ງົດດື່ມສິ່ງມຶນເມົາໃນຊ່ວງເຂົ້າພັນສາມີດີຫຼາຍຢ່າງ

ສັງຄົມຂອງຄົນລາວເຮົາຜຸກພັນກັບສາສະໜາມາຕັ້ງແຕ່ເກີດຈົນຮອດມື້ສຸດທ້າຍຂອງຊີວິດ ໂດຍສະເພາະກໍແມ່ນສາສະໜາພຸດທີ່ເປັນສາສະໜາຂອງປະຊາຊົນສ່ວນໃຫຍ່ ໃນນັ້ນ ປະຊາຊົນທົ່ວໆໄປມັກໃຊ້ວັນສຳຄັນຕ່າງໆທາງສາສະໜາໃນແຕ່ລະເດືອນ ເພື່ອເລີ່ມຕົ້ນເຮັດສິ່ງດີໆ ຫຼື ສິ່ງໃໝ່ໆ (ອາດ) ຈະຫຼຸດລະ ເລີກ ບໍ່ເຮັດໃນສິ່ງທີ່ຈະນຳມາຊຶ່ງຄວາມເສື່ອມເສຍ ຫຼື ສູນເສຍ.

ວັນເຂົ້າພັນສາຍັງເຫຼືອເວລາບໍ່ພໍເທົ່າໃດມື້ກໍຈະວຽນມາຮອດແລ້ວ ມີປະຊາຊົນຊາວພຸດຫຼາຍຄົນທີ່ກຳລັງກຽມໃຈຕັ້ງປະນິທານ “ງົດດື່ມສິ່ງມຶນເມົາໃນຊ່ວງເຂົ້າພັນສາ” ເພາະມີຄວາມເຊື່ອວ່າ ການຖືສິນ​ ການງົດດື່ມສິ່ງມຶນເມົາໃນຊ່ວງເຂົ້າພັນສາ ແລະ ການປະຕິ ບັດຕົນໃຫ້ຢູ່ໃນສິນຊ່ວງນີ້ຖືເປັນການສ້າງກຸສົນໃຫ້ກັບຕົນເອງ ທັງກໍ່ໃຫ້ເກີດຄວາມສະຫງົບສຸກ ແລະ ມີຄວາມຈະເລີນເຂົ້າມາໃນຊີວິດ.

ການ “ຢຸດດື່ມສິ່ງມຶນເມົາໃນຊ່ວງເຂົ້າພັນສາ” ໂດຍສະເພາະສາມເດືອນຕໍ່ໄປນີ້ ນອກຈາກຈະເປັນການປະຕິບັດຕາມຄວາມເຊື່ອທີ່ຕົນເອງເຄົາລົບແລ້ວ ອີງທາງໜຶ່ງກໍຍັງເປັນການຊ່ວຍປັບໃຫ້ຮ່າງກາຍໄດ້ພັກຜ່ອນອອກຫ່າງຈາກສິ່ງມຶນເມົາເປັັນເວລາສາມເດືອນຊຶ່ງມັນກໍເປັນຜົນດີຕໍ່ສຸຂະພາບ ສຳຄັນກວ່ານີ້ກໍຄືຊ່ວຍປະຢັດລາຍຈ່າຍຟຸມເຟືອຍໄດ້ອີກດ້ວຍ.

ໂດຍ: ບຸດສະດີ ສາຍນໍ້າມັດ