spot_img
Homeຂ່າວພາຍ​ໃນຈັບຜູ້ແອບອ້າງແລ່ນຄົນເຂົ້າທະຫານ-ຕຳຫຼວດ

ຈັບຜູ້ແອບອ້າງແລ່ນຄົນເຂົ້າທະຫານ-ຕຳຫຼວດ

Published on

ເຈົ້າໜ້າທີ່ກົມພະນັກງານ, ກົມປ້ອງກັນກໍາລັງ ກະຊວງ ປກສ ແລະ ກົມປ້ອງກັນພາຍໃນກອງທັບ ກະຊວງປ້ອງກັນປະເທດ ໄດ້ສົມທົບກັບ ເຈົ້າຫນ້າທີ່ ປກສ ເມືອງຈັນທະບຸລີ ກັກຕົວຜູ້ແອບອ້າງແມ່ນຄົນເຂົ້າ ທະຫານ-ຕໍາຫຼວດ ໄດ້ຜູ້ຖືກຫາ 3 ຄົນ ມາດໍາເນີນຄະດີຕາມລະບຽບກົດຫມາຍ.

ພັທ ພອນໃຈ ພາມຸງຄຸນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ໃຫ້ຮູ້ໃນວັນທີ 27 ກັນຍາ 2022 ວ່າ:

ພາຍຫຼັງຮັບແຈ້ງຄວາມຈາກຜູ້ເສຍຫາຍທີ່ເຂົ້າມາແຈ້ງຄວາມ ຈິ່ງແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະ ລົງເກັບກໍາຂໍ້ມູນ, ມາຮອດວັນທີ 14 ກໍລະກົດ 2022 ໄດ້ເຂົ້າກັກຕົວພວກຖືກຫາຊື່ວ່າ

  1. ທ້າວ ແຕ ອາຍຸ 46 ປີ ຢູ່ບ້ານໂພນສະຫວ່າງ ເມືອງສີສັດຕະນາກ
  2. ທ້າວ ຈິດສະຫວາດ ອາຍຸ 36 ປີ ຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ
  3. ທ້າວ ສອນນະພາ ອາຍຸ 36 ປີ ຢູ່ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງ ວຽງຈັນ ທີ່ເປັນຜູ້ປອມແປງເອກະສານຂໍ້ຕົກລົງແມ່ນຄົນເຂົ້າທະຫານ ແລະ ຕໍາຫຼວດ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ພວກຖືກຫາສາລະພາບ ວ່າ:

ໃນວັນທີ 26 ມິຖຸນາ 2022, ແມ່ນໄດ້ເຄື່ອນໄຫວຊອກຫາຄົນທີ່ຢາກເຂົ້າເຮັດວຽກເປັນກໍາລັງ ທະຫານ, ຕໍາຫຼວດ ໂດຍອ້າງວ່າສາມາດແລ່ນໃຫ້ໄດ້ ແຕ່ຕ້ອງມີຄົງແລ່ນເອກະສານຄົນລະ 280.000 ບາດ. ຈາກນັ້ນ ທ້າວ ແຕ ແມ່ນໄດ້ຕິດຕໍ່ຄົນມາໄດ້ 2 ຄົນ ແລະ ຮຽກຮ້ອງໃຫ້ຈ່າຍລ່ວງໜ້າກ່ອນ ຈໍານວນ 15.000.000 ກີບຕໍ່ຄົນ ແລະ ກໍໄດ້ໂອນເງິນໃຫ້ ທ້າວ ຈິດສະຫວາດ ທັງຫມົດ ຈໍານວນ 30.000.000 ກີບ.

ຕົກມາຮອດວັນທີ 12 ກໍລະກົດ 2022, ທ້າວ ຈິດສະຫວາດ ໄດ້ແຈ້ງມາວ່າ: ຂໍ້ຕົກລົງຮັບເຂົ້າກໍາລັງອອກແລ້ວ. ຈາກນັ້ນ ກໍໄດ້ສົ່ງຂໍ້ຕົກລົງເຂົ້າກໍາລັງໃຫ້ ທ້າວ ແຕ ທາງວອດແອັບ, ທັງສອງແມ່ນຮູ້ແລ້ວ ວ່າເປັນເອກະສານປອມທີ່ ທ້າວ ສອນນະພາ ສ້າງຂຶ້ນມາ ໂດຍພິມລາຍຊື່ປອມແບບບໍ່ມີຕົວຕົນໃສ່ຂໍ້ຕົກລົງ ມີທັງໝົດ 137 ຄົນ, ໃນນັ້ນແມ່ນມີລາຍຊື່ແທ້ຂອງຜູ້ຖືກເສຍຫາຍ 2 ຄົນ ທີ່ຈ່າຍເງິນມັດ ຈິ່ງລ່ວງໜ້າ ເພື່ອນໍາໄປຮຽກຮ້ອງເອົາເງິນສ່ວນທີ່ເຫຼືອນໍາຜູ້ຖືກເສຍຫາຍ.

ຜ່ານການສອບສວນ ພວກກ່ຽວແມ່ນມີ ເລ່ຫຼ່ຽມໃນການເຄື່ອນໄຫວແບບເປັນກຸ່ມ-ເປັນຂະບວນການ, ມີການກະກຽມ ແລະ ແບ່ງງານກັນຢ່າງ ລະອຽດຖີ່ຖ້ວນ, ມີຜູ້ປອມແປງເອກະສານ, ມີຜູ້ໄປຊອກຂົນຂວາຍລະດົມຫາຄົນທີ່ຢາກເຂົ້າ ເປັນທະຫານ, ຕໍາຫຼວດ ລວມທັງເຂົ້າເປັນພະນັກງານຂອງລັດຢູ່ແຕ່ລະກະຊວງ, ໂດຍພວກກ່ຽວແອບອ້າງວ່າຮູ້ຈັກຜູ້ໃຫຍ່ທີ່ ສາມາດຊ່ວຍໄດ້ ແຕ່ແທ້ຈິງແລ້ວມັນເປັນກົນອຸບາຍຂອງພວກເຂົາເອງ.

ຕໍ່ບັນຫານີ້, ກະຊວງ ປກສ ບໍ່ອະນຸຍາດໃຫ້ມີການຊື້ຈ້າງເຂົ້າເປັນກໍາລັງບໍ່ວ່າຢູ່ສູນກາງ ແລະ ທ້ອງຖິ່ນ ຢ່າງເດັດຂາດ, ຫາກບຸກຄົນໃດບໍ່ວ່າຈະເປັນພະນັກງານ-ລັດຖະກອນ ຫຼື ພະນັກງານພາຍໃນກໍາລັງ ມີການ ເຄື່ອນໄຫວຮັບເງິນແລ່ນເອກະສານເອົາຄົນເຂົ້າກໍາລັງ ຈະຕ້ອງຖືກດໍາເນີນຄະດີຕາມຂັ້ນຕອນຂອງກົດຫມາຍ ຢ່າງເຂັ້ມງວດ, ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ກົນອຸບາຍຂອງຄົນບໍ່ດີ ຖ້າຫາກພົບເຫັນການເຄື່ອນໄຫວຄືດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ ຂໍໃຫ້ແຈ້ງເຈົ້າຫນ້າທີ່ທີ່ກ່ຽວຂ້ອງ ດ່ວນທີ່ສຸດ ເພື່ອຈະໄດ້ແກ້ໄຂໃຫ້ທັນເວລາ.

ສ່ວນຜູ້ຖືກຫາ 3 ຄົນ ແມ່ນເຈົ້າໜ້າທີ່ຈະໄດ້ດໍາເນີນຄະດີຕາມລະບຽບກົດຫມາຍ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...