Homeຂ່າວພາຍ​ໃນຂັບລົດແນວໃດ? ໃຫ້ປະຢັດນໍ້າມັນ

ຂັບລົດແນວໃດ? ໃຫ້ປະຢັດນໍ້າມັນ

Published on

10 ວິທີ ຂັບລົດໃຫ້ປະຢັດນໍ້າມັນ ມີດັ່ງນີ້:

  1. ໝັ່ນກວດລົມຢາງລົດສະເໝີ: ການປ່ອຍໃຫ້ຢາງລົດອ່ອນຈະເຮັດໃຫ້ເກີດການສຽດສີຫຼາຍຂື້ນ ເຄື່ອງຈັກຈະເຮັດວຽກໜັກ ດັ່ງນັ້ນຈຶ່ງເຮັດໃຫ້ເປືອງນໍ້າມັນກວ່າປົກກະຕິ ສະນັ້ນຄວນກວດລົມລົດຕະຫຼອດ ໂດຍສະເພາະຍາມເດີນທາງໄກ ແລະ ຄວນເຕີມລົມລົດຕາມມາດຕະຖານທີ່ກຳນົດທັງລໍ້ໜ້າ ແລະ ລໍ້ຫຼັງ.

2. ຂັບລົດດ້ວຍຄວາມໄວສະໝໍ່າສະເໝີ: ແຮ່ງຂັບໄວແຮ່ງເຮັດໃຫ້ລົດກິນນໍ້າມັນຫຼາຍຂື້ນ ເພາະປົກະຕິລົດສ່ວນໃຫຍ່ຈະປະຢັດນໍ້າມັນ ເມື່ອເຮົາຂີ່ດ້ວຍຄວາມໄວ 50-80 ກິໂລແມັດ/ຊົ່ວໂມງ ແຕ່ຖ້າຫາກຂີ່ກາຍນັ້ນຄວາມໄວກໍ່ຈະເຜົ່າຜານເຊື້ອໄຟເພີ່ມຂື້ນເລື່ອຍໆ.

3. ບໍ່ຄວນເປີດແອເຢັນເກີນໄປ: ຮູ້ບໍ່ວ່າການເຮັດວຽກຂອງເຄື່ອງປັບອາກາດໃນລົດ ມັນດຶງພະລັງງານນໍ້າມັນເຊື້ອໄຟເຖິງ 10 – 20 ສ່ວນຮ້ອຍ ດັ່ງນັ້ນເຮົາຄວນປັບອຸນຫະພູມແອໃຫ້ເໝາະສົມ.

4. ມອດແອກ່ອນຮອດຈຸດໝາຍ: ເມື່ອໃກ້ຈະຮອດຈຸດໝາຍ ປະມານ 100-200 ແມັດ ຄວນມອດແອໄວ້ເລີຍ ເພາະອຸນຫະພູມຍັງຄົງເຢັນຢູ່ ແລະ ເຮັດໃຫ້ປະຢັດນໍ້າມັນເຕີ່ມອີກ.

5. ຄ່ອຍໆອອກລົດເບົາໆ ແລະ ເລັ່ງລົດໃນຍາມຈຳເປັນ: ເມື່ອໃສ່ເກຍລົດແລ້ວ ຄວນຄ່ອຍໆອອກໂຕຢ່າງເບົາທີ່ສຸດ ເພາະການອອກໂຕລົດແຮງເກີນໄປ ເຮັດໃຫ້ເປືອງນໍ້າມັນ ແລະ ຍັງເຮັດໃຫ້ອາໄຫຼ່ຕ່າງໆ ເປແພງໄວກ່ອນກຳນົດ.

6. ເບກໃຫ້ໜ້ອຍທີ່ສຸດ ໃຊ້ການສະລໍແທນ: ການປະເມີນສະຖານະການລວງໜ້າເພື່ອສະລໍລົດ ແທນການເບກບາດດຽວ ເປັນອີກໜຶ່ງວິທີ ທີ່ຊ່ວຍໃນການປະຢັດນໍ້ມັນໄດ້ດີ.

7. ເມື່ອລົດຕິດໃຫ້ໃສ່ເກຍວ່າງ: ຖ້າຢູ່ໃນສະຖານະການລົດຕິດຢ່າງໜາແໜ້ນ ແນະນຳໃຫ້ໃສ່ເກຍວ່າງ ຫຼື ເກຍ N (ຖ້າເກຍໂອໂຕ) ແທນທີ່ຈະໃສ່ເກຍ D ແລ້ວຢຽບເບກປະມ້ຽນ ເພາະເປັນອີກວິທີນີ້ທີ່ຊ່ວຍໃນການປະຢັດນໍ້າມັນ ແລະ ເຮັດໃຫ້ບໍ່ເມື່ອຍຂາ.

8. ບໍ່ຈຳເປັນຕ້ອງຢຽບຄັນເລັ່ງທຸກເທື່ອ: ເມື່ອເຂົ້າເກຍໄປໜ້າ (D) ຫຼື ເກຍ 1 ແລ້ວຄ່ອຍໆປ່ອຍໃຫ້ລົດອອກໂຕໄປເອງໂດຍບໍ່ຕ້ອງຢຽດຄັນເລັ່ງ ວິທີນີ້ໃຊ້ຫຼາຍໃນຍາມລົດຕິດ ເພາະເປັນການປະຢັດນໍ້າມັນໄດ້ດີຄືກັນ.

9. ບໍ່ຄວນບັນທຸກນໍ້າໜັກຫຼາຍເກີນໄປ: ການບັນທຸກນໍ້າໜັກຫຼາຍເກີນຂອບເຂດກຳນົດ ກໍ່ສົ່ງຜົນໃຫ້ເຄື່ອງຈັກເຮັດວຽກໜັກເຊັ່ນກັນ ແລະ ແນ່ນອນວ່າການກິນນໍ້າມັນກໍ່ຫຼາຍຂື້ນ ດັ່ງນັ້ນສິ່ງທີ່ບໍ່ໄດ້ໃຊ້ກໍ່ຄວນເກັບອອກຈາກລົດ.

10. ບໍ່ຄວນເອົາເຄື່ອງໄວ້ເທິງຫຼັງຄາລົດ: ຫຼາຍຄົນມັກໄປທ່ຽວແລ້ວຕິດຕັ້ງຄານໄວ້ເທິງຫຼັງຄາລົດເພື່ອເອົາກະເປົາ ແລະ ເຄື່ອງໄວ້ ແຕ່ຮູ້ບໍ່ວ່າສິ່ງນີ້ເຮັດໃຫ້ສີ້ນເປືອງນໍ້າມັນຢ່າງຫຼວງຫຼາຍ ເພາະມີແຮງຕ້ານຫຼາຍຂື້ນ .

ເມື່ອຮູ້ວິທີການປະຢັດນໍ້າມັນລົດແບບນີ້ແລ້ວ ເຮົາຄວນທົດລອງໃຊ້ເບິ່ງວ່າ ລົດເຮົານັ້ນຈະປະຢັດນໍ້າມັນຂື້ນຫຼືບໍ່.

ຮຽບຮຽງຂ່າວ: ມົນລະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...