spot_img
Homeຂ່າວພາຍ​ໃນຂ່າວດ່ວນ! ນັກວິທະຍາສາດພົບພູມຄຸ້ມກັນທີ່ສາມາດຕ້ານເຊື້ອໄວຣັດໂຄວິດ-19 ໄດ້ແລ້ວ!

ຂ່າວດ່ວນ! ນັກວິທະຍາສາດພົບພູມຄຸ້ມກັນທີ່ສາມາດຕ້ານເຊື້ອໄວຣັດໂຄວິດ-19 ໄດ້ແລ້ວ!

Published on

ສຳນັກຂ່າວ ເດລີ້ເມວ ຍູເຄ ລາຍງານວ່າ ນັກວິທະຍາສາດພົບພູມຄຸ້ມກັນທີ່ສາມາດຕ້ານການຕິດເຊື້ອ SARS-CoV-2 ເຊື້ອໂຄໂຣນາໄວຣັດທີ່ຢູ່ເບື້ອງຫຼັງວິກິດການໃນໂລກເຮົາຕອນນີ້.

ພູມຄຸ້ມກັນນີ້ມີຊື່ວ່າ 47D11 ໂດຍມີເປົ້າໝາຍໃນການຂ້າເຊື້ອໄວຣັດ ບໍລິເວນ ສະໄປ້ໂປຣຕີນ (Spike Protein) ທີ່ໄປຈັບກັບເຊວ ພາໃຫ້ເກີດການແຜ່ເຊື້ອໄວຣັດໃນຮ່າງກາຍ. ຜົນການທົດລອງກັບໜູພົບວ່າ 47D11 ຈະໄປລວມກັບ ສະໂປ້ໂປຣຕີນໃນຮ່າງກາຍ ແລະ ປ້ອງກັນບໍ່ໃຫ້ມັນໄປຈັບເຊື້ອໄວຣັດເຂົ້າສູ່ເຊວຮ່າງກາຍໄດ້.

ເມື່ອມີລາຍງານເພີ່ມເຕີ່ມຈາກອົງການອະນາໄມໂລກວ່າການຄົ້ນພົບດັ່ງກ່າວສາມາດໃຊ້ໄດ້ແທ້ ກັບປະຊາກອນທົ່ວໂລກໃນການຕ້ານເຊື້ອໄວຣັດໂຄວິດ-19, ທາງທີມງານລາວໂພສຈະແຈ້ງຂ່າວໃຫ້ທາງຮູ້ເພີ່ມເຕີມ.

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...