spot_img
Homeຄົມຄິດຄົມຄົນຊີວິດເຮົາຈະດີຈະຮ້າຍສັງເກດເບິ່ງໄດ້ຈາກ 4 ປັດໄຈ

ຊີວິດເຮົາຈະດີຈະຮ້າຍສັງເກດເບິ່ງໄດ້ຈາກ 4 ປັດໄຈ

Published on

ຫົວບົດນີ້ແອັດມິນໄປອ່ານພົບທີ່ເວັບໄຊ vien-ovieng.blogspot.com ເມື່ອອ່ານແລ້ວມັນກໍ່ເປັນອີກໜຶ່ງຫົວທີ່ໜ້າສົນໃຈ ແລະ ເນື້ອໃນດີໆໃຫ້ຄິດຍ້ອນກັບມາເບິ່ງໂຕເອງ ວ່າສິ່ງທີ່ກ່າວມາໃນຫົວບົດນີ້ມັນຖືກ ຫຼື ບໍ່ ດັ່ງນັ້ນແອັດມິນເລີຍນຳມາຝາກແຟນເພສ ເພື່ອໄດ້ອ່ານນຳກັນ

ຖາມແດ່ວ່າໃຜບໍ່ຢາກໂຊກດີ? ໃຜແດ່ບໍ່ຢາກມີອະນາຄົດທີ່ສົດໃສ?  ໃຜແດ່ບໍ່ຢາກໃຊ້ຊີວິດດັ່ງໄຝ່ຝັນ ? ໃຜແດ່ບໍ່ຢາກປະສົບຜົນສໍາເລັດ ?

ໃນເມື່ອຄົນສ່ວນໃຫຍ່ກໍມີຄວາມຢາກດັ່ງທີ່ຖາມບໍ່ຕ່າງກັນ ເປັນຫຍັງຄົນສ່ວນໃຫຍ່ໃນນັ້ນບໍ່ສາມາດໄປເຖິງເປົ້າໝາຍໄດ້ ? ມີຫຼັກການແຫ່ງຄວາມສໍາເລັດຫຼາຍຢ່າງ, ມີແນວທາງພັດທະນາຊີວິດຕົນເອງຫຼາຍອັນ, ມີວິທີການເຮັດທຸລະກິດໃຫ້ເຫັນທຸກວັນແຕ່ສ່ວນໃຫຍ່ນັ້ນບໍ່ສາມາດມາເຮັດໃຫ້ມັນເປັນຈິງໄປໄດ້. ຈາກການຫຼຽວຄືນຫຼັງເບິ່ງຕົວເອງຈາກການອ່ານ, ຄົ້ນຄວ້າຜ່ານຜູ້ສໍາເລັດໃຫຍ່ໆ ປັດໄຈສິ່ງແວດລ້ອມອ້ອມຮອບຕົວເຮົານັ້ນສໍາຄັນທີ່ສຸດໃນການພາເຮົາໄປຫາສິ່ງທີ່ເຮົາຕ້ອງການ ສະນັ້ນ, ຂ້າພະເຈົ້າຈິ່ງຊອກຫາບົດຄວາມອັນເປັນຂໍ້ຄິດເພື່ອພັດທະນາຊີວິດໄປໃນທາງທີ່ດີນັ້ນຄື 4 ປັດໄຈທີ່ເຮົາຈະເວົ້າດັ່ງຕໍ່ໄປນີ້:

–       ຄວາມເຊື່ອຂອງເຮົາ: ນີ້ຄືສິ່ງສໍາຄັນທີ່ສຸດອັນດັບທີໜຶ່່ງເລີຍກໍ່ວ່າໄດ້ ທີ່ເປັນປັດໄຈຕົ້ນຕໍທີ່ຈະພາເຮົາໄປສູ່ສິ່ງຕ່າງໆທີ່ຕ້ອງການ ເພາະມັນສໍາຄັນທີ່ສຸດ, ມະນຸດເຮົາຈະບໍ່ມີທາງລົງມືກັບເລື່ອງໃດ ຖ້າເຮົາບໍ່ເຊື່ອວ່າມັນເປັນໄປໄດ້ ເຖິງວ່າຫຼາຍຄັ້ງທີ່ລົງມືກໍ່ຈະລົງມືແບບສະເປະສະປະ ແລ້ວກໍມາສະຫຼຸບວ່າມັນເປັນໄປບໍ່ໄດ້, ຄວາມເຊື່ຶອໝັ້ນຈາກຕົວເຮົາຈິ່ງເປັນປັດໄຈທີ່ຕ້ອງມີໄວ້ຖ້າຢາກໃຫ້ສິ່ງຕ່າງໆເກີດຂຶ້ນ.

–       ໜັງສືທີ່ອ່ານ: Bill Gates ມະຫາເສດຖີອັນດັບໜຶ່ງຂອງໂລກ ເຄີຍກ່າວໄວ້ວ່າ: “ຂ້ອຍມີຄວາມຝັນຫຼາຍຢ່າງໃນຕອນທີ່ຍັງນ້ອຍ, ສິ່ງທີ່ຝັນໃຫ້້ຄວາມຝັນເຫຼົ່ານັ້ນຖຶກກະຕຸ້ນ ແລະ ເຕີບໃຫຍ່ຍ້ອນຂ້ອຍມີໂອກາດໄດ້ອ່ານໜັງສື ”. ຄົນທີີ່ຍັງບໍ່ມັກອ່ານ ລອງຊອກຫາອ່ານໜັງສືທີ່ອ່ານງ່າຍໆມາຝຶກຊ້ອມແລ້ວຈິ່ງຄ່ອຍຊອກຫາໜັງສືທີ່ຍາກຂຶ້ນ ຄົນທີ່ມັກອ່ານຢູ່່ແລ້ວລອງສໍາຫຼວດໜັງສືທີ່ອ່ານ ມີສ່ວນໃດພາເຮົາກ້າວໄປທາງໜ້າ ຫຼື ບໍ່ ໜັງສືດີໆບໍ່ພຽງໃຫ້ຄວາມຮູສຶກທີ່ດີໃນການອ່ານເທົ່ານັ້ນ ຍັງພາໃຫ້ເຮົາຍົກລະດັບຂຶ້ນໄປອີກຂັ້ນ. ໄດ້ໜັງສືດດີໆ 1 ຫົວ ອາດປ່ຽນຊີວິດຄົນໄດ້ເປັນໝື່ນ ແສນ ມື້ນີ້ເຈົ້າອ່ານໜັງສືຫຍັງຢູ່?

–       ບຸກຄົນຕົ້ນແບບ: ເອົາແບບໃຫ້ທັນສະໄໝກໍຄົງຕ້ອງໃຊ້້ຄໍາວ່າ Idol ບຸກຄົນຕົ້ນແບບຂອງເຮົານັ້ນສໍາຄັນຫຼາຍ ເພາະເຮົາຈະສຶກສາແບບວິທີີຄິດ, ແບບປະຕິບັດຂອງເຂົາຖ້າມັກເປັນນັກຮ້ອງກໍ່ຈົ່ງສຶກສາວິທີຮ້ອງ, ວິທີທີ່ສະແດງເທິງວິທີ, ວິທີການວາງຕົວຂອງເຂົາ. ຖ້າມັກນັກກິລາ ກໍ່ເບິ່ງແນວທາງການຝຶກຝົນ, ລະບຽບວິໄນ, ຄວາມໃສ່ໃຈຕໍ່້ໜ້າທີ່ຂອງເຂົາ ຢ່າມົວເອົາແຕ່ແຫ່ໄປແຫ່ມາຕາມຄວາມນິຍົມ, ຄົ້ນຄິດພະຈາລະນາໃຫ້ດີ, ບຸກຄົນຕົ້ນແບບນັ້ນ  ເຂົາມີຫຍັງທີີ່ຈະຊ່ວຍເຮົານໍາເອົາໄປປັບໃຊ້ໃຫ້ຊີວິດດີຂຶ້ິນ.

–       ໝູ່ເພື່ອນທີ່ຄົບຫາ: ຖ້າຄວາມເຊືື່ອຂອງເຮົາສໍາຄັນທີ່ສຸດໃນການກ້າວໄປທາງໜ້າ ໝູ່ເພື່ອທີ່ເຮົາຄົບຫາກໍຄົງເປັນສິ່ງແວດລ້ອມທີ່ມີອິດທິພົນຕໍ່ຄວາມເຊື່ອຂອງເຮົາຫຼາຍທີ່ສຸດ. ມີໝູ່ເພື່ອທີ່ຄິດບໍ່ດີ, ຄິດຮ້າຍໃນແຕ່ລະມື້ກໍມີແຕ່ຊອກຫາເລື່ອງມາດ່າກັນ. ໝູ່ເພື່ອນທີ່ເຮົາຄົບທຸກມື້ນີ້ ອາດພາເຮົາມ່ວນຊື່ນໄດ້ ແຕ່ຢ່າລືມຖາມຕົນເອງເບິ່ງວ່າ: ເຂົາພາຂີວິດເຮົາດີຂຶ້ນ ຫຼື ບໍ່? ເພາະສຸດທ້າຍແລ້ວເຮົາກໍ່ຕ້ອງການມີຊີວິດທີ່ດີຖ້າໝູ່ເພື່ອທີ່ຄົບຢູ່ບໍ່ຄິດເລື່ອງນີ້ ຫຼື ບໍ່ໃຫ້ຄວາມສໍາຄັນກັບເລື່ອງນີ້ ເອົາແຕ່ມ່ວນແຕ່ລະມື້ແຕ່ລະວັນໄປ ບໍ່ມີການພັດທະນາຊີວິດຕົນເອງນັ້ນກໍເຖິງເວລາທີ່ເຮົາຕ້ອງພິຈາລະນາວ່າ ໝູ່ເພື່ອນທີ່ຄົບຫາຢູ່ຄືນໃໝ່.

ຊີວິດເຮົາຈະຜ່ານມາຈະດີ ຫຼື ຈະຮ້າຍສ່ວນໃຫຍ່ກໍເປັນໄປດ້ວຍປັດໄຈເຫຼົ່ານີ້ຊຸກຍູ້ ລອງສໍາຫຼວດເບິ່ງປັດໄຈຂອງເຮົາຄືນໃໝ່ ຖ້າຢາກມີຊີວິດທີ່ດີ ກໍສ້າງປັດໄຈທີ່ດີໄປພ້ອມໆກັນ.

 

ບົດຄວາມຈາກ: http://vien-ovieng.blogspot.com/2016/05/4.html
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...