ຄະນະຜູ້ແທນລາວ ສືບຕໍ່ຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ທີ່ປະເທດຟີລິບປິນ

ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ, ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ທັງ​ເປັນ​ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອາ​ຊຽນ ຂອງ ສ​ປ​ປ ລາວ ໄດ້​ສືບຕໍ່ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອາ​ຊຽນ​ບວກ​ສາມ (ສປ.ຈີ​ນ, ຍີ່​ປຸ່ນ, ສ. ເກົາຫລີ) ແລະ ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ອີ​ເອ​ເອ​ສ (ອົດ​ສ​ຕ​ຣາ​ລີ, ສ​ປ. ຈີນຍີ່​ປຸ່ນອິນ​ເດຍນິວ​ຊີ​ແລນສ.ເກົາຫລີ, ລັດ​ເຊຍ ແລະ ສະ​ຫະ​ລັດ ອາ​ເມ​ຣິ​ກາ), ກອງປະຊຸມຄະນະກໍາມາທິການເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ກອງປະຊຸມພົບປະລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ຄະນະກໍາມະການລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ (AICHR-ໄອຈາ), ທີ່ຈັດ​ຂຶ້ນຢູ່​ມ​ະ​ນິ​ລາ, ​ປະ​ເທດ ຟີ​ລິບ​ປິນ, ໃນວັນທີ 4 ສິງຫາ 2017.

ໃນ​ນັ້ນ, ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສອາ​ຊຽນບວກ​ສາມ ໄດ້​ປຶກ​ສາ​ຫາ​ລື ແລະ ກະກຽມດ້ານເນື້ອໃນ, ພິ​ທີ​ການ ແລະ ອື່ນໆ ໃຫ້ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອາ​ຊຽນ​ບວກ​ສາມ ​ເຊິ່ງຈະ​ຈັດ​ຂຶ້ນ ​ໃນ​ວັນ​ທີ 7 ສິງ​ຫາ 2017 ທີ່ ມະ​ນິ​ລາ ໂດຍ​ສະ​ເພາະ​ແມ່ນ ​ບັນ​ດາ​ເອ​ກະ​ສານ​ທີ່​ຈະ​ນຳ​ສະ​ເໜີ​ ໃຫ້​ລັດ​ຖະ​ມົນ​ຕີຕ່າງປະເທດອາຊຽນບວກສາມ ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ ເປັນ​ຕົ້​ນ​ແມ່ນ ແຜນ​ວຽກ​​ການ​ຮ່​ວມ​ມືອາ​ຊຽນບວກ​ສາມ ໄລ​ຍະປີ 2018-2022 ​ເຊິ່ງ​ຈ​ະ​ເປັນ​ພື້ນ​ຖານ​ໃຫ້​ແກ່ ​ການ​ເສີມ​ຂະ​ຫຍາຍ​ການຮ່ວມ​ມື​ ອາ​ຊຽນ​ບວກ​ສາມ​ ໃນ​ໄລ​ຍ​ະ 5 ປີ​ຕໍ່​ໜ້າ. ສ່ວນກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ ອີ​ເອ​ເອ​ສ ​​​ກໍໄດ້​ກະ​ກຽມ​ດ້ານ​ຕ່າງໆ​ ໃຫ້​ແກ່​ການ​ຈັດ​ກອງ​ປະ​ຊຸມ​​​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ຂອງກອງ​ປະ​ຊຸມສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ (ອີ​ເອ​ເອ​ສ), ​ໂດຍ​ສະ​ເພາະແມ່ນ​ດ້ານ​ເນື້ອ​ໃນ ກໍ​ຄືຂໍ້​ລິ່​ເລີ່ມ​​ຕ່າງໆທີ່​ສະ​ເໜີ​ໂດຍ​ບັນ​ດາ​ປະ​ເທດ ອີ​ເອ​ເອ​ສ ​ເຊິ່ງ​ມີ​ຈຸດ​ປະ​ສົງ ເພື່ອ​ນຳ​ສະ​ເໜີ​ຕໍ່​ຜູ້​ນຳ ອີເອເອສ ​ພິ​ຈາ​ລະ​ນາ​ຮັບ​ຮອງເອົາ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ ຄັ້ງ​ທີ 12 ໃນ​ເດືອນ​ພະ​ຈິກ 2017.

ກອງປະຊຸມ ຄະນະກໍາມາທິການ ເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສ່ຽງໃຕ້ ໄດ້ທົບທວນຄືນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ແຜນປະຕິບັດງານ ຂອງສົນທິສັນຍາ ວ່າດ້ວຍເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້ 2013-2017 ​ເຊິ່ງເຫັນວ່າມີຄວາມຄືບໜ້າ, ພ້ອມທັງໄດ້ເຫັນດີຕໍ່ວາລະຂອງແຜນປະຕິບັດງານດັ່ງກ່າວ ຈົນຮອດປີ 2022. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລືືື ກ່ຽວກັບອະນຸສັນຍາຂອງສົນທິສັນຍາວ່າດ້ວຍ ເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສ່ຽງໃຕ້, ໂດຍສະເພາະ ແມ່ນການລົງນາມ ແລະ ການໃຫ້ສັດຕະຍາບັນ ແກ່ອະນຸສັນຍາຂອງສົນທິສັນຍາ ວ່າດ້ວຍເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້ ໂດຍບັນດາປະເທດທີ່ມີນິວເຄລຍຄອບຄອງ ແນໃສ່ສ້າງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃຫ້ເປັນເຂດປອດອາວຸດນິວເຄລຍ ແລະ ອາວຸດທໍາລາຍລ້າງ ອື່ນໆ.

ສໍາລັບກອງປະຊຸມພົບປະ ລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ແລະ ຄະນະກໍາມະການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ​ແມ່ນໄດ້ຮັບຟັງການລາຍງານ ຜົນການຈັດຕັ້ງປະຕິບັດກິດຈະກໍາບູລິມະສິດຂອງ ໄອຈາ ໃນໄລຍະແຕ່ເດືອນກໍລະກົດ 2016 ມິຖຸນາ 2017 ແລະຮັບຮອງເອົາແຜນກິດຈະກໍາບູລິມະສິດ ສໍາລັບປີ 2018 ພ້ອມດ້ວຍງົບປະມານ ເພື່ອຈັດຕັ້ງປະຕິບັດ ບັນດາກິດຈະກໍາບູລິມະສິດດັ່ງກ່າວ.

 

ແຫລ່ງຂ່າວ: ຂປລ