ກົມໃຫຍ່ພະລາທິການ ອອກມາດຕະການຄວບຄຸມບໍ່ໃຫ້ເງິນຮົ່ວໄຫຼ

ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງ (ປກສ ນວ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຄໍາສັ່ງກົມໃຫຍ່ພະລາທິການ ວ່າດ້ວຍການຄຸ້ມຄອງ ແລະ ຈັດເກັບລາຍຮັບວິຊາການຜ່ານປະຕູດຽວ ຂອງກໍາລັງ ປກສ ເມື່ອບໍ່ດົນມານີ້ ຢູ່ສະໂມສອນ ກອງບັນຊາການ ປກສ ນວ ໂດຍການເປັນປະທານຂອງ ຫົວໜ້າຫ້ອງພະລາທິການ ປກສ ນວ ທ່ານ ພັທ ສົມພອນ ວົງຊາຕີ.

ໜັງສືພິມວຽງຈັນທາມ ລາຍງານວ່າ ຄໍາສັ່ງກົມໃຫຍ່ພະລາທິການ ກ່ຽວກັບວຽກງານດັ່ງກ່າວລະບຸໄວ້ວ່າ: ຫ້າມນໍາໃຊ້ບົງ, ບິນທົ່ວໄປ ເພື່ອເກັບຄ່າລາຍຮັບວິຊາການເດັດຂາດ, ໃບບິນເກັບເງິນຕ້ອງໃຫ້ພະລາທິການແຕ່ລະຂັ້ນ ໄປພົວພັນເອົາໃບບິນຮັບເງິນອາກອນ ນໍາກົມໃຫຍ່ພະລາທິການ (ກົມການເງິນ), ຫ້າມອອກນິຕິກໍາເປັນຂອງຕົນເອງ ຫຼື ຂັດກັບລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ສະບັບເລກທີ 003/ປປທ ຢ່າງເດັດຂາດ, ຫ້າມເອົາເງິນລາຍຮັບທີ່ເກັບໄດ້ຈາກຄ່າບໍລິການ, ຄ່າປັບໄໝມອບເຂົ້າບັນຊີບຸກຄົນ ແລະ ໄປແບ່ງປັນໃຊ້ຈ່າຍ ກ່ອນໄດ້ຮັບການຕົກລົງຈາກທ່ານລັດຖະມົນຕີ, ຫ້າມມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ ແລະ ອື່ນໆ.

ຄໍາສັ່ງກົມໃຫຍ່ພະລາທິການ ວ່າດ້ວຍການຄຸ້ມຄອງ ແລະ ຈັດເກັບລາຍຮັບວິຊາການຜ່ານປະຕູດຽວນີ້ ກໍ່ເພື່ອເປັນການປ້ອງກັນການຮົ່ວໄຫຼຂອງເງິນພາຍໃນກົມກອງ ແລະ ເພື່ອໃຫ້ເປັນລະບົບໂດຍຖືກຕາມກົດໝາຍ ແລະ ລະບຽບການ ແລະ ອື່ນໆ.

ຮຽບຮຽງຂ່າວ: ພຸດສະດີ