spot_img
Homeຂ່າວພາຍ​ໃນງານສຸຂະພາບໜຶ່ງດຽວ “One Health fair” ທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນ ໃນວັນທີ 9-11 ກັນຍານີ້

ງານສຸຂະພາບໜຶ່ງດຽວ “One Health fair” ທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນ ໃນວັນທີ 9-11 ກັນຍານີ້

Published on

ແນວຄວາມຄິດຂອງໂຄງການ “One Health” ຫຼື “ສຸຂະພາບໜຶ່ງດຽວ” ແມ່ນເພື່ອໃຫ້ປະຊາຊົນຮັບຮູ້ວ່າສຸຂະພາບຂອງຄົນຕິດພັນກັບສຸຂະພາບຂອງສັດ ແລະ ສິ່ງແວດລ້ອມຢ່າງແໜ້ນແຟ້ນ, ເຊິ່ງກ່ຽວຂ້ອງກັບພາກສ່ວນສາທາລະນະສຸກ, ສັດຕະວະແພດ ແລະ ສິ່ງແວດລ້ອມ. ວິທີການນີ້ແມ່ນກ່ຽວພັນໂດຍກົງກັບຄວາມປອດໄພຂອງອາຫານ ແລະ ນໍ້າ, ໂພຊະນາການ, ການຄວບຄຸມພະຍາດຕິດຕໍ່ຈາກສັດສູ່ຄົນ, ການຄຸ້ມຄອງມົນລະພິດ, ແລະ ການຕ້ານການດື້ຢາຕ້ານເຊື້ອ.

ສະຫະພາບເອີຣົບ (ອີຢູ) ປະຈໍາ ສປປ ລາວ ໄດ້ຈັດງານສຸຂະພາບໜື່ງດຽວ, ເຊິ່ງເປັນສ່ວນໜຶ່ງຂອງການໂຄສະນາເຜີຍແຜ່ໃຫ້ກວ້າງຂວາງກ່ຽວກັບຄວາມສໍາຄັນຂອງການປົກປ້ອງສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ.

ງານຕະຫຼາດນັດ ສຸຂະພາບໜຶ່ງດຽວຈັດຂຶ້ນທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນ ໃນວັນທີ 9,10 ແລະ 11 ກັນຍານີ້, ໄດ້ປະກອບມີບັນດາພະນັກງານ-ລັດຖະກອນ, ອົງການຈັດຕັ້ງ, ນັກທຸລະກິດ ແລະ ພາກສ່ວນຕ່າງໆ ທີ່ເຮັດວຽກ ແລະ ດໍາເນີນທຸລະກິດແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ.

ພາຍໃນງານຍັງຕ້ອງການສົ່ງເສີມໃຫ້ປະຊາຊົນເລືອກອາຫານທີ່ມີປະໂຫຍດ ແລະ ປອດໄພຕໍ່ຕົນເອງ ແລະ ໃຫ້ມີສະຕິລະວັງຕົວຕໍ່ກັບອັນຕະລາຍຂອງເຊື້ອພະຍາດທີ່ເກີດຈາກການໃຊ້ຢາຕ້ານເຊື້ອທີ່ບໍ່ຖືກຕ້ອງ.

 

“ພວກເຮົາຮັບຮູ້ເຖິງຄວາມສໍາຄັນຂອງການດູແລສິ່ງແວດລ້ອມ ແລະ ການປົກປ້ອງສຸຂະພາບຂອງສັດ, ເພື່ອຮັກສາສຸຂະພາບຂອງຄົນ. ການລະບາດຂອງພະຍາດໂຄວິດ-19 ໄດ້ສອນພວກເຮົາວ່າ ພວກເຮົາຕ້ອງຮ່ວມແຮງຮ່ວມໃຈກັນ ຖ້າຢາກປ້ອງກັນການແຜ່ລະບາດຂອງພະຍາດຕິດຕໍ່ໃນອະນາຄົດ ”, ກ່າວໂດຍ ທ່ານ ດຣ. ສະຫນອງ ທອງສະຫນາ, ຮອງລັດຖະມົນຕີກະຊວງສາທາລະນະສຸກ.

ທີ່ປຶກສາທູດ ແລະ ອຸປະທູດ ທ່ານ ນີແອວຣ ເລໂອນາດ (Nial Leonard) ຜູ້ຮັກສາການ ອຸປະທດຂອງສະຫະພາບເອີຣົບ ປະຈໍາ ສປປ ລາວ ກ່າວວ່າ: “ໃນນາມສະຫະພາບເອີຣົບ, ພວກເຮົາຕັດສິນໃຈສະໜັບສະໜຸນຂະບວນການນີ້ ເພາະວ່າພວກເຮົາຕ້ອງການຊຸກຍູ້ໃຫ້ຊຸມຊົນລົງມືປະຕິບັດ. ມັນເປັນສິ່ງຮີບດ່ວນທີ່ຕ້ອງຮ່ວມກັນປົກປ້ອງສຸຂະພາບຂອງຄົນ, ສັດ, ແລະ ສິ່ງແວດລ້ອມ, ມັນເປັນເລື່ອງຮີບດ່ວນທີ່ພວກເຮົາທຸກຄົນຕ້ອງບໍ່ຮູ້ເຖິງຄວາມສໍາຄັນຂອງສິ່ງແວດລ້ອມ ແລະ ຮັບຮູ້ວ່າມັນເຊື່ອມໂຍງກັບສຸຂະພາບຂອງຄົນແນວໃດ, ການບໍລິໂພກອາຫານທ້ອງຖິ່ນທີ່ດີຕໍ່ສຸຂະພາບ ແລະ ການປົກປ້ອງສຸຂະພາບຂອງສັດເພື່ອປ້ອງກັນພະຍາດທີ່ເປັນອັນຕະລາຍຕໍ່ມະນຸດ”.

 

ງານກິດຈະກາດງກ່າວນີ້, ແມ່ນເປີດໃຫ້ປະຊາຊົນເຂົ້າຮ່ວມໂດຍບໍ່ເສຍຄ່າ, ພາຍໃນງານໄດ້ມີເວທີສົນທະນາ ແລະ ໂອ້ລົມສ້າງແຮງຈູງໃຈຈາກຄະນະຜູ້ຊ່ຽວຊານໃນສາຂາທີ່ກ່ຽວຂ້ອງ, ບັນດາຄອບຄົວ, ນ້ອງນັກຮຽນ ແລະ ເດັກນ້ອຍຕ່າງກໍຖືກເຊີນເຂົ້າຮ່ວມກິດຈະກຳມ່ວນຊື່ນ ແລະ ກິດຈະກໍາການຮຽນຮູ້, ມີບູທວາງສະແດງສິນຄ້າ ແລະ ໂຄງການລິເລີ່ມຕ່າງໃຫ້ຢ້ຽມຊົມຫຼາຍກວ່າ 30 ບູທ, ນອກນີ້ ຍັງໄດ້ຮ່ວມເຊຍພໍ່ຄົວແມ່ຄົວ ແລະ ຮັບຄໍາແນະນໍາຈາກຜູ້ຊ່ຽວຊານດ້ານການປຸງແຕ່ງອາຫານເພື່ອສຸຂະພາບໂດຍນຳໃຊ້ພືດເປັນຫຼັກ ໃນງານແຂ່ງຂັນເຮັດອາຫານເພື່ອສຸຂະພາບ (ເຈ) ກັບສະໂລແກນ “ເລືອກ, ລ້າງ, ຮັກສາ”.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...