spot_img
Homeຂ່າວຄາດຕະກຳຊາວນາຖືກລົດປັ່ນເຂົ້າ ກ່ຽວເອົາຜ້າຂາວມ້າທີ່ພັນຄໍຢູ່ປັ່ນຄໍຂາດ

ຊາວນາຖືກລົດປັ່ນເຂົ້າ ກ່ຽວເອົາຜ້າຂາວມ້າທີ່ພັນຄໍຢູ່ປັ່ນຄໍຂາດ

Published on

ສາວຊາວນາ ອາຍຸ 39 ປີ ຊ່ວຍພີ່ນ້ອງຈັບຖົງປຸ໋ຍ ແລ້ວຖືກເຄື່ອງປັ່ນເຂົ້າກ່ຽວເອົາຜ້າຂາວມ້າທີ່ພັນຄໍຢູ່ນັ້ນ ປັ່ນຄໍຂາດເສຍຊີວິດ.

ວັນທີ 20 ພະຈິກ 2022 ເວລາປະມານ 16:00 ໂມງ ທີ່ແຂວງອຸດອນ ປະເທດໄທ ເກີດເຫດລົດປັ່ນເຂົ້າເປືອກ ປັ່ນຄໍຂາດເສຍຊີວິດ ຂະນະທີ່ຢືນຈັບຖົງປຸ໋ຍຮອງເອົາເຂົ້າຈາກເຄື່ອງປັ່ນທາງດ້ານຫຼັງລົດ.

ພາຍຫຼັງທີ່ເຈົ້າໜ້າທີ່ເຂົ້າໄປທີ່ເກີດເຫດກໍພົບຜູ້ເສຍຊີວິດ ຊື່ນາງ ນິຕະຍາ ອາຍຸ 39 ປີ  ນອນຫງາຍຄໍຂາດເສຍຊີວິດ ແລະ ຜູ້ເປັນສາມີໄດ້ກອດລາວຢູ່ ພ້ອມກັບເສຍໃຈທີ່ສູນເສຍພັນລະຍາ ແລະ ຍັງມີພີ່ນ້ອງອີກ 2 ຄົນຢູ່ໃນບ່ອນເກີດເຫດ.

ໂດຍຜູ້ທີ່ເປັນພີ່ນ້ອງຊື່ ທ້າວ ຖະວັດໄຊ ຢູ່ໃນບ່ອນເກີດເຫດໄດ້ເລົ່າວ່າ ຂະນະທີ່ເກີດເຫດນັ້ນ ຕົນເອງໄດ້ຢູ່ດ້ານໜ້າຂອງລົດປັ່ນເຂົ້າ ແລະ ກຳລັງເຕີມນ້ຳໃສ່ໝໍ້ນ້ຳລົດ ເພາະຢ້ານໝໍ້ນ້ຳແຫ້ງ ແລ້ວໄດ້ຍິນສຽງເຈົ້າຂອງນາຮ້ອງບອກໃຫ້ຢຸດເຄື່ອງປັ່ນເຂົ້າ ຈາກນັ້ນຕົນກໍຮີບມອດເຄື່ອງ ໂດຍຕອນທຳອິດຄິດວ່າລົດເພ ຫຼັງຈາກທີ່ໄດ້ເຫັນຜູ້ເສຍຊີວິດຖືກປັ່ນຄໍຂາດກໍຮູ້ສຶກຕົກໃຈ ແລະ ເຫັນສາມີນອນກອດສົບຮ້ອງໄຫ້ ແລະ ມີພີ່ນ້ອງທີ່ຢືນຈັບຖົງປຸ໋ຍນຳກັນກໍເປັນລົມ.

ສາເຫດການເສຍຊີວິດແມ່ນມາຈາກ ຜູ້ເສຍຊີວິດໄດ້ເອົາຜ້າຂາວມ້າມາໃຊ້ໂພກຫົວ ແລະ ພັນຄໍ ຖືກລົມພັດປິວເຂົ້າໄປແລ້ວເຄື່ອງປັ່ນເຂົ້າກໍດູດເອົາຫົວຜູ້ເສຍຊີວິດໄປນຳ ແລ້ວຖືກເຄື່ອງປັ່ນຕັດຄໍຂາດ.

ໃນເບື້ອງຕົ້ນ ທາງເຈົ້າໜ້າທີ່ໄດ້ແຈ້ງຂໍ້ຫາຕໍ່ທ້າວ ຖະວັດໄຊ ຜູ້ທີ່ຄວບຄຸມເຄື່ອງປັ່ນເຂົ້າຢູ່ດ້ານໜ້າ ຖານກະທຳດ້ວຍຄວາມປະໝາດ ເປັນເຫດໃຫ້ຄົນອື່ນເສຍຊີວິດ ແລະ ຍັງຈະໄດ້ສືບສວນສອບສວນຕື່ມ ເພື່ອດຳເນີນໄປຕາມກົດໝາຍ.

ແຫຼ່ງຂ່າວ SANOOK

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...