spot_img
Homeຄວາມຮູ້ກ່ຽວກັບ AECຈັດອັນດັບປະຊາກອນ 10 ປະເທດສະມາຊິກອາຊຽນ

ຈັດອັນດັບປະຊາກອນ 10 ປະເທດສະມາຊິກອາຊຽນ

Published on

ຫຼາຍຄົນອາດບໍ່ຮູ້ວ່າ ປະຊາກອນຂອງປະເທດສະມາຊິກອາຊຽນນັ້ນມີທັງໝົດເທົ່າໃດ? ດັ່ງນັ້ນ ມື້ນີ້ແອັດມິນຈະໄດ້ລວບລວມສະຖິຕິຕົວເລກຂອງປະຊາກອນທັງ 10 ປະເທດ ທີ່ສຳຫຼວດຫຼ້າສຸດມາໃຫ້ທຸກຄົນໄດ້ຮູ້ກັນດັ່ງນີ້:

  1. ປະເທດອິນໂດນີເຊຍ: ເປັນປະເທດທີ່ມີປະຊາກອນຫຼາຍເປັນອັນດັບ 1 ຂອງສະມາຊິກອາຊຽນ ເຊິ່ງມີ 248,216,193 ຄົນ (ຕົວເລກສຳຫຼວດປີ 2011)
  2. ປະເທດຟີລິບປິນ: ເປັນປະເທດທີ່ມີປະຊາກອນຫຼາຍເປັນອັນດັບ 2 ຂອງອາຊຽນ ເຊິ່ງມີຮອດ 103,000,000 ຄົນ (ຕົວເລກສໍາຫຼວດປີ 2012)
  3. ປະເທດຫວຽດນາມ: ເປັນປະເທດທີ່ມີປະຊາກອນຫຼາຍເປັນອັນດັບທີ 3 ຂອງສະມາຊິກອາຊຽນ ເຊິ່ງມີຮອດ 89,693,000 ຄົນ (ຕົວເລກສຳຫຼວດປີ 2013)
  4. ປະເທດໄທ: ມີປະຊາກອນທັງໝົດ 65,729,098 ຄົນ (ຕົວເລກສຳຫຼວດປີ 2015)
  5. ປະເທດມຽນມາ: ມີປະຊາກອນທັງໝົດ 51,419,420 ຄົນ (ຕົວເລກສຳຫຼວດປີ 2014)
  6. ປະເທດມາເລເຊຍ: ມີປະຊາກອນທັງໝົດ 30,018,242 ຄົນ (ຕົວເລກສຳຫຼວດປີ 2014)
  7. ປະເທດກຳປູເຈຍ: ມີປະຊາກອນທັງໝົດ 15,100,000 ຄົນ (ຕົວເລກສຳຫຼວດປີ 2012)
  8. ປະເທດລາວ: ມີປະຊາກອນທັງໝົດ 6,492,400 ຄົນ (ຕົວເລກສຳຫຼວດປີ 2015)
  9. ປະເທດສິງກະໂປ: ມີປະຊາກອນທັງໝົດ 5,469,700 ຄົນ (ຕົວເລກສຳຫຼວດປີ 2014)
  10. ປະເທດບຣູໄນ: ມີປະຊາກອນທັງໝົດ 428,146 ຄົນ (ຕົວເລກປີ 2010)

ເຊິ່ງຕົວເລກທີ່ກ່າວມາຂ້າງເທິງນັ້ນ ແມ່ນຕົວເລກທີ່ໄດ້ຮັບການເປີດເຜີຍຢ່າງເປັນທາງການລ່າສຸດ ແລະອາດເປັນຂໍ້ມູນພື້ນຖານສຳລັບການຮຽນຮູ້ໄດ້ເປັນຢ່າງດີ, ແນວໃດກໍຕາມການສຳຫຼວດ ປະຊາກອນສຳລັບປະເທດລາວເຮົາແມ່ນ 10 ປີຕໍ່ຄັ້ງ ແລະປະເທດອື່ນໆແມ່ນມີກຳນົດແຕກຕ່າງກັນ

ຂ່າວ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...