spot_img
Homeຂ່າວທ້ອງຖິ່ນຂໍລອງຂັບແຕ່ເມື່ອໄດ້ກະແຈແລ້ວຂັບລົດໜີເລີຍ!

ຂໍລອງຂັບແຕ່ເມື່ອໄດ້ກະແຈແລ້ວຂັບລົດໜີເລີຍ!

Published on

ເຕືອນ! ຕິດຕໍ່ຊື້ລົດມືສອງທົດລອງຂັບ ແຕ່ຜູ້ຖືກຫາຂັບຂີ່ລົດໜີ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ຈາລະຈອນ ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນວ ລາຍງານ ເມື່ອເວລາ 14:00 ໂມງ ວັນທີ 24 ພະຈິກ 2021, ໄດ້ຮັບແຈ້ງທາງໂທລະສັບຈາກ ເຈົ້າຂອງຮ້ານຂາຍລົດບຸນມາ ຕັ້ງຢູ່ບ້ານດົງນາທອງ ວ່າ: ເວລາ 13:50 ໂມງ, ມີແມ່ຍິງຄົນໜຶ່ງ ມາອ້າງວ່າຈະຂໍຊື້ລົດເກງຍີ້ຫໍ້ໂຕໂຍຕ້າແຄມມີລີ ສີດຳ ປ້າຍທະບຽນ ຄຮ 7773 ກຳແພງນະຄອນ ແຕ່ໄດ້ຂໍທົດລອງຂັບ ພາຍຫຼັງໄດ້ກະແຈແລ້ວໄດ້ຂັບຂີ່ລົດໜີໄປ.

ຫຼັງຈາກໄດ້ຮັບແຈ້ງຄວາມ ພະແນກຕຳຫຼວດ ປກສ ເມືອງສີໂຄດຕະບອງ ນວ, ຈິ່ງໄດ້ລົງຕິດຕາມຈຶ່ງຮູ້ໄດ້ວ່າ: ຜູ້ກໍ່ເຫດເປັນແມ່ຍິງມາຄົນດຽວ ໂດຍອ້າງວ່າຈະມາຊື້ລົດ ພະນັກງານທີ່ປະຈຳຢູ່ຮ້ານ ແລະ ພໍ່ຂອງເຈົ້າຂອງຮ້ານ ຈຶ່ງໄດ້ຫຼົງເຊື່ອ ຈຶ່ງໄດ້ເອົາກະແຈລົດໃຫ້ທົດລອງຂັບ ແຕ່ແມ່ຍິງຄົນນັ້ນພັດຂັບຂີ່ໜີອອກໄປເລີຍ, ພາຍຫຼັງຮູ້ຕົວເປົ້າໝາຍຜູ້ກໍ່ເຫດແລ້ວ ຮອດເວລາ 19:00ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງສີໂຄດຕະບອງ ຈຶ່ງເຂົ້າຈັບຕົວຜູ້ກໍ່ເຫດໄດ້, ຊາບຊື່ພາຍຫຼັງ ນາງ ຈັນແສງ ອາຍຸ 31 ປີ ບ້ານ ນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ພ້ອມຂອງກາງລົດເກງ ຍິ້ຫໍ້ໂຕໂຍຕ້າ ແຄມມິລີ ສີດຳ ປ້າຍທະບຽນ ຄຮ 7773 ກຳແພງນະຄອນ ຄັນດັ່ງກ່າວ.

ປັດຈຸບັນໄດ້ນຳຕົວຜູ້ກ່ຽວມາກັກກັນ ເພື່ອກວດກາຫາເຊື້ອພະຍາດໂຄວິດ-19 ຢູ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ, ຫຼັງຈາກຄົບກຳນົດເວລາທີ່ຄະນະສະເພາະກິດກຳນົດໄວ້ແລ້ວ ຈິ່ງຈະໄດ້ດຳເນີນຄະດີຕໍ່ຜູ້ກ່ຽວຕາມລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...