spot_img
Homeຂ່າວຕ່າງປະເທດຈີນຂູ່ຕອບໂຕ້ອາເມລິກາຫຼັງສັ່ງປິດສະຖານກົງສູນຈີນໃນລັດເທັກຊັສ

ຈີນຂູ່ຕອບໂຕ້ອາເມລິກາຫຼັງສັ່ງປິດສະຖານກົງສູນຈີນໃນລັດເທັກຊັສ

Published on

ເວັບໄຊຂ່າວ ມະຕິຊົນ ລາຍງານວ່່າ ທ່ານ ຫວັງ ເຫວິນປິນ ໂຄສົກກະຊວງການຕ່າງປະເທດຈີນ ເປີດເຜີຍເມື່ອວັນທີ 22 ກໍລະກົດນີ້ວ່າ ອາເມລິກາໄດ້ເພີ່ມລະດັບຄວາມຕຶງຄຽດໃນຄວາມຂັດແຍ້ງລະຫວ່າງສອງປະເທດຢ່າງບໍ່ເຄີຍມີມາກ່ອນດ້ວຍການສັ່ງປິດສະຖານກົງສູນຈີນ ໃນເມືອງຮຸສຕັນ ລັດເທັກຊັສ ລົງຢ່າງກະທັນຫັນໃນວັນທີ 21 ກໍລະກົດ ທີ່ຜ່ານມາ ໂດຍທາງກະຊວງການຕ່າງປະເທດສະຫະລັດອາເມລິກາໄດ້ໃຫ້ເຫດຜົນວ່າ ເພື່ອປ້ອງກັນຊັບສິນທາງປັນຍາຂອງອາເມລິກາ ແລະ ຂໍ້ມູນສ່ວນຕົວຂອງຄົນອາເມລິກາ.

ທ່ານ ຫວັງ ເຫວິນປິນ ໄດ້ກ່າວປະນາມການຕັດສິນໃນດັ່ງກ່າວ ແລະ ເບິ່ງວ່າສິ່ງທີ່ກີດຂຶ້ນນີ້ເປັນການກະທຳທີ່ບໍ່ເໝາະສົມ ເພາະມັນອາດເຮັດໃຫ້ຄວາມສຳພັນລະຫວ່າງ 2 ປະເທດຕຶງຄຽດຂຶ້ນກວ່າເກົ່າ ແລະ ຍັງໄດ້ເຕືອນວ່າອາເມລິກາຈະໄດ້ຮັບມາດຕະການຕອບໂຕ້ຈາກຈີນ ຖ້າຫາກຍັງບໍ່ປ່ຽນໃຈ ຫຼື ຍົກເລີກການກະທຳເຫຼົ່ານີ້.

ດ້ານ ທ່ານ ຫູ ຊີຈິນ ບັນນາທິການໜັງສືພິມໂກລບອລທາມ ສື່ກະບອກສຽງຂອງຈີນ ໄດ້ມີການທະວິດຂໍ້ຄວາມວ່າ ອາເມລິກາໃຫ້ເວລາລັດຖະບານຈີນ 72ຊົ່ວໂມງໃນການປິດສະຖານກົງສຸນໃນເມືອງຮຸສຕັນ.

ທະວີດດັ່ງກ່າວມີຂຶ້ນຫຼັງຈາກທີ່ເຈົ້າໜ້າທີ່ດັບເພີງ ແລະ ຕຳຫຼວດຂອງເມືອງຮຸສຕັນລົງພື້ນທີ່ສະຖານກົງສູນ ຫຼັງໄດ້ຮັບລາຍງານວ່າມີການຈູດເຈ້ຍໃນຕູ້ຄອນເທນເນີຫຼາຍຕູ້ທີ່ເປີດຢູ່ ດ້ານໃນຂອງສະຖານກົງສູນຈີນ ໃນເມືອງຮຸສຕັນ ໂດຍທີ່ເຈົ້າໜ້າທີ່ສະຫະລັດບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປຂ້າງໃນ. ແລະສື່ທ້ອງຖິ່ນລາຍງານວ່າບໍ່ມີໃຜໄດ້ຮັບບາດເຈັບຫຼືເສຍຊີວິດໃນເຫດການດັ່ງກ່າວ. ໃນຂະນະທີ່ສື່ບາງສຳນັກລາຍງານວ່າ ການຈູດເຈ້ຍດັ່ງກ່າວແມ່ນເປັນການຈູດເຈ້ຍເອກະສານທີ່ເຈົ້າໜ້າທີ່ສະຖານກົງສູນຈີນບໍ່ຕ້ອງການນຳເອົາກັບປະເທດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...