ຄູ່ຮັກນັກຮ້ອງ ນິສະຄຸນແລະທິຟຟານີ ເລີກກັນແລ້ວ

0
1548

นิชคุณ-ทิฟฟานี่-03

ເມື່ອວັນທີ 29 ພຶດສະພາທີ່ຜ່ານມາ ທາງຕົ້ນສັງກັດຂອງທັງຄູ່ໄດ້ອອກມາຢືນຢັນຂ່າວເສົ້າດັ່ງກ່າວຢ່າງເປັນທາງການເຮັດໃຫ້ແຟນໆ ຮູ້ສຶກເສຍໃຈໄປນຳ

ທາງຕົວແທນຈາກ JYP Entertaiment ໄດ້ອອກມາອະທິບາຍວ່າ ເປັນຄວາມຈິງທີ່ຫລັງສຸດນີ້ ທັງສອງໄດ້ເລີກກັນແລ້ວ ສ່ວນເຫດຜົນທີ່ເປັນຫຍັງຈື່ງເລີກກັນນັ້ນເປັນເລື່ອງສ່ວນຕົວ ດັ່ງນັ້ນທາງເຮົາຈື່ງບໍ່ມີຫຍັງຈະເວົ້າກ່ຽວກັບເລື່ອງນີ້ໃນສ່ວນຂອງ ນິຊຄຸນ ຕອນນີ້ລາວກຳລັງຢູ່ໃນລະຫວ່າງການກຽມຜົນງານສຳລັບການກັບມາພ້ອມກັບວົງ 2PM ຢູ່

ໃນຂະນະທີ່ທາງຕົວແທນຈາກທາງ SM Entertaiment ໄດ້ອອກມາກ່າວວ່າ ຫລັງຈາກທີ່ເຮົາໄດ້ໄດ້ໂອ້ລົມກັບ ທິຟຟານີ ແລ້ວມີການຢືນຢັນວ່າທັງສອງໄດ້ເລີກກັນແລ້ວ

ແຕ່ຢ່າງໃດກໍ່ຕາມເບິ່ງຄືວ່າທັງສອງໄດ້ຕັດສິນໃຈທີ່ຈະກັບໄປເປັນພຽງແຕ່ໝູ່ຮ່ວມອາຊີບດຽວກັນ ຫລັງຈາກທີ່ໄດ້ຄົບຫາກັນປະມານ 1 ປີກັບ 4 ເດືອນ

page

 

news-full-88905

 

news-full-82519