ຈຳປາສັກ! ຍົກລະດັບມາດ​ຕະ​ການ​ປ້ອງກັນໂຄວິດ-19​

ພະແນກ​ ຖວທ​ ແຂວງຈຳປາສັກ​ ມີແຈ້ງການຍົກລະດັບມາດ​ຕະ​ການ​ປ້ອງກັນ, ຄວບຄຸມ, ສະກັດກັ້ນ​ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19​ ຂອງແຂວງຈຳປາສັກ​ໃນໄລຍະທີ່ມີປະກົດການ​ ຕິດເຊື້ອຈາກແຮງງານທີ່ເຂົ້າມາຈາກຕ່າງປະເທດ.

ໃຫ້ສືບຕໍ່​ປິດຮ້ານບັນເທິງ,​ ຮ້ານຄາລະໂອເກະ​ ແລະ ຮ້ານເກມທຸກປະເພດ; ບໍ່ອະນຸຍາດໃຫ້ຈັດງານຄອນເສີດ,​ງານລາຕີສະໂມສອນ​ ແລະ ງານສະຫລອງບຸນປະເພນີ​ ໂດຍໃຫ້ຈັດຕາມຮີດຄອງແບບກະທັນຮັດ ບໍ່ເປັນງານໃຫ່ຍ ແລະປະຕິບັດຕາມມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19​ ທີ່ ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ​ ສ່ວນງານດອງກໍໃຫ້ຈັດແບບກະທັດຮັດ ແລະປະຢັດມັດທະ ຍັດ ຕາມຮີດຄອງປະເພນີອັນດີງາມ.

ຮຽບຮຽງຂ່າວ: ພຸດສະດີ