Homeຂ່າວພາຍ​ໃນຈຳປາສັກ ຄວ້າ 2 ແຊ໋ມ ເຕະບານນັກຮຽນ ທົ່ວປະເທດ 2022

ຈຳປາສັກ ຄວ້າ 2 ແຊ໋ມ ເຕະບານນັກຮຽນ ທົ່ວປະເທດ 2022

Published on

ປີນີ້ເປັນປີຄຳຂອງຊາວແຂວງຈຳປາສັກ ພາຍໃນປີ 2022 ສາມາດຍາດໄດ້ແຊ໋ມເຕະບານເຍົາວະຊົນທົ່ວປະເທດເຖິງ 3 ລາຍການ ກໍຄື ແຊ໋ມລາຍການ ຢູ-15 ທົ່ວປະເທດ ຊີງຂັນປະທານສະຫະພັນບານເຕະແຫ່ງຊາດລາວ ແລະ ຫຼ້າສຸດ ທີມເຕະບານນັກຮຽນແຂວງຈໍາປາສັກ ທັງປະເພດຍິງ ແລະ ຊາຍ ກໍຍັງກວາດແຊ໋ມການແຂ່ງຂັນກິລາເຕະບານ ນັກຮຽນ ທົ່ວປະເທດ ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຫຼື “Copa Coca-Cola Lao” ຄັ້ງທີ V ປະຈຳປີ 2022 ໄປຄອງ ພ້ອມເງິນລາງວັນ 140 ລ້ານກີບ.

ພິທີປິດການແຂ່ງຂັນລາຍການ “Copa Coca-Cola Lao” ຄັ້ງທີ V ປະຈຳປີ 2022 ໄດ້ມີຂຶ້ນເມື່ອວັນທີ 24 ພະຈິກ ຜ່ານມາ ທີ່ສະໜາມກິລາລ້ານຊ້າງ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດທະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ, ຕົວແທນຈາກ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອດຕລິງ ຈຳກັດ ຕະຫຼອດຮອດຜູ້ສະໜັບສະໜູນອື່ນໆ, ຄະນະນຳ, ຄູຝຶກ, ນັກກິລາ, ພະນັກງານ, ຄູອາຈານ ແລະ ນ້ອງນັກຮຽນ ກໍຄື ກອງເຊຍຢ່າງຄຶກຄື້ນ.

ໂອກາດດັ່ງກ່າວ, ທ່ານ ວິລະວັນ ບຸນສຸກໄທ ລາຍງານໃຫ້ຮູ້ວ່າ: ການແຂ່ງຂັນລາຍການນີ້ ຈັດຂຶ້ນໃນທົ່ວປະເທດ ຄັດເລືອກເອົາ 2 ທີມຈາກເຂດພາກເໜືອ, 4 ທີມຈາກນະຄອນຫຼວງວຽງຈັນ ແລະ 2 ທີມຈາກເຂດພາກໃຕ້ ເຂົ້າຮ່ວມມາແຂ່ງຂັນໃນຮອບ 4 ທີມສຸດທ້າຍ ໂດຍທີມເຕະບານນັກຮຽນແຂວງຈໍາປາສັກ ທັງທີມຍິງ ແລະ ທີມຊາຍ ຜ່ານເຂົ້າຮອບສຸດທ້າຍໃນລາຍການດັ່ງກ່າວ ໃນຖານະແຊ໋ມຮອບຄັດເລືອກເຂດພາກໃຕ້ ຂຶ້ນມາແຂ່ງຂັນລາຍການນີ້ ໃນຕົ້ນອາທິດທີ່ຜ່ານມາ ແລະ ໃນຮອບ 4 ທີມສຸດທ້າຍທັງທີມຍິງ ແລະ ທີມຊາຍ ປະກອບມີ: ທີມຊາຍ ມສ ສາລາຄໍາ ກັບ ມສ ຫງວຽນຢູ ຈາກນະຄອນຫຼວງວຽງຈັນ, ໄຊຍະບູລີ ແລະ ຈໍາປາສັກ ສ່ວນ ທີມຍິງມີ ມສ ສົມສະຫວາດ ກັບ ມສ ໂຄກສີວິໄລ ຈາກນະຄອນຫຼວງຫຼວງ ແລະ ແຂວງຫຼວງພະບາງ ກັບ ແຂວງຈໍາປາສັກ.

ຜ່ານການແຂ່ງຂັນປາກົດວ່າ: ທີມຍິງ ແຂວງຈໍາປາສັກ ເອົາຊະນະ ມສ ໂຄກສີວິໄລ ໃນຮອບ 4 ທີມສຸດທ້າຍ ກ່ອນຜ່ານເຂົ້າຊີງຊະນະເລີດ ສາມາດເອົາຊະນະ ແຂວງຫຼວງພະບາງ 2-0 ຄວ້າແຊ໋ມປະເພດທີມຍິງໄປຄອງ ສ່ວນທີມຊາຍແຂວງຈໍາປາສັກ ດວນຈຸດໂທດເອົາຊະນະ ມສ ສາລະຄໍາ 4-2 ຫຼັງສະເໝີກັນໃນເກມ 1-1 ໃນຮອບ 4 ທີມສຸດທ້າຍ ກ່ອນຜ່ານການເຂົ້າຮອບຊີງຊະນະເລີດ ກໍສາມາດບຽດເອົາຊະນະ ມສ ຫງວຽນຢູ 1-0 ຄວ້າແຊ໋ມປະເພດທີມຊາຍໄປຄອງເຊັ່ນກັນ ຂະນະທີ່ລາງວັນຂອງລາຍການນີ້ ອັນດັບທີ 1-3 ທັງທີມຍິງ ແລະ ທີມຊາຍ ໄດ້ເທົ່າກັນໝົດ ກໍຄື ຊະນະເລີດ ໄດ້ຮັບຂັນແຊ໋ມ ພ້ອມເງິນສົດ 70 ລ້ານກີບ, ອັນດັບທີ 2 ໄດ້ຮັບເງິນສົດ 40 ລ້ານກີບ ແລະ ອັນດັບທີ 3 ໄດ້ຮັບລາງວັນເງິນສົດ 20 ລ້ານກີບ ສ່ວນລາງວັນດີເດັ່ນຕ່າງໆ ໂດຍສະເພາະລາງວັນຜູ້ຮັກສາປະຕູດີເດັ່ນປະເພດຊາຍ ທ້າວ ທິດສາຄອນ ສາລີວົງຮັດ, ລາງວັນດາວຍິງສູງສຸດ ກິຕາ ເຮືອງວິໄລ ຈາກ ມສ ຫງວຽນຢູ ແລະ ລາງວັນນັກເຕະດີເດັ່ນ ວັນທະສັກ ອິນທິລາດ ຈາກແຂວງຈຳປາສັກ ແລະ ລາງວັນດີເດັ່ນປະເພດຍິງ ລາງວັນຜູ້ຮັກສາປະຕູດີເດັ່ນ ນາງ ປານິດາ ລາດສະວົງ ຈາກແຂວງຈໍາປາສັກ, ລາງວັນດາວຍິງສູງສຸດ ນາງ ເຮມາ ແສງປະເສີດ ຈາກແຂວງຈໍາປາສັກ ແລະ ລາງວັນນັກເຕະດີເດັ່ນ ນາງ ຟ້າ ພົມມາ ຈາກແຂວງຫຼວງພະບາງ.

ພາບ: ເສດຖະກິດ-ການຄ້າ ຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...