spot_img
Homeຂ່າວຕ່າງປະເທດຄວາມເສຍຫາຍຈາກພາຍຸໄຊໂຄລນໂມຄາ ໃນມຽນມາ ແລະ ບັງກະລາເທດ

ຄວາມເສຍຫາຍຈາກພາຍຸໄຊໂຄລນໂມຄາ ໃນມຽນມາ ແລະ ບັງກະລາເທດ

Published on

ພາຍຸໄຊໂຄລນໂມຄາ ພາຍຸເຂດຮ້ອນຂະໜາດໃຫຍ່ທີ່ກໍ່ໂຕຂຶ້ນໃນມະຫາສະມຸດອິນເດຍ ຕອນເໜືອສົ່ງຜົນກະທົບໃຫ້ກັບປະເທດມຽນມາ ແລະ ບັງກາລາເທດ.

ກົມອຸຕຸນິຍົມວິທະຍາອິຍເດຍ (IMD) ລາຍງານວ່າພວກເຂົາພົບພາຍຸນີ້ເມື່ອວັນທີ 8 ພຶດສະພາ ຫຼັງຈາກທີ່ກາຍເປັນພາຍຸດີເປນຊັນ ໂດຍເຄື່ອຕົວໄປທາງເໜືອ-ຕາເວັນຕົກສ່ຽງເໜືອຢ່າງຊ້າໆ ເທິງ​ອ່າວເບງກໍ (Bengal) ​ຈົນ​ກາຍ​ເປັນ​ພາຍຸ​ໄຊ​ໂຄນ​ທີ່​ມີ​ຄວາມ​ແຮງ​ສູງ ຄວາມໄວລົມສູງສຸດ 280 ກິໂລແມັດຕໍ່ຊົ່ວໂມງ, ທຽບເທົ່າກັບ ພາຍຸ ໄຊໂຄລນເຟນີ ເຊິ່ງເປັນພະຍຸທີ່ແຮງທີ່ສຸດໃນບັນທຶກໃນມະຫາສະໝຸດອິນເດຍເໜືອ.

ສ່ວນມຽນມາ​ປະ​ເຊີນ​ໜ້າ​ກັບ​ພາຍຸ​ດ້ວຍ​ຄວາມ​ໄວ​ເຂົ້າ​ຝັ່ງ​ສູງ​ສຸດ 195 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ. ທຽບເທົ່າກັບພະຍຸເຮີຣິເຄນລະດັບ 5, ໄດ້ສ້າງຄວາມເສຍຫາຍເປັນວົງກວ້າງໃຫ້ແກ່ເຮືອນຊານ ແລະ ຕົ້ນໄມ້, ລວມທັງເຮືອນຂອງຊາວອົບພະຍົບ ໂລຮິນຍາ Rohingya ທັງຢູ່ໃນມຽນມາ ແລະ ບັງກະລາເທດ, ຄາດວ່າຄົນເສຍຊີວິດປະມານ 400 ຄົນ ແລະ ອີກຫຼາຍຄົນຍັງຫາຍສາບສູນ.

ບັງ​ກະລາເທດ ກ່າວ​ວ່າ: ພາຍຸລູກດັ່ງກ່າວ ເປັນພະຍຸທີ່ແຮງທີ່ສຸດ ທີ່ບັງກະລາເທດ ພົບເຫັນໃນຮອບເກືອບ 20 ປີ ໄດ້ສ້າງຄວາມເສຍຫາຍເປັນວົງກວ້າງ ລວມທັງນ້ຳຖ້ວມ ແລະ ດິນເຈື່ອນ ເຈົ້າ​ໜ້າ​ທີ່​ບັງ​ກະລາເທດ ​ໄດ້ສະຫຼຸບ​ຍອດ​ຜູ້​ເສຍ​ຊີວິດ​ປະມານ 200 ຄົນ ​ແລະ​ ຫຼາຍ​ຮ້ອຍ​ຄົນ​ຫາຍ​ສາບ​ສູນ.

ອ້າງອີງ: ທີເອັນເອັນ ອອນລາຍ

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...