spot_img
Homeຂ່າວຕ່າງປະເທດຈີນອົບພະຍົບປະຊາຊົນຫຼາຍພັນຄົນໜີນໍ້າຖ້ວມ

ຈີນອົບພະຍົບປະຊາຊົນຫຼາຍພັນຄົນໜີນໍ້າຖ້ວມ

Published on

ສຳນັກຂ່າວ BBC ລາຍງານວ່າ: ພາກກາງຂອງຈີນ ໂດຍສະເພາະແຂວງເຫີໜານໄດ້ເກີດນໍ້າຖ້ວມຮຸນແຮງ, ເຮັດໃຫ້ປະຊາຊົນ 10,000 ກວ່າຄົນຕ້ອງໄດ້ອົບພະຍົບໄປສູ່ພື້ນທີ່ປອດໄພ ພ້ອມມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 12 ລາຍໃນເມືອງເຈີ້ງໂຈວ.

ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫຼາຍວັນຈິ່ງພາໃຫ້ເກີດນໍ້າຖ້ວມຮຸນແຮງໃນຫຼາຍພື້ນທີ່ຂອງແຂວງເຫີໜານ, ໃນນັ້ນ 12 ຕົວເມືອງໄດ້ຮັບຜົນກະທົບຍ້ອນເສັ້ນທາງຫຼາຍສາຍຖືກຕັດຂາດ ພ້ອມຫຼາຍຖ້ຽວບິນຖືກຍົກເລີກ, ຂະນະທີ່ທາງການຈີນໄດ້ຮີບຮ້ອນອົບພະຍົບປະຊາກອນຫຼາຍພັນຄົນໄປສູ່ພື້ນທີ່ປອດໄພ, ພ້ອມມີລາຍງານຜູ້ເສຍຊີວິດໃນເມືອງເຈີ້ງໂຈວ 12 ຄົນ. ນອກຈາກນີ້, ເຈົ້າໜ້າທີ່ຍັງເປີດເຜີຍວ່າ ພົບເຫັນເຂື່ອນທີ່ມີຮອຍຮົ່ວຂະໜາດ 20 ແມັດໃນເມືອງລົ່ວຫຍາງ ເຊິ່ງເກີດມີຄວາມກັງວົນວ່າ ເຂື່ອນດັ່ງກ່າວອາດມີໂອກາດຍຸບຕົວໄດ້ທຸກເມື່ອ.

ສາເຫດຂອງການເກີດນໍ້າຖ້ວມແມ່ນມີຫຼາຍປັດໄຈ ເຊິ່ງຄາດວ່າຜົນຂອງໂລກຮ້ອນທີ່ເປັນຜົນພວງມາຈາກສະພາບການປ່ຽນແປງຂອງດິນຟ້າອາກາດ ເຮັດໃຫ້ມີໂອກາດເກີດຝົນຕົກໜັກ.

 

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...