spot_img
Homeຂ່າວຕ່າງປະເທດຈີນອອກກົດແກ້ໄຂບັນຫາເດັກນັກຮຽນຕິດເກມສຳເລັດ

ຈີນອອກກົດແກ້ໄຂບັນຫາເດັກນັກຮຽນຕິດເກມສຳເລັດ

Published on

ສະມາຄົມເກມອັນດັບຕົ້ນໆຂອງຈີນ ສາມາດແກ້ໄຂບັນຫາການຕິດເກມໃນກຸ່ມເຍົາວະຊົນຂອງປະເທດໄດ້ແລ້ວ ຄາດວ່າເປັນໜ່ວຍງານບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງ.

ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ວັນທີ 23 ພະຈິກ ທີ່ນະຄອນຊ່ຽງໄຮ້ ປະເທດຈີນ ໄດ້ມີຄວາມຄິດເຫັນດັ່ງກ່າວມາຈາກ ຄະນະກຳມະການກຸ່ມອຸດສາຫະກຳເກມແຫ່ງຈີນ (CGIGC) ສະຖາບັນວິໄຈອຸດສາຫະກຳເກມແຫ່ງຈີນ ແລະ ຜູ້ບໍລິການຂໍ້ມູນ CNG.

ໃນເດືອນກັນຍາ 2021 ໜ່ວຍງານກຳກັບດູແລຂອງຈີນຫຼາຍແຫ່ງ ໄດ້ອອກກົດລະບຽບໃໝ່ ເຊິ່ງຫ້າມຜູ້ທີ່ມີອາຍຸຕ່ຳກວ່າ 18 ປີ ຫຼິ້ນເກມເກີນ 3 ຊົ່ວໂມງຕໍ່ອາທິດ ນັບເປັນການແຊກແຊງທາງສັງຄົມຢ່າງເຂັ້ມງວດ ທີ່ລັດຖະບານຈີນກ່າວວ່າ ມັນຈຳເປັນຕ້ອງຢຸດພຶດຕິກຳຕິດເກມດັ່ງກ່າວ.

ການເຄື່ອນໄຫວດັ່ງກ່າວ ເປັນສ່ວນໜຶ່ງຂອງການປາບປາມພາກສ່ວນເຕັກໂນໂລຊີຂອງຈີນ ແລະ ມັນເບິ່ງຄືເປັນການຍົກລະດັບການຄວບຄຸມອຸດສາຫະກຳເກມ.

ນອກນີ້ ຍັງພົບວ່າ ຜູ້ຫຼິ້ນທີ່ມີອາຍຸຕ່ຳກວ່າ 18 ປີ ຫຼາຍກວ່າ 75% ຫຼິ້ນເກມໜ້ອຍກວ່າ 3 ຊົ່ວໂມງຕໍ່ອາທິດ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...