spot_img
Homeຂ່າວທ້ອງຖິ່ນງານອະລັງການດອກຈຳປາບານ ເປີດຂື້ນເພື່ອເປັນການສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019

ງານອະລັງການດອກຈຳປາບານ ເປີດຂື້ນເພື່ອເປັນການສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019

Published on

ງານອະລັງການຈຳປາບານ ປະສານສາຍໃຈຊາວຫນຸ່ມອາຊຽນ ຄັ້ງທຳອິດໄດ້ຈັດຂຶ້ນທີ່ສວນຈຳປາມຸງຄຸນ ຕັ້ງຢູ່ທີ່ບ້ານນາແຄຄຳ, ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍມີຈຸດປະສົງ ເພື່ອເປັນການສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019 ແລະ ທັງເປັນການເປີດກວ້າງສາຍພົວພັນການຮ່ວມມືຂອງບັນດານັກທຸລະກິດ ແລະ ຜູ້ປະກອບການໄວໜຸ່ມລາວ ກັບບັນດາປະເທດອາຊຽນ ກໍຄືສາກົນ.

ໃນງານດັ່ງກ່າວ ໄດ້ຈັດຂື້ນ ລະຫວ່າງວັນທີ 27-28 ເມສາ 2019, ໂດຍການຮວ່ມມືລະຫວ່າງ ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ, ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮ່ວມກັບເຈົ້າຂອງສວນຈຳປາມຸງຄຸນ.

ທ່ານ ດຣ. ນາງອຸດທະກີ ຈຸນລະມະນີຄຳຜຸຍ ເຈົ້າຂອງສວນຈຳປາມຸງຄຸນ ກ່າວວ່າ: ງານຄັ້ງນີ້ ຍັງເປັນການພົບປະແລກປ່ຽນບົດຮຽນ ຂອງບັນດາຜູ້ປະກອບການໜຸ່ມທາງດ້ານທຸລະກິດສິນຄ້າ ພ້ອມທັງອະນຸຮັກວັດທະນະທຳອັນດີງາມຂອງຊາດລາວເຮົາໂດຍສະເພາະແມ່ນດອກຈຳປາເຊິ່ງເປັນດອກໄມ້ປະຈຳຊາດລາວໃຫ້ຄຽງຄູ່ຢູ່ກັບຄົນລາວຕະຫລອດໄປ. ເມືອງລາວ ຖືກຂະໜານນາມວ່າດິນແດນຈຳປາ ແລະ ດອກຈຳປາກໍເປັນດອກໄມ້ປະຈຳຊາດລາວ ແລະ ທີ່ສຳຄັນເຮົາມີບົດເພັງຈຳປາເມືອງລາວ ເຊິ່ງມີເນື້ອໃນບາງຕອນກ່າວໄວ້ວ່າ “ສວນດອກຈຳປາບິດາປູກໄວ້ຕັ້ງແຕ່ນານມາ” ເຊິ່ງມີຫລາຍຄົນຖາມວ່າສວນນັ້ນມັນຢູ່ໃສ ເພາະຢູ່ລາວຍັງບໍ່ທັນມີສວນດອກຈຳປາ. ນີ້ກໍຄືແຮງບັນດານໃຈທີ່ຂ້າພະເຈົ້າ ແລະ ຄອບຄົວໄດ້ຕັດສິນໃຈສ້າງສວນ ປູກຕົ້ນຈຳປານີ້ຂຶ້ນມາ ເພື່ອໃຫ້ລູກຫລານໄດ້ເຫັນ ແລະ ໄດ້ສຶກສາຄົ້ນຄວ້າໃນອະນາຄົດ.

ທ່ານ ດຣ. ນາງອຸດທະກີ ຈຸນລະມະນີຄຳຜຸຍ ບອກຕື່ມວ່າ: ຕົນເອງໄດ້ເລີ່ມປູກຕົ້ນຈຳປາ ມາແຕ່ປີ 2007 ມີທັງໝົດ 5.000-7.000 ຕົ້ນ, ດອກຈຳປາຈະເລີ່ມບານໃນລະຫວ່າງ ເດືອນມີນາ ແລະ ເມສາ ຂອງທຸກໆປີ, ດອກຈຳປາທີ່ນຳມາປູກໃນສວນມີຫລາຍກວ່າ 250 ສາຍພັນ ທີ່ມາຈາກຫລາຍປະເທດທົ່ວໂລກ ແລະ ໄດ້ເປີດໃຫ້ມວນຊົນເຂົ້າຊົມໃນ ປີ 2015 ໂດຍມີຜູ້ເຂົ້າມາຊົມມື້ທຳອິດຫລາຍກວ່າ 2 ພັນຄົນ ເຊິ່ງມີທັງແຂກພາຍໃນ ແລະ ຕ່າງປະເທດ. ມາຮອດປັດຈຸບັນ ມີຜູ້ເຂົ້າມາຊົມສວນ ດັ່ງກ່າວຫລາຍກວ່າ 4 ໜື່ນຄົນ.

ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ກ່າວວ່າ: ການຈັດງານຄັ້ງນີ້ແມ່ນມີຄວາມສຳຄັນຫລາຍ ຕໍ່ບັນດານັກທຸລະກິດຂະໜາດນ້ອຍຂອງລາວໃນການແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອເປັນການຕໍ່ຍອດ ຫລື ເພີ່ມທະວີການປະຕິບັດແນວທາງນະໂຍບາຍຂອງພັກ ກໍຄືຂອງລັດຖະບານ ໃນການສົ່ງເສີມບັນດານັກທຸລະກິດໜຸ່ມຂອງລາວ ໃຫ້ສາມາດແຂ່ງຂັນກັບບັນດານັກທຸລະກິດປະເທດອາຊຽນ ກໍຄືພາກພື້ນ ແລະ ສາກົນ ເພື່ອກະຕຸ້ນເສດຖະກິດຂອງລາວ ໃຫ້ນັບມື້ດີຂຶ້ນ ພ້ອມທັງເປັນການສົ່ງເສີມທຸລະກິດການທ່ອງທ່ຽວຂອງລາວໄປພ້ອມໆກັນ ເພາະຊາວໜຸ່ມເປັນກຳລັງແຮງເປັນໜໍ່ແໜງຂອງການປົກປັກຮັກສາ ແລະ ສືບທອດພາລະກິດພັດທະນາປະເທດຊາດ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ.

ໃນງານຜູ້ເຂົ້າຮ່ວມຍັງໄດ້ພົບກັບການສະແດງທີ່ຫນ້າຕື່ນຕາຕື່ນໃຈ ເປັນຕົ້ນ ການສະແດງເທັກຄອນໂດ, ການເດີນແບບຈາກສິ່ງເສດເຫລືອ ຈາກນ້ອງນັກຮຽນ ໂຮງຮຽນຈອມຄຳ, ການສອນເຮັດ ເຄັກ ແລະ ຂະຫນົມ, ການແຕ້ມຮູບ ແລະ ປະມູນຮູບພາບຈາກນັກສິລະປິນລາວ ແລະ ການສະແດງຂອງວົງດົນຕີດ່ານຊ້າງ.

ຂຽນໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...