Homeຂ່າວທ້ອງຖິ່ນຊາວບ້ານໂພນສິມເຊື່ອຜີຫຼັກບ້ານເປັນໃຫຍ່ຈັດງານບຸນບັ້ງໄຟທ້າທາຍການລະບາດໂຄວິດ-19

ຊາວບ້ານໂພນສິມເຊື່ອຜີຫຼັກບ້ານເປັນໃຫຍ່ຈັດງານບຸນບັ້ງໄຟທ້າທາຍການລະບາດໂຄວິດ-19

Published on

ສະພາບການລະບາດຂອງໂຄວິດ-19 ໃນ ສປປ ລາວ ຍັງມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະແຂວງ ເນື່ອງມີລາຍງານຕົວເລກຜູ້ຕິດເຊື້ອໃນລະແຂວງມີຕົວເລກເພີ່ມຂຶ້ນ ເຊິ່ງສ່ວນໃຫຍ່ຜູ້ຕິດເຊື້ອແມ່ນຜູ້ທີ່ໄດ້ສຳພັດກັບຜູ້ຕິດເຊື້ອ, ສະເພາະໃນແຂວງສະຫວັນນະເຂດກໍ່ມີລາຍງານຜູ້ຕິດເຊື້ອໂຄວິດ-19 ທັງໝົດ 28 ກໍລະນີ້.

ທ່າມກາງການລະບາດຂັ້ນຮຸນແຮງຂອງພະຍາດໂຄວິດ-19 ທາງຄະນະສະເພາະກິດໄດ້ກຳນົດມາດຕະການສະກັ້ນ, ຄວບຄຸມການລະບາດຂອງພະຍາດໂຄວິດ-19 ເຊິ່ງມາດຕະການໄດ້ຄວບຄຸມໄປເຖິງການຫ້າມຈັດງານລ້ຽງ, ງານດອງ, ການປະເພນີຕ່າງ ເພື່ອຫຼີກລ້ຽງການແອອັດຂອງຜູ້ຄົນທີ່ຈະເຂົ້າໄປຮ່ວມງານ. ແຕ່ເຖິງແນວນັ້ນກໍ່ຕາມຍັງເກີດມີການຝ່າຝືນຄຳສັ່ງມາດຕະການດັ່ງກ່າວ.

ໃນວັນທີ 2 ພຶດສະພາ 2021​ ຢູ່ບ້ານໂພນສິມ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ມີຊາວບ້ານຈຳນວນຫຼາຍຈັດງານບຸນບັ້ງໄຟ ໂດຍບໍ່ຢ້ານກົວການລະບາດ ແລະ ບໍ່ເກງກົວຕໍ່ລະບຽບບ້ານເມືອງ ເນື່ອງຈາກວ່າຊາວບ້ານຍັງມີຄວາມເຊື່ອ ແບບງົມງວຍຖືຜີສາງນາງໄມ້ ໂດຍອ້າງວ່າ “ຜີຫຼັກບ້ານເປັນໃຫຍ່ ເພີ່ນໃຫ້ເຮັດ”.

ຄວາມເຊື່ອ, ຄວາມງົມງວາຍ ແລະ ຄວາມສັດຖາທີ່ບໍ່ສົນໃຈສະຖານະການບ້ານເມືອງ ແລະ ບໍ່ອີງໃສ່ຫຼັກການຕົວຈິງ ບາງຄັ້ງມັນອາດນຳໄປສຸ່ຫາຍະນະ ເຊິ່ງຖອດຖອນໄດ້ຈາກປະເທດອິນເດຍທີ່ເກີດການລະບາດໜັກ ມີຄົນຕິດພະຍາດໂຄວິດ-19 ວັນລະເປັນແສນຄົນ ແລະ ມີຄົນເສຍຊີວິດຈຳນວນຫຼວງຫຼາຍ, ລະບົບສາທາລະນະສຸກຂອງປະເທດລົ້ມລະລາຍ ຍ້ອນບໍ່ສາມາດຮອງຮັບຜູ້ປ່ວຍໃນຈຳນວນມະຫາສານໄດ້ ເຊິ່ງເຫດການດັ່ງກາ່ວນີ້ອາດຈະບໍ່ເກີດຂຶ້ນ ຫາກປະຊາຊົນປະຕິບັດຕາມຄຳແນະນຳຂອງລັດຖະບານ ດ້ວຍການບໍ່ຈັດພິທີກຳອາບນໍ້າຄົງຄາ ແມ່ນໍ້າສັກສິດທີ່ມີຄວາມເຊື່ອວ່າຈະຊ່ວຍຊຳລະໂຊກຮ້າຍ ແລະ ເຊື້ອພະຍາດໂຣຄາໃຫ້ຫາຍໄດ້.

ຕໍ່ກັບເຫດການດັ່ງກ່າວ, ທ່ານ​ ແຖ່ນແກ້ວ ພົມບິດາ ຮອງເຈົ້າ ນະຄອນ ໄກສອນ ພົມວິຫານ,​ ແຂວງສະຫວັນນະເຂດ​ ໄດ້ອອກມາແຈ້ງຂ່າວຕໍ່ກັບເຫດການ ທີ່ເກີດຂຶ້ນຢູ່ບ້ານໂພນສິມ ນະຄອນ ໄກສອນ​ ພົມວິຫານ​ ຜ່ານລາຍການຄລີນິກທັນເຫດການວ່າ:

ເຫດການຈັດງານບຸນທີ່ເກີດຂຶ້ນ​ ໃນວັນທີ 2 ພຶດສະພາ 2021​ ຢູ່ບ້ານໂພນສິມ ນະຄອນໄກສອນ ພົມວິຫານ​ ແມ່ນມີຄວາມຈິງ​ ຖືວ່າເປັນການລະເມີດຕໍ່ຄຳສັ່ງ​ ແລະ ທຸກຄົນທີ່ມີສ່ວນຮ່ວມໃນການຈັດງານທຸກພາກສ່ວນ ຈະຕ້ອງຖືກປະຕິບັດວິໄນ​ ແລະ​ ໃຫ້ຢຸດຕິການປະຕິບັດໜ້າທີ່.

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...