spot_img
Homeຂ່າວການພັດທະນາກຽມພົບກັບງານມະຫາກຳ ເຕັກໂນໂລຊີ ຄັ້ງຍິ່ງໃຫຍ່ ທີ່ນະຄອນຫລວງວຽງຈັນ

ກຽມພົບກັບງານມະຫາກຳ ເຕັກໂນໂລຊີ ຄັ້ງຍິ່ງໃຫຍ່ ທີ່ນະຄອນຫລວງວຽງຈັນ

Published on

ກະຊວງວິທະຍາສາດ ແລະເຕັກໂນໂລຊີ ຮ່ວມກັບຄູ່ຮ່ວມພັດທະນາ ກຽມຈັດງານວາງສະແດງ ຕະຫລາດນັດເຕັກໂນໂລຊີ ສປປ ລາວ 2016 ເຊິ່ງຈະຈັດຂຶ້ນໃນ ລະຫວ່າງ ວັນທີ 12-16 ຕຸລາ 2016 ນີ້ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ເຊິ່ງມີຫລາຍກວ່າ 100 ບໍລິສັດ ເຂົ້າຮ່ວມ.
ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ວິທະຍາສາດ ແລະເຕັກໂນໂລຊີ ໄດ້ກ່າວໃນງານຖະແຫລງຂ່າວ ໃນວັນທີ 2 ກັນຍາ 2016 ນີ້ ວ່າ: ການຈັດງານວາງສະແດງ-ຕະຫລາດນັດ ເຕັກໂນໂລຊີ ສປປ ລາວ ຫລື Lao TECHMART 2016 ເປັນເວທີແລກປ່ຽນການຮ່ວມມື ທາງດ້ານການຄົ້ນຄວ້າ ແລະເປັນເວທີການຮ່ວມມື ລົງທຶນທາງດ້ານວິທະຍາສາດ ແລະເຕັກໂນໂລຊີ ລະຫວ່າງ ພາກລັດ ແລະເອກະຊົນ ບັນດາພາກທຸກລະກິດ ທັງພາຍໃນ ແລະຕ່າງປະເທດ ແນໃສ່ເຮັດໃຫ້ວຽກງານວິທະຍາສາດ ແລະເຕັກໂນໂລຊີ ເປັນກຳລັງຂັບເຄື່ອນທີ່ເຂັ້ມແຂງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະການຫັນເປັນປະເທດອຸດສະຫະກຳ ແລະທັນສະໄໝເທື່ອລະກ້າວ ພາປະເທດຊາດຫລຸດພົ້ນຈາກຄວາມດ້ອຍພັດທະນາ. ນອກນັ້ນ, ຍັງແມ່ນໜຶ່ງໃນແຜນຈັດຕັ້ງປະຕິບັດ ເປົ້າໝາຍຍຸດທະສາດ ເພື່ອສົ່ງເສີມການຄົ້ນຄວ້າ, ການປະດິດສ້າງ ແລະການນຳໃຊ້ເຕັກໂນໂລຊີ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທີຜົນ ແລະສົ່ງເສີມການຖ່າຍທອດນຳໃຊ້ເຕັກໂນໂລຊີ ທີ່ກ້າວໜ້າ ແລະທັນສະໄໝ ຊຸກຍູ້ສົ່ງເສີມການຖ່າຍທອດນຳໃຊ້ ເຕັກໂນໂລຊີ ເຂົ້າໃນການຜະລິດ ແລະການບໍລິການໃຫ້ມີປະສິດທິພາບສູງ ເຮັດໃຫ້ສິນຄ້າຂອງລາວ ສາມາດແຂ່ງຂັນ ຢູ່ພາຍໃນ ແລະຕ່າງປະເທດ.
ນອກຈາກນັ້ນ, ພາຍໃນງານຈະມີການຈັດສຳມະນາການຮ່ວມມືດ້ານວິທະຍາສາດ, ການພົບປະຮ່ວມມືລົງ ທຶນທາງທຸລະກິດ ເຕັກໂນໂລຊີ, ການສາທິດ ແລະທົດລອງນຳໃຊ້ເຕັກໂນໂລຊີ, ໃຫ້ຄຳປຶກສາດ້ານວິທະຍາສາດ ແລະ ເຕັກໂນໂລຊີ ແລະຖາມຕອບ ຊິງລາງວັນ

ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...