spot_img
Homeຂ່າວຕ່າງປະເທດດູເຕີເຕ ບອກໃຫ້ ໂອບາມາ ໄປລົງນາຮົກ! ພ້ອມຂູ່ຕັດຄວາມສຳພັນ ຫັນໄປຜູກມິດຣັດເຊຍ-ຈີນແທນ!

ດູເຕີເຕ ບອກໃຫ້ ໂອບາມາ ໄປລົງນາຮົກ! ພ້ອມຂູ່ຕັດຄວາມສຳພັນ ຫັນໄປຜູກມິດຣັດເຊຍ-ຈີນແທນ!

Published on

ສຳນັກຂ່າວ AFP ລາຍງານໃນວັນທີ 4 ຕຸລາຜ່ານມານີ້ວ່າ ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ໄດ້ກ່າວປາໄສໂດຍບອກໃຫ້ ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງ ສະຫະລັດອາເມຣິກາ ໄປລົງນາຮົກ ພ້ອມກັບຂູ່ຕັດຄວາມສຳພັນ ຖານພັນທະມິດລະຫວ່າງສອງປະເທດ ແລ້ວຫັນໄປຜູກມິດກັບຈີນ ແລະ ຣັດເຊຍແທນ ຫລັງຈາກທີ່ທ່ານຍັງຄົງບໍ່ພໍໃຈ ຕໍ່ກັບການວິພາກວິຈານຂອງຜູ້ນຳອາເມຣິກາ ກ່ຽວກັບການເຮັດສົງຄາມຕ້ານຢາເສບຕິດ ຢູ່ປະເທດຟິລິບປິນ.

” ຂ້າພະເຈົ້າສູນເສຍຄວາມເຄົາລົບຕໍ່ອາເມຣິກາ ” ທ່ານ ດູເຕີເຕ ກ່າວໃນຂະນະປາໄສ ກ່ຽວກັບສຽງຮຽກຮ້ອງຂອງສະຫະລັດຯ, ສະຫະປະຊາຊາດ ແລະ ສະຫະພາບເອີຣົບ ໃຫ້ທ່ານເຄົາລົບສິດທິມະນຸດຢູ່ຟິລິບປິນ ໂດຍທ່ານໄດ້ເວົ້າໃຫ້ຜູ້ນຳອາເມຣິກາຢ່າງຮຸນແຮງວ່າ ” ທ້າວ ໂອບາມາ ໄປລົງນາຮົກຊະ! ”

ພ້ອມກັນນັ້ນ, ຜູ້ນຳຟິລິບປິນ ຍັງໄດ້ເວົ້າອີກວ່າ ອາເມຣິກາເປັນພວກໜ້າໄຫວ້ຫລັງຫລອກ ແລະ ເຕືອນອີກວ່າ ບາງອີອາດເຖິງເວລາ ທີ່ທ່ານຈະທຸບທຳລາຍຄວາມເປັນພັນທະມິດ ລະຫວ່າງສອງປະເທດລົງໂດຍສິ້ນເຊີງ ໃນນັ້ນລວມເຖິງຂໍ້ຕົກລົງດ້ານປ້ອງກັນປະເທດຮ່ວມກັນ, ທ່ານ ເວົ້າວ່າ ” ໃນທີ່ສຸດແລ້ວ ບາງທີໃນສະໄໝຂອງຂ້າພະເຈົ້າ ອາດແຕກຫັກກັບອາເມຣິກາ, ຂ້າພະເຈົ້າຢາກເອື້ອມມືໄປຫາຣັດເຊຍ ຫລື ບໍ່ກໍຈີນຫລາຍກວ່າ ເຖິງແມ່ນວ່າເຮົາບໍ່ເຫັນດີກັບອຸດົມການຂອງພວກເຂົາ ແຕ່ພວກເຂົາໃຫ້ຄວາມເຄົາລົບຕໍ່ຄົນອື່ນ ແລະ ຄວາມເຄົາລົບຄືສິ່ງສຳຄັນ ”

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...