫຼວງ​ວຽງ​ຈັນ ຖ້າ​ພວກ​ເຮົາ​ປະຕິ​ບັດ​ດ້ານ​ຕ່າງໆ​ໄດ້​ດີ ຈະ​ເປັນການ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວຕ່າງປະເທດ ​ເຂົ້າ​ມາ​ທ່ຽວ​ລາວ​ນັບ​ມື້​ຫຼາຍ​ຂຶ້ນ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...