spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຄຸນປະໂຫຍດຂອງປໍ້ໄຂ່

ຄຸນປະໂຫຍດຂອງປໍ້ໄຂ່

Published on

ປໍ້ໄຂ່ເປັນແຫຼ່ງທໍາມະຊາດຂອງແຮ່ທາດ ແລະມີແຄວຊຽມ 90% ແຄວຊຽມຈະຖືກດູດຊຶມໄດ້ຢ່າງງ່າຍດາຍໂດຍຮ່າງກາຍຂອງເຮົາ ເພາະອົງປະກອບທາງເຄມີຂອງມັນເກືອບຈະຄືກັບແຂ້ວ ແລະກະດູກຂອງມະນຸດ ຫາກບໍລິໂພກໃນປະລິມານຫຼາຍແຄວຊຽມຈະບໍ່ພຽງຖືກກໍາຈັດດ້ວຍການຂາດແຄວຊຽມ ແຕ່ຍັງປ້ອງກັນບໍ່ໃຫ້ພັດທະນາເປັນພະຍາດກະດູກພ່ອຍ, ກະຕຸ້ນໄຂກະດູກໃນການຜະລິດເຊວເມັດເລືອດ ແລະຊ່ວຍໃນເລື່ອງການປິ່ນປົວຄວາມດັນໂລຫິດສູງ.

ປໍ້ໄຂ່ຍັງປະກອບໄປດ້ວຍທາດເຫຼັກ, ສັງກະລີ, ທອງແດງ, ຟົດສະຟໍ, ໂດຣນຽມ ດັ່ງນັ້ນ ຜູ້ຊ່ຽວຊານຫຼາຍທ່ານຈຶ່ງແນະນໍາວ່າ ປໍ້ໄຂ່ເປັນອາຫານເສີມແຄວຊຽມຕາມທໍາມະຊາດ ແລະມີຄຸນປະໂຫຍດຫຼາຍ ຊຶ່ງແນະນໍາໃຫ້ໃຊ້ປໍ້ໄຂ່ບົດລະອຽດມື້ລະ 1.5-3 ກະລາມ.

ວິທີການນໍາປໍ້ໄຂ່ໄປໃຊ້:

  1. ສ້າງຄວາມເຂັ້ມແຮງຂອງອະໄວຍະວະໃນຮ່າງກາຍ ແລະທໍາຄວາມສະອາດເລືອດ.

ລ້າງປໍ້ໄຂ່ 5 ໜ່ວຍ ບົດໃຫ້ລະອຽດແລ້ວເອົາໃສ່ໃນນໍ້າ 3 ລິດ ນໍາເອົາໄປໃສ່ໄວ້ໃນຕູ້ເຢັນ 7 ມື້ ກ່ອນທີ່ຈະເອົາມາດື່ມເປັນນໍ້າ ດື່ມມື້ລະ 2-3 ຈອກ ແລະສາມາດບີບນໍ້າໝາກນາວເພື່ອເພີ່ມລົດຊາດໄດ້.

2.​ ຕ່ອມໄທລອຍ: ເອົາປໍ້ໄຂ່ 8 ໜ່ວຍລ້າງໃຫ້ສະອາດ ບົດໃຫ້ລະອຽດ ບີບນໍ້າໝາກນາວ 2 ໜ່ວຍລົງໃສ່ປໍ້ໄຂ່ບົດ ແລ້ວປະໄວ້ໃນຕູ້ເຢັນເປັນເວລາຫຼາຍມື້ ເມື່ອປໍ້ໄຂ່ນຸ່ນຂຶ້ນ ໃຫ້ເອົາແຕ່ນໍ້າ ເອົາມາປະສົມກັບເຄື່ອງດື່ມ (Rakia) 1 ລິດ ແລະນໍ້າເຜີ້ງ 1 ກິໂລກະລາມ ປະສ່ວນນີ້ໄວ້ໃຫ້ໄດ້ 7 ມື້ ກ່ອນນໍາມາບໍລິໂພກຄັ້ງລະ 1 ບ່ວງ  ມື້ລະ 2-4 ບ່ວງຕໍ່ມື້ຫຼັງອາຫານ.

  1. ພະຍາດກະເພາະ: ແຜໃນກະເພາະອາຫານ ບົດປໍ້ໄຂ່ ໃຊ້ປາຍມີດຕັກຂຶ້ນມາດ້ວຍປໍ້ໄຂ່ປະລິມາເທົ່າທີ່ພຽງພໍປິ່ນປົວພະຍາດນີ້ໄດ້ ປະສົມປໍ້ໄຂ່ບົດເຂົ້າກັບນໍ້າໝາກນາວ 2 ບ່ວງ ເມື່ອປໍ້ໄຂ່ນຸ່ນ ໃຫ້ໃສ່ນົມຮ້ອນເພີ່ມເຂົ້າໄປອີກ 1 ເດຊີລິດ ແລະດື່ມສ່ວນປະສົມນີ້ມື້ລະ 2 ຄັ້ງ ຕອນເຊົ້າຊ່ວງທ້ອງຫວ່າງ ແລະຕອນແລງກ່ອນເຂົ້ານອນ.

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...