spot_img
Home​ຂ່າວທ່ອງທ່ຽວງານບຸນຊ້າງປີນີ້ ຈະມີຫລາຍກິດຈະກຳທີ່ໜ້າສົນໃຈ ຫລາຍກວ່າທຸກປີ

ງານບຸນຊ້າງປີນີ້ ຈະມີຫລາຍກິດຈະກຳທີ່ໜ້າສົນໃຈ ຫລາຍກວ່າທຸກປີ

Published on

ການຈັດງານມະຫະກຳບຸນຊ້າງປີ 2017 ທາງແຂວງໄຊຍະບູລີ ຈະຍົກລະດັບໃຫ້ສູງກວ່າປີກ່ອນໆ ໂດຍຈະເນັ້ນໜັກກິດຈະກຳຫລັກໆ ຂອງບຸນ ແມ່ນຈະມີການສະເເດງຂອງຊ້າງຄຳຮູ້ ໃຫ້ມີຄວາມຫລາກຫລາຍຂຶ້ນ ເມື່ອທຽບໃສ່ຫລາຍໆຄັ້ງຜ່ານມາ ເພື່ອໃຫ້ບັນດາແຂກທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຊົມ ມີຄວາມປະທັບໃຈ ແລະ ເພິ່ງພໍໃຈ ແນໃສ່ດຶງດູດນັກທ່ອງທ່ຽວ ໃຫ້ເພີ່ມຂຶ້ນກວ່າທຸກໆປີ.

ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ໃນນາມປະທານຮັບຜິດຊອບການຈັດງານ ໄດ້ຖະແຫລງຕໍ່ສື່ມວນຊົນ ໃນທ້າຍອາທິດຜ່ານມາວ່າ: ໃນບຸນປີນີ້ຈະມີຊ້າງເຂົ້າຮ່ວມ 68 ເຊືອກ ໂດຍພາຍໃນງານຈະມີກິດຈະກຳກ່ຽວກັບຊ້າງຫລາຍລາຍການເຊັ່ນ: ຂະບວນແຫ່ຊ້າງ 68 ເຊືອກ, ປະກວດຊ້າງງາມບາສີສູ່ຂວັນຊ້າງການສະເເດງຝຶກແອບຊ້າງ, ການຈັດງານລ້ຽງຊ້າງ ຫລື ບຸບເຟຊ້າງ, ການເອົາຊ້າງອາບນ້ຳ, ການສະເເດງຊ້າງຄຳຮູ້, ການບໍລິການຂີ່ຊ້າງ ແລະ ອື່ນໆອີກຫລາຍກິດຈະກຳ.

ນອກຈາກກິດຈະກຳຂອງຊ້າງຍັງ ມີການໂຄສະນາຂາຍສິນຄ້າປະເພດຕ່າງໆ ຈາກຫລາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ, ການສະເເດງສິລະປະວັນນະຄະດີ ຈາກພາຍໃນແຂວງ, ຈາກກອງສິລະປະກອນແຫ່ງຊາດ ແລະ ກົມກອງຕ່າງໆໃນເເຕ່ລະຄືນ ມີການສະເເດງດົນຕີ ເທິງເວທີຂອງຜູ້ສະໜັບສະໜູນບຸນ ແລະ ພາກສ່ວນອື່ນໆຫລາຍລາຍການ, ມີການສະເເດງວາງຂາຍຜະລິດຕະພັນ, ອາຫານພື້ນບ້ານທີ່ ເປັນເອກະລັກຂອງທ້ອງຖີ່ນຢ່າງຫລວງຫລາຍ.

ສ່ວນກຳນົດງານ ແມ່ນຈະຈັດຂຶ້ນໃນລະຫວ່າງວັນທີ 13-19 ກຸມພາ ແຕ່ມື້ທາງການ ແມ່ນວັນທີ 17-19 ກຸມພາ 2017 ຈຶ່ງຂໍເຊີນຊວນບັນດາທ່ານ ກໍຄືນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດເຂົ້າ ຮ່ວມທ່ຽວຊົມງານມະຫະກຳບຸນຊ້າງ ຢູ່ແຂວງໄຊຍະບູລີ ເມື່ອໄດ້ມາເຫັນມາຊົມແລ້ວ ບັນດາທ່ານຈະຕິດອົກຕິດໃຈ, ມີຄວາມປະທັບໃຈຫລາຍກວ່າປີຜ່ານໆມາຢ່າງແນ່ນອນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...