spot_img
Homeຂ່າວພາຍ​ໃນກຽມສະຫຼອງວັນວິສາຂະບູຊາໃຫຍ່ ປະຈຳປີ 2019

ກຽມສະຫຼອງວັນວິສາຂະບູຊາໃຫຍ່ ປະຈຳປີ 2019

Published on

ສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ກຽມຈັດງານສະເຫຼີມສະຫຼອງວັນວິສາຂະບູຊາໃຫຍ່ ປະຈໍາປີພຸດທະສັກກະລາດ 2562 ລະຫວ່າງວັນທີ 16-18 ພຶດສະພາ 2019 ທີ່ເດີ່ນພະທາດຫຼວງ.

 ພິທີຖະແຫຼງຂ່າວກຽມສະເຫຼີມສະຫຼອງວັນວິສາຂະບູຊາ ປະຈໍາປີ ຈັດຂື້ນເມື່ອວັນທີ 7 ພຶດສະພາ 2019 ໂດຍພຣະອາຈານໃຫຍ່ ດໍາຣົງ ພິມມະຈັກ ຄະນະບໍລິຫານງານປະຈໍາການສູນກາງ ອພສ ມີທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ຜູ້​ຊີ້​ນຳ​ວຽກ​ງານ​ສາ​ສະ​ໜາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ສຳລັບການສະເຫຼີມສະຫຼອງໃນປີນີ້ແມ່ນຈະ​ມີພຣະ ສົງ 500 ກວ່າອົງ ມີບັນດາການນຳ ພໍ່ແມ່ປະຊາຊົນ ລວມເຖິງການສະແດງສິລະປະວັນນະຄະດີລາວ ແລະ ວັນນະຄະດີຈາກປະເທດໄທ.

 ສຳລັບລາຍລະອຽດງານບຸນດັ່ງກ່າວປະກອບມີ ມື້ຂຶ້ນ 13 ຄ່ຳ ເດືອນ 6 ລາວ ກົງກັບວັນພະຫັດທີ 16 ພຶດສະພາ 2019 ເວລາ 8:00 ໂມງ ເປັນຕົ້ນໄປ ຮ່ວມໂມທະນາບຸນ ຮ່ວມບໍລິຈາກທານ ຈະຕຸປັດໄຈ ອາຫານ ນ້ຳດື່ມຕ່າງໆຕາມກຳລັງສັດທາຂອງຕົນທີ່ຜາມພີທີໜ້າຫໍທໍາມະສະພາເດີ່ນພະທາດຫຼວງ ເວລາ 17:00 ໂມງ ສູດປະລິຕະມຸງຄຸນ ຟັງທໍາມະເທດສະໜາ ເວລາ 19:00 ໂມງ ຊົມການສະແດງສິລະປະວັດທະນະທໍາລາວ ແລະ ວັດທະນະທຳອາຊຽນກ່ຽວກັບວັນວິສາຂະບູຊາ ພ້ອມນີ້ ກໍມີງານມະຫະກໍາຄອນເສີດການກຸສົນອີກດ້ວຍ.

ມື້ຂຶ້ນ 14 ຄ່ຳ ເດືອນ 6 ກົງກັບວັນສຸກທີ 17 ພຶດສະພາ 2019 ເວລາ 8:00 ໂມງເປັນຕົ້ນໄປ ຮ່ວມໂມທະນາບຸນ ຮ່ວມບໍລິຈາກທານຈະຕຸປັດໄຈ ອາຫານ ນ້ຳດື່ມ ຕາມກຳລັງສັດທາຂອງຕົນທີ່ຜາມພີທີໜ້າຫໍທໍາມະສະພາເດີ່ນພະທາດຫລວງ ເວລາ 12:30 ໂມງ ນິມົນພຣະສົງ-ສາມະເນນ ເຊີນການນຳພັກ-ລັດ ບັນດາທູດຈາກປະເທດຕ່າງໆ ນັກຮຽນ-ນັກສຶກສາ ແຂກຖືກເຊີນ ສື່ສານມວນຊົນ ແລະ ປະຊາຊົນທັງພາຍໃນ ແລະ ຕ່າງປະເທດເດີນທາງເຂົ້າສູ່ຫໍປະຊຸມແຫ່ງຊາດ ເວລາ 13:30 ໂມງ ຊົມການສະແດງສິລະປະວັດທະນະທໍາກ່ຽວກັບງານວັນວິສາຂະບູຊາ ເວລາ 14:00 ໂມງ ເປີດງານບຸນວັນວິສາຂະບູຊາຢ່າງເປັນທາງການ ເວລາ 14:30 ໂມງ ຟັງປາຖະກະຖາທໍາໃຫຍ່ໃນເລື່ອງ “ວັນວິສາຂະບູຊາກັບຄຸນຄ່າງທາງຈະລິຍະທໍາການດຳລົງຊີວິດ” ໂດຍພຣະອາຈານໃຫຍ່ ດຳຣົງ ພິມມະຈັກ ເວລາ 16:30 ໂມງ ສຳເລັດພິທີເປີດງານບຸນຢ່າງເປັນທາງການທີ່ຫໍປະຊຸມແຫ່ງຊາດ ເວລາ 18:30 ໂມງ ເຕົ້າໂຮມພຣະສົງ-ສາມະເນນ ນັກຮຽນ-ນັກສຶກສາ ປະຊາຊົນທົ່ວໄປທີ່ໜ້າຫໍທໍາມະສະພາເດີ່ນພະທາດຫ​ລວງ ເວລາ 19:00 ໂມງ ປະຕິບັດທໍານຸ່ງຂາວ-ຫົ່ມຂາວ ໄຫວ້ພຣະສູດມົນ ຈະເລີນພາວະນາ.

ມື້ວັນເພັງ 15 ຄໍ່າ ເດືອນ 6 ກົງກັບວັນເສົາທີ 18 ພຶດສະພາ 2019 ເວລາ 06:30 ໂມງ ເຕົ້າໂຮມພຣະສົງ-ສາມະເນນ ການນຳພັກ-ລັດ ບັນດາທູດຈາກປະເທດຕ່າງໆ ນັກຮຽນ-ນັກສຶກສາ ແຂກຖືກເຊີນ ແລະ ປະຊາຊົນທົ່ວໄປທັງພາຍໃນ ແລະ ຕ່າງປະເທດທີ່ໜ້າອະນຸສາວະລີ ພຣະເຈົ້າໄຊເຊດຖາທິຣາດ ເດີ່ນພະທາດຫຼວງ ພ້ອມຊົມການສະແດງສິລະປະວັດທະນະທໍາ ໝໍລຳດັງ ຈາກສອງຝັ່ງຂອງ ເວລາ 07:20 ໂມງ ພິທີໄຫວ້ພຣະສະມາທານສີນ ແລະ ຕັກບາດໃຫຍ່ ທານມະຫາທານແກ່ພຣະສົງ-ສາມະເນນ 500 ອົງ ເວລາ 14:00 ໂມງ ພິທີແຫ່ຕົ້ນມະຫາກາລະພຶກແກ້ວຈາກວັດໜອງບອນເຂົ້າມາສູ່ວັດພະທາດຫຼວງເພື່ອຖວາຍເປັນຕົ້ນມະຫາກາລະພຶກແກ້ວບູຊາໃນວັນວິສາຂະບູຊາ ເວລາ 14:40 ໂມງ ພິທີຖວາຍຕົ້ນມະຫາກາລະພຶກແກ້ວບູຊາ ເວລາ 17:40 ໂມງ ໄຫວ້ພຣະຮັບສີນ ແລະ ຟັງສູດປະລິຕະມຸງຄຸນ ຟັງທໍາມະເທດສະນາຈາກອົງພະປະມຸກສົງກ່ຽວກັບວັນວິສາຂະບູຊາ ເວລາ 19:20 ໂມງ ວຽນທຽນບູຊາພຣະຣັດຕະນະໄຕອ້ອມອົງພະທາດຫຼວງ ແລະ ເວລາ 21:00 3 ໂມງ ສູດສົມໂພດພຣະພຸດທະຮູບ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...