spot_img
Home​ຂ່າວທ່ອງທ່ຽວຊົມຄວາມງາມຂອງບຶງບົວກັບບັນຍາກາດພັກຜ່ອນທີ່ງຽບສະຫງົບທີ່ ເມຊົງ ດາລາບົວ

ຊົມຄວາມງາມຂອງບຶງບົວກັບບັນຍາກາດພັກຜ່ອນທີ່ງຽບສະຫງົບທີ່ ເມຊົງ ດາລາບົວ

Published on

ເມຊົງ ດາລາບົວ ຖືເປັນສະຖານທີ່ ທີ່ຖືກກ່າວຂານຫຼາຍທີ່ສຸດໃນກຸ່ມນັກທ່ອງທ່ຽວທີ່ມາ ແຂວງຫຼວງ ພະບາງ; ອົງການອຸຍແນສໂກ ໄດ້ຮັບຮອງເອົາສະຖານທີ່ແຫ່ງນີ້ເປັນ ໜອງບົວທໍາມະຊາດຂອງເມືອງ. ເມຊົງ ດາລາບົວ ຕັ້ງຢູ່ໃຈກາງຂອງຄວາມງຽບສະຫງົບຂອງເມືອງມໍລະດົກໂລກນັ້ນເອງ.

ທ່ານກໍ່ຈະພົບທາງເຂົ້າຂອງໂຮງແຮມ ແລະ ເມື່ອກ້າວເຂົ້າມາ ອາດຮູ້ສຶກໄດ້ວ່າໄດ້ກ້າວເຂົ້າມາອີກໂລກໜຶ່ງກໍວ່າໄດ້. ປະຕູທາງດ້ານໜ້າຂອງລ໋ອບບີ້ຈະນໍາທ່ານໄປເຖິງຄວາມງົດງາມທາງ ທໍາມະຊາດ ເຊິ່ງບັນຍາກາດແບບນີ້ ທ່ານຈະບໍ່ສາມາດຫາໄດ້ເລີຍໃນຊີວິດໃນຕົວເມືອງ.

ທ່ານ ນາງ ຕຸ່ນ ສີສຸພັນທະວົງ, ນັກທຸລະກິດທ້ອງຖິ່ນ ໄດ້ສານຝັນຂອງຕົນເອງໃຫ້ເປັນຈິງ ໂດຍການນໍາ ເອົາເນື້ອທີ່ດີນຂອງຄອບຄົວເພິ່ນ ມາສ້າງເປັນໂຮງແຮມບູຕິກ. ເມຊົງ ດາລາບົວ ມີຫ້ອງພັກທັງໝົດ 40 ຫ້ອງ, ຫ້ອງພັກ ແລະ ສ່ວນຕ່າງໆຂອງໂຮງແຮມໄດ້ຖືກຕົບແຕ່ງໃນສະໄຕລ໌ລາວບູຮານ ຜະສົມຜະສານກັບການຕົບແຕ່ງສະໄໝໃໝ່, ເຟີນີເຈີສ່ວນໃຫຍ່ເປັນໄມ້, ມີການນໍາແຜ່ນແພລາວ ແລະ ເສັ້ນໄໝລາວມາເປັນຊົບໝອນ, ຜ້າປູບ່ອນ, ໃຊ້ປະດັບສ່ວນຕ່າງໆຂອງໂຮງແຮມ; ມີການວາງຕົ້ນໄມ້ດອກໄມ້ທົ່ວທຸກຈຸດເພື່ອໃຫ້ບັນຍາກາດສົດຊື່ນ ແລະ ໃກ້ຊິດກັບທຳມະຊາດ.

ນອກຈາກນັ້ນ, ແຂກຂອງໂຮງແຮມຍັງສາມາດຊົມ ທິວທັດຄວາມງາມຂອງໜອງບົວທີ່ຖືກອະນຸລັກໄວ້, ພ້ອມທັງສະລອຍນໍ້າ. ໃນສ່ວນ ສະປາ ຂອງໂຮງແຮມ ແມ່ນຕັ້ງຢູ່ໃນເຮືອນເກົ່າທີ່ອົງການອຸຍແນສໂກ ໄດ້ສະຫງວນເປັນມໍລະດົກໂລກ ແລະ ສະປາແຫ່ງ ນີ້ສາມາດຕອບໂຈດໃຫ້ແຂກທີ່ຕ້ອງການ ການພັກຜ່ອນ ແລະ ຜ່ອນຄາຍໄດ້ເປັນຢ່າງດີ.

ນອກຈາກນີ້, ທາງໂຮງແຮມຍັງໃຫ້ຄວາມເອົາໃຈໃສ່ໃນການຄັດເລືອກພະນັກງານ, ເຊິ່ງຈະຄັດເລືອກເອົາ ພະນັກງານທີ່ມີຄວາມສົນໃຈ, ເອົາໃຈໃສ່, ເປັນກັນເອງ ແລະ ຮັກໃນການບໍລິການເພື່ອມາໃຫ້ບໍລີການ ແກ່ແຂກຂອງໂຮງແຮມເທົ່ານັ້ນ.  ພະນັກງານທຸກຄົນຂອງໂຮງແຮມ ບໍ່ວ່າຈະແມ່ນ ພະນັກງານຕ້ອນຮັບ, ພະນັກງານເປີດປະຕູ ຫຼື ຄົນຈັດສວນ ຕ່າງມີອັດທະຍາໄສທີ່ດີ ແລະ ຮັກໃນການບໍລິການ, ທຸກຄົນຕ່າງກ່າວທັກທາຍ “ສະບາຍດີ” ແລະ ຮັບຕ້ອນແຂກທຸກທ່ານຢ່າງເຕັມທີ່. ເມຊົງ ດາລາບົວ ເປັນໂຮງແຮມແບບຄອບຄົວ, ເຖິງແຂກຈະເດີນທາງມາພັກພຽງທ່ານດຽວ ກໍ່ສາມາດສໍາພັດໄດ້ເຖິງຄວາມອົບອຸ່ນແບບຄອບຄົວຈາກສະຖານທີ່ແຫ່ງນີ້.

 

 

 

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...