spot_img
Homeຊີວິດແລະຄວາມຮັກຄວາມຈິງ 10 ຂໍ້ ທີ່ທ່ານຄວນຮູ້ເມື່ອເວລາຈີບສາວໃນຕອນໄປທ່ຽວກາງຄືນ

ຄວາມຈິງ 10 ຂໍ້ ທີ່ທ່ານຄວນຮູ້ເມື່ອເວລາຈີບສາວໃນຕອນໄປທ່ຽວກາງຄືນ

Published on

ໃນຄໍລຳ ຊີວິດ ກັບຄວາມຮັກ ມື້ນີ້ເຮົາຈະມາເວົ້າກ່ຽວກັບທ່ຽວຕອນກາງຄືນ ເພາະສ່ວນຫຼາຍມັກມີຄົນເວົ້າວ່າໄປທ່ຽວຕອນກາງຄືນນອກຈາກຈະມ່ວນແລ້ວ ຍັງມີເປີເຊັນໄດ້ກິກ ຫຼື ແຟນງ່າຍກວ່າປົກກະຕິ ສະນັ້ນ ກຸ່ມຄົນເຫງົາ ຫຼື ກຸ່ມປະເພດ play boy ຈິ່ງມັກຈະອອກໄປທ່ຽວຕອນກາງຄືນ ເພາະຕ້ອງຈາກຈະຊ່ວຍແກ້ເຊັງໄດ້ແລ້ວ ກໍ່ຍັງໄດ້ພົບສິ່ງໃໝ່ໆ ທີ່ຕື່ນຕາຕື່ນໃຈຫຼາຍກວ່ານອນພັກຢູ່ເຮືອນຄືໄດ້ເຫັນບັນດາສາວໆນັ້ນເອງ ຄົນສ່ວນຫຼາຍມັກຈະພົບກັບຮັກແທ້ໃນຄືນຫຼອກລວງ ແຕ່ກໍ່ມີບາງຄົນກຸ່ມໜ້ອຍທີ່ໄດ້ພົບຮັກແທ້ໃນຄືນນັ້ນ ແລ້ວແຕ່ບຸບເພອາລະວາດໃຜມັນ ເພາະມັນມີຄວາມຈິງ 10 ຂໍ້ ທີ່ທ່ານຄວນຮູ້ເມື່ອເວລາຈີບສາວໃນຕອນໄປທ່ຽວການຄືນຄື:

1. ຄືນນັ້ນ ຖ້ານາງຍອມລົມນຳ ກໍ່ບໍ່ໄດ້ໝາຍວ່ານາງສົນໃຈທ່ານ

2. ນາງລົມກັບທ່ານເປັນຊົ່ວໂມງ ອາດເປັນເພາະນາງກຳລັງເຫງົາເລີຍຕ້ອງການຄົນລົມ

3. ນາງແຈກເບີໃຫ້ ກໍ່ບໍ່ໄດ້ໝາຍຄວາມວ່ານາງຢາກຮັບໂທລະສັບທ່ານຄົນດຽວ

4. ນາງຍອມໄປກັບທ່ານຫຼັງຜັບເລີກ ກໍ່ບໍ່ໄດ້ໝາຍວ່ານາງຢາກຢູ່ກັບທ່ານ

5. ນາງຍອມໃຫ້ທ່ານໄປສົ່ງຮອດຫ້ອງ ກໍ່ບໍ່ໄດ້ໝາຍຄວາມວ່ານາງຢາກໃຫ້ທ່ານໄປຫາ

 6. ນາງຂໍໄປນອນກັບທ່ານຢູ່ຫ້ອງ ກໍ່ບໍ່ໄດ້ໝາຍຄວາມວ່ານາງຢາກໄດ້ທ່ານເປັນແຟນ

7. ຖ້ານາງຖາມເລື່ອງມີ xxx ກັນບໍ່? ຕ້ອງຟ້າວຕັດສິນໃຈທັນທີ ເພາະໂອກາດໜ້າອາດບໍ່ມີອີກແລ້ວ

8. ນາງບອກໄວ້ວ່າໂອກາດໜ້າພົບກັນອີກ ກໍ່ບໍ່ຮູ້ວ່ານາງຈະວ່າງມື້ໃດ

9. ເຖິງນາງຈະຊວນທ່ານລົມເລື່ອງນັ້ນເລື່ອງນີ້ ກໍ່ບໍ່ໄດ້ໝາຍຄວາມວ່ານາງຢາກຮູ້ຈັກທ່ານໄປຫຼາຍກວ່ານີ້

10. ຖ້າໃນຄືນນັ້ນນາງບອກວ່າ “ເຮົາເປັນແຟນກັນ” …ເຊົ້າມື້ໃໝ່ກໍ່ບໍ່ໄດ້ໝາຍຄວາມວ່າມັນຈະເປັນຄືເກົ່າ
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...