spot_img
Homeຂ່າວທ້ອງຖິ່ນຈຸດຂາຍປີ້ບໍລິສັດລົດໄຟລາວ-ຈີນ ແຫ່ງທີ 2 ຢູ່ຫຼວງພະບາງ

ຈຸດຂາຍປີ້ບໍລິສັດລົດໄຟລາວ-ຈີນ ແຫ່ງທີ 2 ຢູ່ຫຼວງພະບາງ

Published on

ເພື່ອອຳນວຍຄວາມສະດວກໃຫ້ແກ່ການຊື້ປີ້ຂອງປະຊາຊົນໃນເມືອງລຽບຕາມເສັ້ນທາງລົດໄຟ ແລະ ປັບປຸງຮູບແບບການບໍລິການຂາຍປີ້ຂອງທາງລົດໄຟລາວ-ຈີນທີ່ມີຢູ່ແລ້ວໃຫ້ດີຂຶ້ນກວ່າເກົ່າ ບວກກັບກະແສຕອບຮັບທີ່ດີຂອງຈຸດຂາຍປີ້ໃນນະຄອນຫຼວງວຽງຈັນ, ບໍລິສັດທາງລົດໄຟລາວ-ຈີນ ຈິ່ງໄດ້ເປີດຈຸດຂາຍປີ້ແຫ່ງທີ 2 ທີ່ຫຼວງພະບາງ, ເຊິ່ງປັດຈຸບັນກໍໄດ້ສຳເລັດການກໍ່ສ້າງ ແລະ ຈະເປີດໃຫ້ບໍລິການໃນມື້ອື່ນກໍຄື ວັນທີ 17 ມີນານີ້.

ອີງຕາມການລາຍງາຍຂອງ Laos – China Railway Company Limited ໃຫ້ຮູ່ວ່າ: ຈຸດຂາຍປີ້ຕັ້ງຢູ່ຖະໜົນໂພທິສາລາດ ໃຈກາງຕົວເມືອງຫຼວງພະບາງ, ກົງກັນຂ້າມກັບຕຶກສຳນັກງານຫ້ອງວ່າການແຂວງ ແລະ ພະແນກຕ່າງປະເທດ, ຫ່າງຈາກຕະຫຼາດກາງຄືນ 650 ແມັດ ແລະ ຫ່າງຈາກເດີ່ນຈະຕຸລັດ 200 ແມັດ. ຈຸດຂາຍປີ້ລົດໄຟກຳນົດຂາຍປີ້ຈາກສະຖານີຫຼວງພະບາງ-ສະຖານີເມືອງໄຊ, ສະຖານີບໍ່ເຕ່ນ (ຖ້ຽວລົດໄຟ C82) ແລະ ຫຼວງພະບາງ-ນະຄອນຫຼວງວຽງຈັນ, ວັງວຽງ (ຖ້ຽວລົດໄຟ C81/C83).
ສຳລັບລາຍລະອຽດ:

-ໄລຍະເວລາກ່ອນການຂາຍປີ້ແມ່ນ 3 ມື້ ແລະ ຈະຂາຍປີ້ສໍາລັບມື້ທີສາມທີ່ຈະອອກເດີນທາງເທົ່ານັ້ນ.
-ປີ້ທີ່ຂາຍແມ່ນຄິດຄ່າບໍລິການນອກສະຖານທີ່ໃນລາຄາ 20.000 ກີບ/ປີ້.
-ເລີ່ມຂາຍປີ້ໃນເວລາ 10:00 ໂມງເຊົ້າ ຫາ 12:00 ໂມງ, 12:30 ໂມງ ຫາ 15:30 ໂມງທຸກໆ ມື້ ແລະ ຈະຢຸດຂາຍເມື່ອປີ້ຫມົດ.

-ແຕ່ລະຄົນຈໍາກັດພຽງແຕ່ 2 ປີ້, ໃນເວລາຊື້ປີ້ຈໍາເປັນຕ້ອງກວດສອບບັດປະຈຳໂຕ ແລະ ໃບຢັ້ງຢືນການສັກວັກຊີນ (ບັດຂຽວ) ຂອງຜູ້ທີ່ຈະຊື້ປີ້.
-ຈຸດຂາຍປີ້ຈະປະກາດຈໍານວນຖ້ຽວລົດໄຟທີ່ຂາຍ, ລາຄາປີ້ ແລະ ຄ່າບໍລິການນອກສະຖານທີ່, ເພື່ອໃຫ້ຜູ້ໂດຍສານສາມາດເຫັນໄດ້ໃນເວລາຕົວຈິງ.
-ເພື່ອປັບປຸງປະສິດທິພາບການຂາຍປີ້, ຈຸດຂາຍປີ້ຮອງຮັບການຊຳລະເງິນດ້ວຍການຮູດບັດ (UnionPay) ແລະ QR Code ( Onepay, UnionPay, Alipay ແລະ Wechat ) ທີ່ເຄື່ອງ POS , ປະຈຸບັນຍັງບໍ່ຮອງຮັບການຊຳລະດ້ວຍເງິນສົດ.

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...