Homeຂ່າວພາຍ​ໃນຄຳມ່ວນ ຫາລືກຽມ ສ້າງຕັ້ງສະມາຄົມໂຮງສີເຂົ້າ ເພື່ອຮອງຮັບ ເອອີຊີ

ຄຳມ່ວນ ຫາລືກຽມ ສ້າງຕັ້ງສະມາຄົມໂຮງສີເຂົ້າ ເພື່ອຮອງຮັບ ເອອີຊີ

Published on

142

ຂປລ. ຜູ້​ປະກອບ​ການ​ ໂຮງສີ​ເຂົ້າ 5 ຕົວເມືອງ ​ແຂວງ​ຄຳ​ມ່ວນ ຄື: ເມືອງໜອງບົກ, ທ່າແຂກ, ເຊບັ້ງໄຟ,  ມະຫາໄຊ ແລະ ໄຊບົວທອງ​ ໄດ້​ປຶກສາ​ຫາລື ຮ່ວມ​ກັບ​ ພະ​ແນ​ກ ອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ ​ເພື່ອ​ສ້າງ​ຕັ້ງ ສະມາຄົມໂຮງສີເຂົ້າ ​ເມື່ອ​ບໍ່​ດົນ​ມາ​ນີ້, ​ແນ​ໃສ່ ​ສ້າງ​ຄວາມ ​​ເອື້ອອຳນວຍ ການ​ສົ່ງ​ອອກ ປະ​ເພດ​ສິນຄ້າ​ເຂົ້າ​ ພາຍຫລັງ ສປປ ລາວ ​ເຂົ້າ​ເປັນ ປະຊາຄົມເ ສດຖະກິດ ອາຊຽນ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ຮັບຟັງ ການລາຍງານ ສະພາບການ ກະກຽມດຳເນີນ ການສ້າງຕັ້ງ ສະມາຄົມ ໂຮງສີເຂົ້າ ໄລຍະຜ່ານມາ, ປັດຈຸບັນ ທົ່ວແຂວງຄຳມ່ວນ ມີສະມາຊິກ ໂຮງສີເຂົ້າ ທັງໝົດ 44 ທ່ານ, ​ມີຄະນະຂົນ ຂວາຍ 7 ທ່ານ.

ຈາກນັ້ນ ກອງປະຊຸມ ກໍໄດ້ພ້ອມກັນ ປຶກສາຫາລື ກ່ຽວກັບ ການກຳນົດ ປະເພດສະຫະກອນ, ຊື່ຈຳນວນ ສະມາຊິກ, ແຜນການ ສ້າງຕັ້ງ, ທຶນຈົດທະບຽນ, ຈຳນວນຮຸ້ນ, ຮ່າງລະບຽບ ຂອງສະຫະກອນ, ການກຳນົດຮຸ້ນ ໃນເບື້ອງຕົ້ນ, ກຳນົດ ການຖອນຮຸ້ນ ທັງນີ້້ ກໍເພື່ອກຽມ ຄວາມພ້ອມ ​ແລະ ຄວາມເຂົ້າໃຈ ​ໃນ​ການຊຸກຍູ້ ສົ່ງເສີມ ສະຫະກອນ, ຮັບປະກັນ ໃຫ້ຜູ້ຜະລິດ, ມີແຜນການ ແຜນງານ ການເຄື່ອນໄຫວ ທີ່ຖືກຕ້ອງ ແລະ ສອດຄ່ອງ.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...