Homeມຸມຂ່າວ AECຄະນະຜູ້ແທນລາວ ສືບຕໍ່ຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ທີ່ປະເທດຟີລິບປິນ

ຄະນະຜູ້ແທນລາວ ສືບຕໍ່ຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ທີ່ປະເທດຟີລິບປິນ

Published on

ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ, ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ທັງ​ເປັນ​ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອາ​ຊຽນ ຂອງ ສ​ປ​ປ ລາວ ໄດ້​ສືບຕໍ່ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອາ​ຊຽນ​ບວກ​ສາມ (ສປ.ຈີ​ນ, ຍີ່​ປຸ່ນ, ສ. ເກົາຫລີ) ແລະ ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ອີ​ເອ​ເອ​ສ (ອົດ​ສ​ຕ​ຣາ​ລີ, ສ​ປ. ຈີນ, ຍີ່​ປຸ່ນ, ອິນ​ເດຍ, ນິວ​ຊີ​ແລນ, ສ.ເກົາຫລີ, ລັດ​ເຊຍ ແລະ ສະ​ຫະ​ລັດ ອາ​ເມ​ຣິ​ກາ), ກອງປະຊຸມຄະນະກໍາມາທິການເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ກອງປະຊຸມພົບປະລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ຄະນະກໍາມະການລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ (AICHR-ໄອຈາ), ທີ່ຈັດ​ຂຶ້ນຢູ່​ມ​ະ​ນິ​ລາ, ​ປະ​ເທດ ຟີ​ລິບ​ປິນ, ໃນວັນທີ 4 ສິງຫາ 2017.

ໃນ​ນັ້ນ, ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສອາ​ຊຽນບວກ​ສາມ ໄດ້​ປຶກ​ສາ​ຫາ​ລື ແລະ ກະກຽມດ້ານເນື້ອໃນ, ພິ​ທີ​ການ ແລະ ອື່ນໆ ໃຫ້ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອາ​ຊຽນ​ບວກ​ສາມ ​ເຊິ່ງຈະ​ຈັດ​ຂຶ້ນ ​ໃນ​ວັນ​ທີ 7 ສິງ​ຫາ 2017 ທີ່ ມະ​ນິ​ລາ ໂດຍ​ສະ​ເພາະ​ແມ່ນ ​ບັນ​ດາ​ເອ​ກະ​ສານ​ທີ່​ຈະ​ນຳ​ສະ​ເໜີ​ ໃຫ້​ລັດ​ຖະ​ມົນ​ຕີຕ່າງປະເທດອາຊຽນບວກສາມ ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ ເປັນ​ຕົ້​ນ​ແມ່ນ ແຜນ​ວຽກ​​ການ​ຮ່​ວມ​ມືອາ​ຊຽນບວກ​ສາມ ໄລ​ຍະປີ 2018-2022 ​ເຊິ່ງ​ຈ​ະ​ເປັນ​ພື້ນ​ຖານ​ໃຫ້​ແກ່ ​ການ​ເສີມ​ຂະ​ຫຍາຍ​ການຮ່ວມ​ມື​ ອາ​ຊຽນ​ບວກ​ສາມ​ ໃນ​ໄລ​ຍ​ະ 5 ປີ​ຕໍ່​ໜ້າ. ສ່ວນກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ ອີ​ເອ​ເອ​ສ ​​​ກໍໄດ້​ກະ​ກຽມ​ດ້ານ​ຕ່າງໆ​ ໃຫ້​ແກ່​ການ​ຈັດ​ກອງ​ປະ​ຊຸມ​​​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ຂອງກອງ​ປະ​ຊຸມສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ (ອີ​ເອ​ເອ​ສ), ​ໂດຍ​ສະ​ເພາະແມ່ນ​ດ້ານ​ເນື້ອ​ໃນ ກໍ​ຄືຂໍ້​ລິ່​ເລີ່ມ​​ຕ່າງໆທີ່​ສະ​ເໜີ​ໂດຍ​ບັນ​ດາ​ປະ​ເທດ ອີ​ເອ​ເອ​ສ ​ເຊິ່ງ​ມີ​ຈຸດ​ປະ​ສົງ ເພື່ອ​ນຳ​ສະ​ເໜີ​ຕໍ່​ຜູ້​ນຳ ອີເອເອສ ​ພິ​ຈາ​ລະ​ນາ​ຮັບ​ຮອງເອົາ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ ຄັ້ງ​ທີ 12 ໃນ​ເດືອນ​ພະ​ຈິກ 2017.

ກອງປະຊຸມ ຄະນະກໍາມາທິການ ເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສ່ຽງໃຕ້ ໄດ້ທົບທວນຄືນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ແຜນປະຕິບັດງານ ຂອງສົນທິສັນຍາ ວ່າດ້ວຍເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້ 2013-2017 ​ເຊິ່ງເຫັນວ່າມີຄວາມຄືບໜ້າ, ພ້ອມທັງໄດ້ເຫັນດີຕໍ່ວາລະຂອງແຜນປະຕິບັດງານດັ່ງກ່າວ ຈົນຮອດປີ 2022. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລືືື ກ່ຽວກັບອະນຸສັນຍາຂອງສົນທິສັນຍາວ່າດ້ວຍ ເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສ່ຽງໃຕ້, ໂດຍສະເພາະ ແມ່ນການລົງນາມ ແລະ ການໃຫ້ສັດຕະຍາບັນ ແກ່ອະນຸສັນຍາຂອງສົນທິສັນຍາ ວ່າດ້ວຍເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້ ໂດຍບັນດາປະເທດທີ່ມີນິວເຄລຍຄອບຄອງ ແນໃສ່ສ້າງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃຫ້ເປັນເຂດປອດອາວຸດນິວເຄລຍ ແລະ ອາວຸດທໍາລາຍລ້າງ ອື່ນໆ.

ສໍາລັບກອງປະຊຸມພົບປະ ລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ແລະ ຄະນະກໍາມະການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ​ແມ່ນໄດ້ຮັບຟັງການລາຍງານ ຜົນການຈັດຕັ້ງປະຕິບັດກິດຈະກໍາບູລິມະສິດຂອງ ໄອຈາ ໃນໄລຍະແຕ່ເດືອນກໍລະກົດ 2016 ມິຖຸນາ 2017 ແລະຮັບຮອງເອົາແຜນກິດຈະກໍາບູລິມະສິດ ສໍາລັບປີ 2018 ພ້ອມດ້ວຍງົບປະມານ ເພື່ອຈັດຕັ້ງປະຕິບັດ ບັນດາກິດຈະກໍາບູລິມະສິດດັ່ງກ່າວ.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...